ບົດທີ 9
\p
1
ພຣະອົງຍັງກ່າວແກ່ພວກເພິ່ນອີກວ່າ, “ເຮົາບອກຄວາມຈິງແກ່ພວກເຈົ້າວ່າ, ບາງຄົນໃນພວກເຈົ້າທີ່ຢືນຢູ່ທີ່ນີ້ຈະບໍ່ຮູ້ຣົດຊາດຂອງຄວາມຕາຍ ຈົນກວ່າຈະໄດ້ເຫັນຣາຊະອານາຈັກຂອງພຣະເຈົ້າມາຕັ້ງຢູ່ດ້ວຍຣິດອຳນາດ.”
2
ຫົກວັນຕໍ່ມາ, ພຣະເຢຊູເຈົ້າໄດ້ພາເປໂຕ, ແລະ ຢາໂກໂບ ແລະ ໂຢຮັນ ຂຶ້ນໄປເທິງພູເຂົາສູງ, ຕາມລຳພັງ. ແລ້ວພຣະອົງນັ້ນໄດ້ປະກົດຕົວຕໍ່ຫນ້າພວກເຂົາ.
3
ເຄື່ອງນຸ່ງຂອງພຣະອົງ ກໍເກີດຄວາມຮຸ່ງເຮືອງຂາວເຫຼື້ອມໃສ, ຈົນບໍ່ມີຜູ້ໃດໃນໂລກນີ້ຊັກໃຫ້ຂາວເຊັ່ນນັ້ນໄດ້.
4
ຫລັງຈາກນັ້ນເອລີຢາ ກັບໂມເຊກໍປາກົດແກ່ສາວົກ, ແລະ ພວກເຂົານັ້ນກຳລັງເວົ້າກັນຢູ່ກັບພຣະເຢຊູເຈົ້າ.
5
ເປໂຕຈຶ່ງຕອບ ແລະ ທູນພຣະເຢຊູເຈົ້າວ່າ, “ພຣະອາຈານເອີຍ, ຊ່າງເປັນການດີແທ້ໆທີ່ພວກຂ້ານ້ອຍຢູ່ບ່ອນນີ້, ແລະ ຂໍໂຜດໃຫ້ພວກຂ້ານ້ອຍ ປຸກຕູບສາມຫລັງຂຶ້ນ, ຫລັງຫນຶ່ງສຳລັບທ່ານ, ຫລັງຫນຶ່ງສຳລັບໂມເຊ ແລະ ຫລັງຫນຶ່ງ ສຳລັບເອລີຢາ.”
6
(ພວກເຂົາຢ້ານຈົນຕົວສັ່ນ ທີ່ລາວເວົ້າເຊັ່ນນັ້ນ, ເພາະບໍ່ຮູ້ວ່າຈະເວົ້າຢ່າງໃດ).
7
ແລ້ວກໍມີກ້ອນເມກລອຍມາ ແລະ ເປັນເງົາປົກຫຸ້ມພວກເພິ່ນໄວ້. ແລ້ວມີສຽງຫນຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ທ່ານຜູ້ນີ້ແຫລະ, ເປັນບຸດທີ່ຮັກຂອງເຮົາ ພວກເຈົ້າຈົ່ງເຊື່ອຟັງເພິ່ນ.”
8
ໃນທັນໃດນັ້ນ, ພວກສາວົກຫລຽວເບິ່ງຮອບໆຕົວ, ກໍບໍ່ເຫັນຜູ້ໃດນອກຈາກ ພຣະເຢຊູເຈົ້າເທົ່ານັ້ນທີ່ຢູ່ກັບພວກເພິ່ນ.
9
ຂະນະທີ່ລົງມາແຕ່ພູນັ້ນ, ພຣະອົງເຈົ້າກໍສັ່ງຫ້າມພວກເພິ່ນວ່າ, “ຢ່າບອກສິ່ງທີ່ ພວກເຈົ້າໄດ້ເຫັນນີ້ແກ່ຜູ້ໃດ, ຈົນກວ່າບຸດມະນຸດ ໄດ້ເປັນຄືນມາຈາກຄວາມຕາຍ.”
10
ດັ່ງນັ້ນພວກສາວົກຈຶ່ງບໍ່ບອກໃຜ, ແຕ່ກໍປຶກສາຫາລືກັນໃນພວກເຂົາເອງວ່າ, “ການເປັນຄືນມາຈາກຕາຍນັ້ນ ຫມາຍຄວາມແນວໃດ”
11
ພວກເພິ່ນຈຶ່ງຖາມພຣະເຢຊູເຈົ້າວ່າ, “ດ້ວຍເຫດໃດ ພວກທັມະຈານຈຶ່ງເວົ້າວ່າເອລີຢາຈະຕ້ອງມາກ່ອນ?”
12
ພຣະອົງຕອບພວກເພິ່ນວ່າ, “ຈິງຢູ່ເອລີຢາຕ້ອງມາກ່ອນເພື່ອຈັດແຈງທຸກສິ່ງຄືນສູ່ສະພາບເດີມ. ແລ້ວເປັນດ້ວຍເຫດໃດ ພຣະທັມພຣະເຈົ້າ ໄດ້ຂຽນໄວ້ວ່າບຸດມະນຸດ ຈະຖືກທົນທຸກທໍຣະມານຢ່າງຫນັກຫນ່ວງຫລາຍ ປະການ ແລະ ເພິ່ນຈະຖືກປະຖິ້ມ ແລະ ຖືກຫມິ່ນປະຫມາດ?
13
ແຕ່ເຮົາບອກພວກເຈົ້າວ່າເອລີຢາໄດ້ມາແລ້ວ, ແລະ ຄົນທັງຫລາຍໄດ້ເຮັດກັບເພິ່ນຕາມໃຈມັກ, ດັ່ງທີ່ມີຄຳຂຽນໄວ້ເຖິງເພິ່ນໃນພຣະຄັມພີ.”
14
ເມື່ອພວກເຂົາກັບມາພົບສາວົກແລ້ວ, ພວກເຂົາກໍໄດ້ເຫັນຄົນຫມູ່ໃຫຍ່ ຢູ່ອ້ອມພວກເຂົາ ແລະ ມີພວກທັມະຈານກຳລັງໂຕ້ຖຽງກັບພວກເຂົາຢູ່.
15
ເມື່ອປະຊາຊົນເຫັນພຣະເຢຊູເຈົ້າ, ພວກເຂົາກໍປະຫລາດໃຈຢ່າງບໍ່ຄາດຄິດມາກ່ອນ ແລະ ພາກັນຟ້າວແລ່ນໄປຄຳນັບພຣະອົງ.
16
ພຣະອົງເຈົ້າຖາມພວກສາວົກ ຂອງພຣະອົງວ່າ, “ພວກເຈົ້າກຳລັງໂຕ້ຖຽງ ກັນເຖິງເລື່ອງຫຍັງ?”
17
ບາງຄົນໃນຫມູ່ປະຊາຊົນນັ້ນໄດ້ຕອບວ່າ, “ອາຈານເອີຍ, ຂ້ານ້ອຍໄດ້ນຳລູກຊາຍຂອງຂ້ານ້ອຍມາຫາທ່ານ. ເພາະຜີປາກກືກສິງລາວຈົນລາວປາກບໍ່ໄດ້.
18
ເມື່ອມັນເຂົ້າສິງລາວເທື່ອໃດ ແລະ ມັນກໍເຮັດໃຫ້ລາວລົ້ມຊັກດິ້ນເທື່ອນັ້ນ ແລະ ມີນໍ້າລາຍຟູມປາກທັງຂົບແຂ້ວ ແລະ ຕົວແຂງໄປຫມົດທັງຮ່າງກາຍ. ຂ້ານ້ອຍຂໍໃຫ້ ພວກສາວົກຂອງພຣະອົງຂັບໄລ່ຜີຮ້າຍນັ້ນອອກ, ແຕ່ພວກເພິ່ນເຮັດບໍ່ໄດ້.”
19
ພຣະເຢຊູເຈົ້າ ກ່າວແກ່ພວກເຂົາວ່າ, “ໂອພວກຄົນ ທີ່ຂາດຄວາມເຊື່ອເອີຍ, ເຮົາຈະຕ້ອງຢູ່ກັບພວກເຈົ້າອີກດົນປານໃດ? ຈົ່ງພາເດັກນ້ອຍມາຫາເຮົາເບິ່ງດູ.”
20
ພວກເຂົາກໍໄດ້ພາເດັກຊາຍມາຫາພຣະອົງ. ພໍຜີຮ້າຍທີ່ສິງຢູ່ໃນຕົວເດັກນ້ອຍ ໄດ້ເຫັນພຣະເຢຊູເຈົ້າ, ທັນໃດນັ້ນມັນກໍເຮັດ ໃຫ້ ເດັກນ້ອຍ ນັ້ນຊັກດິ້ນລົ້ມລົງກັບພື້ນດິນ, ກິ້ງເກືອກ ໄປມານໍ້າລາຍຟູມປາກ.
21
ພຣະເຢຊູເຈົ້າ ໄດ້ຖາມພໍ່ຂອງເດັກນ້ອຍວ່າ, “ລູກຂອງເຈົ້າເປັນແນວນີ້ມາໄດ້ດົນປານໃດແລ້ວ?” ລາວຕອບວ່າ, “ເປັນມາຕັ້ງແຕ່ນ້ອຍພຸ້ນ.
22
ຫລາຍເທື່ອແລ້ວ ທີ່ຜີຊົ່ວຮ້າຍພະຍາຍາມຂ້າລູກ ຂອງຂ້ານ້ອຍ ໂດຍຊຸກລາວໃສ່ໄຟ ແລະ ຊຸກລາວໃຫ້ຕົກນໍ້າ ແລະ ພະຍາຍາມທຳລາຍລາວ. ແຕ່ຖ້າທ່ານສາມາດຊ່ວຍໄດ້ຂໍໂຜດສົງສານຂ້ານ້ອຍແດ່ທ້ອນ.”
23
ພຣະເຢຊູເຈົ້າໄດ້ກ່າວຕອບວ່າ, “ຖ້າເຈົ້າສາມາດຊ່ວຍໄດ້? ທຸກສິ່ງເປັນໄປໄດ້ສຳລັບຜູ້ທີ່ເຊື່ອ.”
24
ໃນທັນໃດນັ້ນ ພໍ່ຂອງເດັກນ້ອຍນັ້ນໄດ້ຮ້ອງໄຫ້ ທັງນໍ້າຕາໄຫລກ່າວວ່າ, “ໂຜດຊ່ວຍຂ້ານ້ອຍ! ໃຫ້ມີຄວາມເຊື່ອຫລາຍກວ່ານີ້ແດ່ທ້ອນ!"
25
ເມື່ອພຣະເຢຊູເຈົ້າເຫັນຫມູ່ປະຊາຊົນກຳລັງບຸບຽດກັນເຂົ້າມາໃກ້, ພຣະອົງຈຶ່ງສັ່ງຜີຊົ່ວຮ້າຍນັ້ນວ່າ, “ບັກຜີປາກກືກຫູຫນວກ, ກູສັ່ງມຶງອອກຈາກເດັກນ້ອຍ ແລະ ຢ່າກັບເຂົ້າມາອີກຈັກເທື່ອ.”
26
ຜີຮ້າຍນັ້ນຮ້ອງແຜດສຽງຂຶ້ນ ແລະ ມັນເຮັດໃຫ້ເດັກນ້ອຍຊັກດິ້ນຢ່າງແຮງ ຈົນເຕັມກຳລັງແລ້ວກໍອອກຫນີໄປ. ເດັກນັ້ນກາຍເປັນເຫມືອນຄົນຕາຍ, ຈົນຫລາຍຄົນເວົ້າອອກມາວ່າ, “ມັນຕາຍແລ້ວ.”
27
ແຕ່ພຣະເຢຊູເຈົ້າຈັບມືເດັກນ້ອຍ ແລະ ດຶງໃຫ້ລຸກຂຶ້ນແລ້ວເດັກນັ້ນກໍລຸກຢືນຂຶ້ນ.
28
ເມື່ອພຣະເຢຊູເຈົ້າໄດ້ເຂົ້າໄປໃນເຮືອນແລ້ວ, ພວກສາວົກຂອງພຣະອົງກໍຖາມ ພຣະອົງເປັນທາງສ່ວນຕົວວ່າ, “ເຫດສັນໃດພວກຂ້ານ້ອຍ ຈຶ່ງຂັບໄລ່ມັນອອກບໍ່ໄດ້?"
29
ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ຜີຮ້າຍແນວນີ້ຈະຂັບໄລ່ອອກດ້ວຍວິທີອື່ນ ບໍ່ໄດ້, ເວັ້ນໄວ້ແຕ່ດ້ວຍການພາວັນນາອະທິຖານເທົ່ານັ້ນ.”
30
ພວກເຂົາໄດ້ອອກຈາກທີ່ນັ້ນ ແລະ ໄດ້ຜ່ານແຂວງຄາລີເລ. ພຣະເຢຊູເຈົ້າບໍ່ຢາກໃຫ້ຜູ້ໃດຮູ້ວ່າພຣະອົງຢູ່ທີ່ໃດ,
31
ເພາະພຣະອົງກຳລັງສັ່ງສອນພວກສາວົກຢູ່. ພຣະອົງກ່າວແກ່ພວກເພິ່ນວ່າ, “ບຸດມະນຸດກຳລັງຈະຖືກມອບໄວ້ໃນກຳມືຂອງຄົນທັງຫລາຍ ແລະ ເຂົາຈະຂ້າເພິ່ນ, ແຕ່ຫລັງຈາກຖືກຂ້າແລ້ວໄດ້ສາມວັນເພິ່ນຈະຖືກບັນດານໃຫ້ເປັນຄືນມາອີກຄັ້ງ.”
32
ແຕ່ພວກສາວົກບໍ່ເຂົ້າໃຈຄວາມຫມາຍຂອງຖ້ອຍຄຳເຫລົ່ານີ້, ແລະ ພວກເພິ່ນກໍບໍ່ກ້າຈະຖາມພຣະອົງ.
33
ແລະ ເມື່ອພວກເຂົາໄດ້ມາຮອດເມືອງກາເປນາອູມ. ເມື່ອເຂົ້າໄປໃນເຮືອນແລ້ວພຣະອົງກໍຖາມພວກສາວົກຂອງພຣະອົງວ່າ, “ເມື່ອມາຕາມທາງນັ້ນ, ພວກເຈົ້າ ໄດ້ຖົກຖຽງ ກັນເຖິງເລື່ອງຫຍັງ?”
34
ພວກເພິ່ນມິດຢູ່, ເພາະເມື່ອມາຕາມທາງນັ້ນພວກເພິ່ນໄດ້ຖົກຖຽງກັນວ່າ ຜູ້ໃດຈະເປັນໃຫຍ່ທີ່ສຸດ ໃນທ່າມກາງພວກເພິ່ນ.
35
ສະນັ້ນ ພຣະອົງຈຶ່ງນັ່ງລົງ, ພຣະອົງເອີ້ນພວກສາວົກສິບສອງຄົນມາ ພຣະອົງກ່າວແກ່ພວກເພິ່ນວ່າ, “ຖ້າຜູ້ໃດທີ່ຢາກເປັນຜູ້ຕົ້ນ, ກໍໃຫ້ຜູ້ນັ້ນເປັນຜູ້ປາຍ ແລະ ເປັນຜູ້ຮັບໃຊ້ຄົນທັງຫມົດ.”
36
ພຣະອົງກໍເອົາເດັກນ້ອຍຜູ້ຫນຶ່ງ ແລະ ມາຢືນຢູ່ຕໍ່ຫນ້າພວກເພິ່ນ. ພຣະອົງກໍອຸ້ມເອົາເດັກນ້ອຍນັ້ນ ແລະ ກ່າວແກ່ພວກສາວົກວ່າ,
37
“ຖ້າຜູ້ໃດກໍຕາມທີ່ຕ້ອນຮັບເດັກນ້ອຍຄົນຫນຶ່ງ ຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍຕ້ອນຮັບເຮົາ, ຜູ້ໃດທີ່ຕ້ອນຮັບເຮົາ, ຜູ້ນັ້ນກໍບໍ່ໄດ້ຕ້ອນຮັບເຮົາເທົ່ານັ້ນ, ແຕ່ຍັງຕ້ອນຮັບພຣະອົງຜູ້ທີ່ໄດ້ໃຊ້ເຮົາ ມາເຫມືອນກັນ.”
38
ໂຢຮັນໄດ້ເວົ້າກັບພຣະອົງວ່າ, “ອາຈານເອີຍ, ພວກຂ້ານ້ອຍໄດ້ເຫັນຊາຍຄົນຫນຶ່ງຂັບໄລ່ຜີມານຮ້າຍອອກໄດ້ໃນນາມຂອງທ່ານ ແລະ ພວກຂ້ານ້ອຍບອກໃຫ້ເຊົາ ເພາະເຂົາບໍ່ເປັນຝ່າຍຂອງພວກເຮົາ.”
39
ແຕ່ພຣະເຢຊູເຈົ້າ ໄດ້ຕອບວ່າ, “ຢ່າຫ້າມເຂົາເທາະ ເພາະວ່າບໍ່ມີຜູ້ໃດ ທີ່ກະທຳການອັດສະຈັນໃນນາມຂອງເຮົາ ແລະ ພາຍຫລັງມາຈະກັບມາເວົ້າ ຫມິ່ນປະຫມາດເຮົາ.
40
ດ້ວຍວ່າ, ຜູ້ໃດກໍຕາມທີ່ບໍ່ຕໍ່ສູ້ ພວກເຮົາກໍເປັນຝ່າຍຂອງພວກເຮົາ.
41
ເຮົາບອກເຈົ້າຄວາມຈິງວ່າ, ຜູ້ໃດທີ່ເອົານໍ້າຈອກຫນຶ່ງໃຫ້ ພວກເຈົ້າດື່ມເພາະເຈົ້າເປັນຝ່າຍພຣະຄຣິດ, ຜູ້ນັ້ ກໍຈະບໍ່ຂາດບຳເຫນັດຂອງຕົນ.
42
“ຜູ້ໃດກໍຕາມທີ່ເຮັດໃຫ້ຜູ້ເລັກນ້ອຍທີ່ເຊື່ອ ຜູ້ທີ່ເຊື່ອໃນເຮົາຕົກໃນບາບ, ກໍໃຫ້ເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຜູ້ນັ້ນ ແລະ ຖິ້ມເຂົາລົງໃນທະເລເລິກເສັຽກໍດີກວ່າ.
43
ຖ້າມືຂອງເຈົ້າເຮັດໃຫ້ສະດຸດ, ກໍໃຫ້ຕັດມືນັ້ນອອກເສັຽ. ທີ່ຈະເຂົ້າສູ່ຊີວິດດ້ວຍມືເບື້ອງດຽວກໍດີກວ່າມີສອງມືແຕ່ເຂົ້າສູ່ນະຣົກໃນໄຟທີ່ບໍ່ມີວັນມອດຈັກເທື່ອ.
44
ໂຕຫນອນບໍ່ຮູ້ຕາຍ ໄຟບໍ່ຮູ້ມອດ.
45
ຖ້າຕີນຂອງເຈົ້າ ເຮັດໃຫ້ເຮັດບາບ, ກໍໃຫ້ຕັດອອກຖິ້ມເສັຽ, ທີ່ຈະເຂົ້າສູ່ຊີວິດດ້ວຍຕີນເບື້ອງດຽວ ກໍດີກວ່າມີຕີນສອງຂ້າງແຕ່ຕ້ອງ ຖືກໂຍນຖິ້ມລົງໃນໄຟນະຣົກ.
46
ຢູ່ບອ່ນນັ້ນໂຕຫນອນບໍ່ຮູ້ຕາຍ ແລະໄຟບໍ່ຮູ້ມອດຈັກເທື່ອ.
47
ຖ້າຕາຂອງເຈົ້າພາໃຫ້ເຮັດບາບ, ຈົ່ງຄວັກອອກຖິ້ມເສັຽ, ທີ່ຈະເຂົ້າໃນຣາຊະອານາຈັກຂອງພຣະເຈົ້າດ້ວຍຕາຂ້າງດຽວ ກໍດີກວ່າມີຕາສອງຂ້າງ ແຕ່ຕ້ອງຖືກຖິ້ມລົງໃນໄຟ ນະຣົກ.
48
ທີ່ຊຶ່ງຫນອນບໍ່ຮູ້ຕາຍ ແລະ ໄຟບໍ່ຮູ້ມອດຈັກເທື່ອ.’
49
ເພາະວ່າ ທຸກຄົນຈະຕ້ອງຖືກເອືອບດ້ວຍເກືອແລ້ວຊຳຣະດ້ວຍໄຟ.
50
ເກືອເປັນສິ່ງທີ່ດີ, ແຕ່ຖ້າເກືອຫມົດຣົດເຄັມແລ້ວ ຈະກັບເຮັດໃຫ້ເຄັມອີກໄດ້ຢ່າງໃດ? ເຈົ້າທັງຫລາຍ ຈົ່ງຮັກສາເກືອໄວ້ໃນຕົວຂອງພວກເຈົ້າ ແລະ ຢູ່ດ້ວຍກັນຢ່າງສະຫງົບສຸກເຖີ້ນ.”