ບົດທີ 8
\p
1
ໃນຊ່ວງເວລາຫລາຍມື້ນັ້ນ, ມີປະຊາຊົນກຸ່ມໃຫຍ່, ແລະ ພວກເຂົາບໍ່ມີອາຫານກິນ. ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກຂອງພຣະອົງມາ ແລະກ່າວກັບພວກເຂົາວ່າ,
2
“ເຮົາສົງສານຄົນເຫລົ່ານີ້ຫລາຍ, ເພາະພວກເຂົາຢູ່ນຳເຮົາຕະຫລອດສາມວັນແລ້ວແລະ ພວກເຂົາບໍ່ມີອາຫານກິນ.
3
ຖ້າຫາກເຮົາປ່ອຍພວກເຂົາກັບບ້ານໄປໂດຍທີ່ບໍ່ໄດ້ກິນຫຍັງ, ພວກເຂົາກໍຄົງເມື່ອຍອິດອ່ອນຕາມທາງ. ແລະ ພວກເຂົາບາງຄົນກໍເດີນທາງມາແຕ່ໄກດ້ວຍ.”
4
ພວກສາວົກຈຶ່ງຕອບພຣະອົງວ່າ, “ຢູ່ໃນບ່ອນປ່ຽວເຊັ່ນນີ້ເຮົາຈະໄປຫາອາຫານມາແຕ່ໃສພໍເພື່ອຈະລ້ຽງດູຄົນທັງຫມົດນີ້ໄດ້?”
5
ພຣະອົງເຈົ້າຖາມພວກເຂົາວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ?” ພວກເຂົາຕອບວ່າມີ “ເຈັດກ້ອນ”.
6
ພຣະອົງຈຶ່ງສັ່ງປະຊາຊົນໃຫ້ນັ່ງລົງທີ່ພື້ນ. ແລ້ວພຣະອົງກໍຈັບເອົາເຂົ້າຈີ່ທັງເຈັດກ້ອນຂຶ້ນມາ, ໂມທະນາຂອບພຣະຄຸນແລ້ວຫັກເຂົ້າຈີ່ແຈກຈ່າຍໃຫ້ກັບພວກສາວົກນຳໄປແຈກຢາຍແກ່ປະຊາຊົນ.
7
ພວກເຂົາມີປານ້ອຍສອງສາມໂຕດ້ວຍ, ແລະ ຫລັງຈາກພຣະເຢຊູເຈົ້າອະທິຖານຂອບພຣະຄຸນສຳລັບປານ້ອຍເຫລົ່ານັ້ນ. ພຣະອົງສັ່ງໃຫ້ພວກສາວົກເອົາປາໄປແຈກຢາຍໃຫ້ປະຊາຊົນເຊັ່ນກັນ.
8
ພວກເຂົາໄດ້ກິນອາຫານ ແລະ ອີ່ມທ້ອງ, ພວກສາວົກໄດ້ໄປເກັບເອົາຕ່ອນທີ່ເຫລືອໄດ້ເຈັດກະບຸງໃຫຍ່.
9
ມີປະຊາຊົນປະມານສີ່ພັນຄົນ. ແລ້ວພຣະເຢຊູເຈົ້າກໍສັ່ງໃຫ້ພວກເຂົາກັບໄປ.
10
ຈາກນັ້ນພຣະອົງຈຶ່ງຊົງລົງເຮືອໄປກັບພວກສາວົກເພື່ອໄປຍັງແຄ້ວນດານມານຸທາທັນທີ.
11
ແລ້ວພວກຟາຣີຊາຍອອກມາຫາພຣະເຢຊູເຈົ້າ ແລະ ເລີ່ມໂຕ້ຖຽງກັບພຣະອົງ. ພວກເຂົາເສາະຫາຫມາຍສຳຄັນຈາກສະຫວັນ, ເພື່ອທົດສອບພຣະອົງ.
12
ພຣະເຢຊູເຈົ້າຊົງຖອນຫາຍໃຈເລິກໃນພຣະວິນຍານຂອງພຣະອົງ ແລະ ໄດ້ຖາມວ່າ, “ເປັນຫຍັງຄົນສະໄຫມນີ້ຈຶ່ງສະແຫວງຫາຫມາຍສຳຄັນ? ແຕ່ເຮົາບອກເຈົ້າຕາມຄວາມຈິງວ່າ, ຈະບໍ່ມີການປຣະທານຫມາຍສຳຄັນໃຫ້ຄົນສະໄຫມນີ້ໄດ້ເຫັນ.”
13
ຈາກນັ້ນ ພຣະອົງຈຶ່ງສະເດັດຈາກພວກເຂົາໄປ, ແລ້ວສະເດັດລົງເຮືອ, ຂ້ວາມທະເລສາບໄປຟາກອື່ນອີກ.
14
ໃນເວລານີ້ພວກສາວົກລືມເອົາເຂົ້າຈີ່ມາພ້ອມກັບພວກເພິ່ນ. ພວກເຂົາມີເຂົ້າຈີ່ແຕ່ກ້ອນດຽວເທົ່ານັ້ນຢູ່ໃນເຮືອ.
15
ພຣະອົງໄດ້ເຕືອນພວກເພິ່ນວ່າ, “ຈົ່ງເຝົ້າເບິ່ງ ແລະ ຣະວັງເຊື້ອແປ້ງຂອງພວກຟາຣີຊາຍ ແລະ ເຊື້ອແປ້ງຂອງເຮໂຣດ.”
16
ພວກສາວົກຕ່າງໃຫ້ເຫດຜົນຕໍ່ກັນວ່າ, “ນີ້ເປັນເພາະພວກເຮົາບໍ່ມີເຂົ້າຈີ່ມານຳ.”
17
ພຣະເຢຊູເຈົ້າຮູ້ສິ່ງນີ້ຈຶ່ງເວົ້າກັບພວກເພິ່ນວ່າ “ດ້ວຍເຫດໃດພວກເຈົ້າຈຶ່ງເວົ້າກັນເຖິງ ເລື່ອງບໍ່ມີເຂົ້າຈີ່? ພວກເຈົ້າຍັງເບິ່ງບໍ່ເຫັນບໍ? ພວກເຈົ້າຍັງບໍ່ເຂົ້າໃຈຫລືຢ່າງໃດ? ຫົວໃຈ ຂອງພວກເຈົ້າມືດບອດໄປແລ້ວແມ່ນບໍ?
18
ພວກເຈົ້າມີຕາ, ແຕ່ເບິ່ງບໍ່ເຫັນບໍ? ພວກເຈົ້າມີຫູແຕ່ຟັງບໍ່ໄດ້ຍິນບໍ? ພວກເຈົ້າຈື່ໄດ້ແມ່ນບໍ?
19
ເມື່ອເຮົາຫັກເຂົ້າຈີ່ຫ້າກ້ອນລ້ຽງຫ້າພັນຄົນນັ້ນ, ພວກເຈົ້າເກັບເສດເຂົ້າຈີ່ທີ່ເຫລືອນັ້ນໄດ້ເຕັມຈັກກະບຸງ?”ພວກເຂົາຕອບ ວ່າ,“ສິບສອງກະບຸງ”.
20
"ເມື່ອເຮົາຫັກເຂົ້າຈີ່ເຈັດກ້ອນທ່າມກາງຄົນສີ່ພັນຄົນ, ພວກທ່ານເກັບເສດເຂົ້າຈີ່ທີ່ເຫລືອ ໄດ້ເຕັມທັງຫມົດຈັກກະບຸງ?" ພວກເຂົາຕອບວ່າ "ເຈັດກະບຸງ ".
21
ພຣະອົງກ່າວວ່າ,“ພວກເຈົ້າຍັງບໍ່ເຂົ້າໃຈຢູ່ບໍ?”
22
ພວກເຂົາໄດ້ມາທີ່ເບັດສາອີດາ. ຜູ້ຄົນທີ່ນັ້ນໄດ້ພາຄົນຕາບອດມາຫາ ແລະພຣະເຢຊູເຈົ້າແລະ ຂໍຮ້ອງພຣະອົງໃຫ້ວາງມືໃສ່ລາວ.
23
ພຣະເຢຊູເຈົ້າຈູງຄົນຕາບອດອອກໄປນອກຫມູ່ບ້ານ, ພຣະອົງບ້ວນນໍ້າລາຍໃສ່ຕາຂອງເຂົາ ແລະວາງມືຂອງພຣະອົງເທິງເຂົາພຣະອົງຖາມເຂົາວ່າ, “ເຈົ້າເບິ່ງເຫັນຫຍັງແດ່ບໍ?”
24
ເຂົາເງີຍຫນ້າຂຶ້ນ ແລະ ຕອບວ່າ,“ຂ້ານ້ອຍເຫັນຄົນ ເບິ່ງຄືຕົ້ນໄມ້ຍ່າງໄປມາໄດ້.”
25
ຈາກນັ້ນພຣະອົງຈຶ່ງວາງມືເທິງດວງຕາຂອງເຂົາອີກເທື່ອ, ແລະ ເຂົາກໍມືນຕາເຕັມຫນ່ວຍ, ແລະ ສາຍຕາຂອງລາວກໍດີເປັນປົກກະຕິ, ແລະ ເຂົາຈຶ່ງເຫັນທຸກຢ່າງໄດ້ຈະແຈ້ງດີ.
26
ພຣະເຢຊູເຈົ້າບອກເຂົາກັບບ້ານຂອງເຂົາພ້ອມທັງສັ່ງວ່າ, “ຢ່າເຂົ້າໄປໃນເມືອງ.”
27
ພຣະເຢຊູເຈົ້າອອກໄປກັບພວກສາວົກ ໄດ້ໄປໃນເຂດເມືອງກາຍຊາເຣັຽ ຟີລິບປອຍ. ໃນລະຫວ່າງທາງໄປນັ້ນພຣະອົງໄດ້ຖາມພວກສາວົກວ່າ, “ຜູ້ຄົນເວົ້າກັນວ່າເຮົາເປັນຜູ້ໃດ?”
28
ພວກສາວົກຈຶ່ງຕອບວ່າ“ບາງຄົນເວົ້າວ່າ ທ່ານແມ່ນໂຢຮັນບັບຕິສະໂຕ, ບາງຄົນເວົ້າວ່າ ທ່ານແມ່ນເອລີຢາ, ສ່ວນຄົນອື່ນອີກເວົ້າວ່າ ທ່ານເປັນຫນຶ່ງໃນຜູ້ທຳນວາຍ.”
29
ພຣະອົງຖາມພວກເພິ່ນວ່າ“ແຕ່ພວກເຈົ້າເດເວົ້າວ່າເຮົາເປັນໃຜ?”ເປໂຕຕອບພຣະອົງວ່າ, “ພຣະອົງເປັນພຣະຄຣິດ”
30
ແລ້ວ ພຣະເຢຊູເຈົ້າເຕືອນບໍ່ໃຫ້ພວກເຂົາບອກຜູ້ໃດ ກ່ຽວກັບເລື່ອງຂອງພຣະອົງ.
31
ພຣະເຢຊູເຈົ້າເລີ້ມຕົ້ນສອນພວກສາວົກວ່າ, ບຸດມະນຸດຈະຕ້ອງຖືກທົນທຸກ ທໍຣະມານຫລາຍປະການ, ແລະ ຈະຕ້ອງຖືກປະຕິເສດຈາກຜູ້ປົກຄອງ ພວກຫົວຫນ້າປະໂລຫິດ ແລະ ພວກທັມະຈານ, ແລະ ຈະຂ້າເພິ່ນເສັຽ, ແຕ່ໃນວັນຖ້ວນສາມພຣະອົງຈະຖືກບັນດານໃຫ້ເປັນຄືນມາ.”
32
ພຣະອົງໄດ້ກ່າວເລື່ອງນີ້ສູ່ ພວກເພິ່ຟັງຈະແຈ້ງ. ດັ່ງນັ້ນ ເປໂຕຈຶ່ງເວົ້້າກັບພຣະອົງເປັນການສ່ວນຕົວ. ເລີ້ມຫ້າມພຣະອົງບໍ່ໃຫ້ເວົ້າເລື່ອງນີ້.
33
ແຕ່ພຣະເຢຊູເຈົ້າຫັນຫນ້າມາເບິ່ງພວກສາວົກຂອງພຣະອົງ ແລະ ຕຳຫນິເປໂຕ ຢ່າງຮຸນແຮງວ່າ, “ຈົ່ງຖອຍຫນີຈາກເຮົາສາ, ຊາຕານເອີຍ! ເພາະເຈົ້າບໍ່ໄດ້ຄິດຢ່າງພຣະເຈົ້າແຕ່ຄິດຢ່າງມະນຸດ.”
34
ຈາກນັ້ນພຣະອົງກໍເອີ້ນ ປະຊາຊົນກັບພວກສາວົກຂອງພຣະອົງມາຢູ່ຮ່ວມກັນແລະກ່າວວ່າ, “ຖ້າຜູ້ໃດຕ້ອງການຕິດຕາມເຮົາຜູ້ນັ້ນ, ຕ້ອງຕັດສິດຂອງຕົນເສັຽ ແລະ ແບກໄມ້ກາງແຂນຂອງຕົນ ແລະຕາມເຮົາມາ.
35
ເພາະຜູ້ໃດກໍຕາມທີ່ຕ້ອງການຮັກສາຊີວິດຂອງຕົນໃຫ້ພົ້ນ, ຜູ້ນັ້ນຈະສູນເສັຽຊີວິດນັ້ນ, ແຕ່ຜູ້ໃດທີ່ຍອມສູນເສັຽຊີວິດເພື່ອຜົນປະໂຫຍດຂອງເຮົາ ແລະ ເພື່ອຂ່າວປະເສີດ, ຜູ້ນັ້ນກໍຈະຖືກຊ່ວຍຊີວິດໃຫ້ພົ້ນໄດ້.
36
ຈະເກີດປະໂຫຍດອັນໃດ. ຖ້າຜູ້ໃດຈະໄດ້ສິ່ງຂອງຫມົດທັງໂລກ ແຕ່ຕອ້ງສູນເສັຽຊີວິດນິຣັນດອນຂອງຕົນ,
37
ບໍ່ມີສິ່ງໃດທີ່ມະນຸດນຳມາ ແລກເອົາຊີວິດຂອງຕົນຄືນໄດ້.
38
ຜູ້ໃດກໍຕາມມີຄວາມລະອາຍເພາະເຮົາ ແລະ ເພາະຖ້ອຍຄຳຂອງເຮົາໃນທ່າມກາງຊົນຊາດນີ້, ແລະ ໃນຍຸກທີ່ເຕັມໄປດ້ວຍຄວາມບາບການຫລິ້ນຊູ້ ແລະ ຄົນທີ່ມີບາບກັມ ບຸດມະນຸດກໍຈະມີຄວາມລະອາຍໃນ ເລື່ອງຄົນນັ້ນເມື່ອ ພຣະອົງມາປາກົດໃນສະຫງ່າຣາສີແຫ່ງ ພຣະບິດາເຈົ້າ ແລະ ພ້ອມດ້ວຍບັນດາທູດສະຫວັນອັນບໍຣິສຸດ.”