ບົດທີ 7
\p
1
ພວກຟາຣີຊາຍ ແລະ ພວກທັມະຈານບາງຄົນຊຶ່ງມາຈາກນະຄອນເຢຣູຊາເລັມພາກັນມາຢືນອ້ອມຮອບພຣະເຢຊູເຈົ້າ.
2
ພວກເຂົາໄດ້ເຫັນວ່າພວກສາວົກຂອງພຣະອົງໄດ້ກິນເຂົ້າ ດ້ວຍມືທີ່ເປື້ອນໂດຍບໍ່ໄດ້ລ້າງມື.
3
(ເພາະພວກຟາຣີຊາຍ ແລະ ຊາວຢິວທຸກຄົນປະຕິບັດຕາມຄຳສອນທີ່ສືບທອດມາຈາກບັນພະບຸຣຸດວ່າ ຖ້າບໍ່ລ້າງມືໃຫ້ສະອາດເສັຽກ່ອນພວກເຂົາກໍບໍ່ກິນສິ່ງໃດ;
4
ເມື່ອພວກເຂົາມາຈາກຕະຫລາດ, ພວກເຂົາຈະບໍ່ຍອມກິນສິ່ງໃດຖ້າບໍ່ໄດ້ອາບນ້ຳເສັຽກ່ອນ. ແລະ ຍັງມີກົດອື່ນໆອີກຫລາຍຢ່າງທີ່ພວກເຂົາປະຕິບັດຕາມຢ່າງເຄັ່ງຄັດເຊັ່ນວ່າ: ການລ້າງຖ້ວຍຊາມ, ຫມໍ້, ເຄື່ອງໃຊ້ ເປັນທອງແດງ ແລະ ແມ່ນທັງໂຕະອາຫານ.)
5
ພວກຟາຣີຊາຍ ແລະ ພວກທັມະຈານ ຈຶ່ງຖາມພຣະເຢຊູເຈົ້າວ່າ, “ເປັນຫຍັງສາວົກຂອງທ່ານຈຶ່ງບໍ່ປະຕິບັດຕາມທຳນຽມມາຈາກ ບັນພະບຸຣຸດ, ດ້ວຍການບໍ່ລ້າງມືກ່ອນກິນອາຫານ?”
6
ແຕ່ພຣະອົງຕອບພວກເຂົາວ່າ,“ເອຊາຢາ ໄດ້ທຳນວາຍໄວ້ເຖິງພວກທ່ານຄົນຫນ້າຊື່ໃຈຄົດ. ໄວ້ຖືກຕ້ອງແລ້ວວ່າ,‘ຄົນພວກນີ້ໃຫ້ກຽດ ເຮົາແຕ່ປາກ, ສ່ວນຈິດໃຈຫ່າງໄກຈາກເຮົາ.
7
ພວກເຂົານະມັດສະການເຮົານັ້ນຢ່າງບໍ່ມີປະໂຫຍດ. ດ້ວຍວ່າພວກເຂົາສອນທຳນຽມຂອງມະນຸດແທນຫລັກຄຳສອນ ຂອງພຣະເຈົ້າ.’”
8
ພວກເຈົ້າປະຖິ້ມພຣະບັນຍັດຂອງພຣະເຈົ້າ ແລະ ຖືປະຕິບັດຕາມຄຳສອນທີ່ສືບທອດມາຈາກມະນຸດ.”
9
ແລ້ວພຣະເຢຊູເຈົ້າກໍກ່າວກັບພວກເຂົາວ່າ, "ທີ່ເຈົ້າທັງຫລາຍໄດ້ປະຖິ້ມກົດບັນຍັດຂອງພຣະເຈົ້າເພື່ອໄປຢ່າງງ່າຍດາຍເພື່ອຮັກສາທຳນຽມຂອງພວກເຈົ້າເອງ!
10
ດ້ວຍໂມເຊໄດ້ກ່າວໄວ້ວ່າ, ‘ຈົ່ງໃຫ້ກຽດແກ່ພໍ່ແມ່ຂອງຕົນ’, ແລະ, ‘ຜູ້ໃດກໍຕາມ ທີ່ກ່າວຮ້າຍຕໍ່ພໍ່ແມ່ຂອງຕົນຕ້ອງຖືກລົງໂທດເຖິງຕາຍ.’
11
ແຕ່ພວກເຈົ້າກັບເວົ້າວ່າ,‘ຖ້າຜູ້ໃດເວົ້າກັບບິດາມານດາວ່າ, ສິ່ງໃດຂອງຂ້ອຍທີ່ອາດຊ່ວຍເຫລືອເຈົ້າໄດ້ສິ່ງນັ້ນເປັນໂກຣະບານ’ (ຊຶ່ງຫມາຍເຖິງຂອງຖວາຍແກ່ພຣະເຈົ້າແລ້ວ),
12
ເຈົ້າທັງຫລາຍຈິ່ງບໍ່ອະນຸຍາດໃຫ້ຜູ້ນັ້ນຊ່ວຍເຫລືອ ພໍ່ແມ່ຂອງຕົນ.
13
ທ່ານກຳລັງເຮັດໃຫ້ພຣະບັນຍັດຂອງພຣະເຈົ້າບໍ່ມີປະໂຫຍດໄປດ້ວຍຄຳສັ່ງສອນທີ່ຕາມທຳນຽມຊຶ່ງທ່ານຮັບຕໍ່ກັນມາ. ລວມທັງເລື່ອງອື່ນໆອີກທີ່ ພວກເຈົ້າເຮັດຜິດແບບນີ້.”
14
ພຣະເຢຊູເຈົ້າຊົງເອີ້ນປະຊາຊົນມາຫາພຣະອົງອີກເທື່ອຫນຶ່ງແລະກ່າວແກ່ພວກເຂົາ ວ່າ,“ເຈົ້າທັງຫລາຍຈົ່ງຟັງເຮົາເວົ້າແລະເຂົ້າໃຈເອົາ.
15
ມະນຸດກິນເຂົ້າໄປແລ້ວຈະເຮັດໃຫ້ມະນຸດ ຊົ່ວມົວຫມອງ, ແຕ່ສິ່ງທີ່ອອກມາຈາກໃຈມະນຸດ ຕ່າງຫາກທີ່ເຮັດໃຫ້ເຂົາຊົ່ວມົວຫມອງ."
16
ໃຜມີຫູຟັງ ຈົ່ງຟັງເອົາ.
17
ເມື່ອພຣະເຢຊູເຈົ້າໄດ້ຈາກປະຊາຊົນ ແລະ ໄດ້ໄປໃນເຮືອນຫລັງຫນຶ່ງ, ພວກສາວົກໄດ້ຖາມພຣະອົງເຖິງເລື່ອງຄຳອຸປະມານັ້ນ.
18
ພຣະເຢຊູເຈົ້າກ່າວວ່າ, “ພວກເຈົ້າຍັງບໍ່ເຂົ້າໃຈອີກບໍ? ພວກເຈົ້າບໍ່ເຫັນບໍ? ວ່າສິ່ງໃດໆພາຍນອກທີ່ຄົນກິນເຂົ້າໄປບໍ່ອາດເຮັດໃຫ້ຊົ່ວມົວຫມອງໄດ້,
19
ເພາະສິ່ງນັ້ນບໍ່ໄດ້ ເຂົ້າໄປໃນຈິດໃຈ, ແຕ່ເຂົ້າໄປໃນທ້ອງແລ້ວກໍຖ່າຍອອກມາ?.” ການເວົ້າເຊັ່ນນີ້ ເທົ່າກັບພຣະເຢຊູເຈົ້າຮັບຮອງວ່າອາຫານທຸກຊະນິດເປັນຂອງສະອາດກິນໄດ້.
20
ພຣະອົງກ່າວຕໍ່ໄປວ່າ, “ສິ່ງທີ່ອອກມາຈາກໃຈຂອງຄົນນັ້ນແຫລະ ທີ່ເຮັດໃຫ້ຊົ່ວມົວຫມອງ.
21
ເພາະຈາກພາຍໃນຕົນເອງ, ຈາກຫົວໃຈຂອງເຂົາຈະຟ້ອງຄວາມຄິດຊົ່ວ, ການຜິດສິລະທັມທາງເພດ, ການລັກຂະໂມຍ, ການຂ້າຄົນ,
22
ການຫລິ້ນຊູ້ສູ່ຜົວເມັຽ, ຄວາມໂລບ, ການຊົ່ວຮ້າຍ, ການຫລອກລວງ, ຣາຄະຕັນຫາ, ການອິດສາ, ການດູຫມິ່ນ, ນິນທາ, ການຈອງຫອງ ແລະການກະທຳໃນສິ່ງທີ່ໂງ່ຈ້າ, ຫລັ່ງໄຫລອອກມາ
23
ຄວາມຊົ່ວເຫລົ່ານີ້ລ້ວນແຕ່ອອກມາຈາກພາຍໃນໃຈຄົນແລະ ເຮັດໃຫ້ຊົ່ວມົວຫມອງ.”
24
ພຣະອົງໄດ້ຈາກທີ່ນັ້ນໄປຍັງເຂດຫນຶ່ງໃກ້ກັບເມືອງຕີເຣ ແລະຊີໂດນ. ພຣະອົງ ໄດ້ເຂົ້າໄປໃນເຮືອນຫລັງຫນຶ່ງ ແລະ ພຣະອົງບໍ່ຢາກໃຫ້ຜູ້ໃດຮູ້ວ່າພຣະອົງຢູ່ໃນທີ່ນັ້ນ, ແຕ່ພຣະອົງກໍບໍ່ສາມາດຊ້ອນຕົວໄວ້ໄດ້.
25
ແຕ່ໃນທັນໃດກໍມີຍິງຄົນຫນຶ່ງ, ທີ່ລູກສາວຖືກຜີຊົ່ວຮ້າຍສິງ, ໄດ້ຍິນເຖິງເລື່ອງພຣະເຢຊູເຈົ້າຈຶ່ງເຂົ້າມາຫາ ແລະ ຂາບລົງທີ່ຕີນຂອງພຣະອົງ.
26
ຍິງຜູ້ນີ້ ເປັນຊາວກຣີກເຊື້ອສາຍຊີເຣັຽໃນໂຟນີເຊັຽ. ນາງອ້ອນວອນຂໍ ພຣະເຢຊູເຈົ້າໃຫ້ຂັບໄລ່ຜີຮ້າຍອອກຈາກລູກສາວຂອງນາງ.
27
ພຣະອົງໄດ້ບອກລາວວ່າ, “ຈົ່ງໃຫ້ລູກໄດ້ກິນອີ່ມເສັຽກ່ອນ, ເພາະບໍ່ເປັນການຖືກຕ້ອງທີ່ຈະເອົາອາຫານຂອງລູກໂຍນໃຫ້ແກ່ຫມາ.”
28
ແຕ່ນາງຕອບພຣະອົງວ່າ, “ແມ່ນແລ້ວທ່ານເອີຍ, ແຕ່ຫມາທີ່ຢູ່ກ້ອງໂຕະກໍຍັງໄດ້ກິນເສດອາຫານຂອງລູກ.”
29
ພຣະເຢຊູເຈົ້າກ່າວກັບນາງວ່າ, “ເພາະເຫດທີ່ເຈົ້າເວົ້າຢ່າງນີ້, ເຈົ້າຈົ່ງກັບເມືອເຮືອນສາ. ຜີມານຮ້າຍໄດ້ອອກຈາກລູກສາວຂອງເຈົ້າແລ້ວ.”
30
ນາງຈຶ່ງກັບເມືອເຮືອນຂອງຕົນ ແລະ ເຫັນລູກສາວນອນຢູ່ເທິງບ່ອນນອນ, ແລະ ຜີມານຮ້າຍໄດ້ອອກໄປແລ້ວ.
31
ແລ້ວພຣະອົງໄດ້ສະເດັດອອກຈາກເມືອງຕີເຣ, ແລະ ຜ່ານໄປທາງເມືອງຊີໂດນຈົນເຖິງທະເລຄາລີເລຂຶ້ນໄປທາງຂົງເຂດເດກາໂປລີ.
32
ພວກເຂົາໄດ້ນຳຄົນຫູຫນວກປາກກືກມາຫາພຣະເຢຊູເຈົ້າ, ແລະ ພວກເຂົາຂໍຮ້ອງພຣະອົງໃຫ້ວາງມືໃສ່ລາວ.
33
ພຣະອົງຈຶ່ງພາເຂົາອອກໄປຫ່າງຈາກປະຊາຊົນຢູ່ຕ່າງຫາກ, ແລ້ວພຣະອົງ ກໍໃຊ້ນິ້ວມືແຍ່ຫູຊາຍຄົນນີ້, ແລະ ເມື່ອຖົ່ມນໍ້າລາຍແລ້ວຈຶ່ງເອົານິ້ວແປະໃສ່ລີ້ນຂອງເຂົາ.
34
ແລ້ວພຣະອົງກໍເງີຍຫນ້າຂຶ້ນສູ່ສະຫວັນ, ຊົງຖອນຫາຍໃຈແລ້ວເວົ້າກັບເຂົາວ່າ, “ເອຟາທາ” ຊຶ່ງຫມາຍຄວາມວ່າ, “ຈົ່ງໄຂອອກ!”
35
ແລະ ທັນໃດນັ້ນຫູຂອງເຂົາກໍເປີດອອກ, ແລະ ສິ່ງທີ່ຂັດລີ້ນຂອງເຂົາກໍຫລຸດອອກ ແລະ ເຂົາຈຶ່ງເວົ້າໄດ້.
36
ພຣະເຢຊູເຈົ້າກໍໄດ້ສັ່ງປະຊາຊົນບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດ. ແຕ່ຍິ່ງພຣະອົງສັ່ງຫ້າມພວກເຂົາ, ກໍຍິ່ງປ່າວປະກາດໃຫ້ຄົນຟັງໄປທົ່ວ.
37
ພວກເຂົາປະຫລາດໃຈຫລາຍທີ່ສຸດ, ຈຶ່ງເວົ້າກັນວ່າ, “ພຣະອົງຊົງເຮັດທຸກສິ່ງລ້ວນແຕ່ເປັນການດີ, ແມ່ນແຕ່ຄົນຫູຫນວກກໍເຮັດໃຫ້ໄດ້ຍິນ ແລະຄົນປາກກືກກໍເຮັດໃຫ້ເວົ້າໄດ້.”