ບົດທີ 6
\p
1
ເມື່ອອອກຈາກທີ່ນັ້ນ ພຣະເຢຊູເຈົ້າ ໄດ້ມາເຖິງບ້ານເກີດຂອງພຣະອົງ, ມີພວກສາວົກ ຕິດຕາມພຣະອົງ
2
ເມື່ອເຖິງວັນສະບາໂຕ, ພຣະເຢຊູເຈົ້າໄດ້ສັ່ງສອນໃນທັມະສາລາ. ປະຊາຊົນຫລວງຫລາຍ ທີ່ໄດ້ຍິນສິ່ງທີ່ພຣະອົງສອນກໍປະຫລາດໃຈ. ພວກເຂົາເວົ້າວ່າ, "ຄົນນີ້ ເອົາຄຳສັ່ງສອນນີ້ມາແຕ່ໃສ?" "ເຂົາໄດ້ຮັບປັນຍາແບບນີ້ມາຈາກຜູ້ໃດ?" "ເຂົາເຮັດການອັດສະຈັນນີ້ດ້ວຍມືຂອງເຂົາໄດ້ຢ່າງໃດ?"
3
"ເຂົາເປັນພຽງລູກຊ່າງໄມ້ບໍ່ແມ່ນບໍ?, ລູກຊາຍຂອງມາຣີ ອ້າຍຂອງຢາໂກໂບ, ໂຢເຊັບ, ຢູດາແລະ ຊີໂມນ ພວກນ້ອງສາວຂອງລາວກໍຢູ່ກັບເຮົາທີ່ນີ້ບໍ່ແມ່ນບໍ?” ແລະພວກເຂົາກໍບໍ່ພໍໃຈພຣະເຢຊູຂຶ້ນມາ.
4
ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ຜູ້ປະກາດພຣະທັມມັກຈະບໍ່ໄດ້ຮັບກຽດ ໃນບ້ານເກີດຂອງຕົນ, ໃນຫມູ່ຍາດພີ່ນ້ອງ ແລະຄອບຄົວຂອງຕົນ.”
5
ພຣະເຢຊູບໍ່ສາມາດເຮັດການອັດສະຈັນໃດ, ນອກຈາກວາງມື ແລະ ຮັກສາຄົນປ່ວຍສອງສາມຄົນ.
6
ພຣະອົງປະຫລາດໃຈກັບຄວາມບໍ່ເຊື່ອຂອງເຂົາ. ຫລັງຈາກນັ້ນພຣະອົງກໍໄດ້ອອກໄປສັ່ງສອນອ້ອມຮອບເຂດນັ້ນ.
7
ແລ້ວພຣະອົງໄດ້ເອີ້ນສາວົກສິບສອງຄົນເຂົ້າມາ ເພື່ອສົ່ງພວກເພິ່ນອອກໄປເປັນຄູ່ ໆ, ແລະ ພຣະອົງມອບສິດທິອຳນາດເຫນືອວິນຍານຊົ່ວຮ້າຍແກ່ເຂົາ,
8
ແລະ ພຣະອົງຊົງສັ່ງພວກເພິ່ນວ່າ, ເມື່ອພວກເພິ່ນອອກເດີນທາງຢ່າເອົາຫຍັງໄປນຳ, ນອກຈາກໄມ້ຄ້ອນເທົ້າ, ເຂົ້າຈີ່, ຢ່າເອົາກະເປົາ ແລະ ເງິນທີ່ຢູ່ໃນເຂັມຂັດໄປ -
9
ແຕ່ໃຫ້ໃສ່ເກີບຮັດສາຍ, ແລະ ຢ່ານຸ່ງ ເສື້ອຄຸມສອງຊັ້ນ”
10
ແລ້ວພຣະອົງບອກກັບພວກເຂົາວ່າ, “ຖ້າທ່ານເຂົ້າໄປພັກທີ່ເຮືອນໃດໃຫ້ຢູ່ທີ່ນັ້ນຈົນກວ່າຈາກບ່ອນນັ້ນໄປ.
11
ຖ້າເມືອງໃດບໍ່ຕ້ອນຮັບທ່ານ ຫລືບໍ່ຟັງທ່ານ, ຈົ່ງອອກຈາກທີ່ນັ້ນ, ແລະ ສັ່ນຂີ້ຝຸ່ນທີ່ຕີນຂອງພວກທ່ານອອກ.” ເພື່ອເປັນພະຍານຕໍ່ພວກເຂົາ."
12
ພວກເພິ່ນກໍອອກໄປ ແລະ ໄດ້ປະກາດໃຫ້ຄົນເຫລົ່ານັ້ນຖິ້ມໃຈເກົ່າເອົາໃຈໃຫມ່ຫັນກັບຈາກຄວາມບາບຂອງເຂົາ.
13
ພວກເພິ່ນໄດ້ຂັບໄລ່ ວິນຍານຮ້າຍອອກຫລາຍໂຕ ແລະໄດ້ເຈີມຄົນເຈັບປ່ວຍເຫລົ່ານັ້ນດ້ວຍນໍ້າມັນ ແລະ ໄດ້ຮັກສາພວກເຂົາໃຫ້ຫາຍດີ.
14
ເມື່ອກະສັດເຮໂຣດໄດ້ຍິນເລື່ອງນີ້ເພາະຊື່ຂອງພຣະເຢຊູເຈົ້າໄດ້ຊ່າລືໄປບາງຄົນບອກວ່າເປັນ, “ໂຢຮັນບັບຕິສະໂຕທີ່ຄືນມາຈາກຄວາມຕາຍ, ດ້ວຍເຫດນີ້ເພິ່ນຈຶ່ງມີຣິດອຳນາດ ເຮັດການອັດສະຈັນ.”
15
ບາງຄົນກໍບອກວ່າ,“ເພິ່ນແມ່ນ ເອລີຢາ." ບາງຄົນກໍບອກວ່າ, “ເພິ່ນເປັນຜູ້ທຳນວາຍ, ແບບດຽວກັບຜູ້ທຳນວາຍໃນສະໄຫມກ່ອນ.”
16
ແຕ່ເມື່ອກະສັດເຮໂຣດໄດ້ຍິນເພິ່ນກໍເວົ້າວ່າ“ໂຢຮັນທີ່ຖືກຕັດຫົວຜູ້ນັ້ນແຫລະໄດ້ຄືນມີຊີວິດອີກ.”
17
ເພາະກະສັດເຮໂຣດສັ່ງຄົນໄປຈັບໂຢຮັນແລະຂັງລາວໄວ້ໃນຄຸກ, ດ້ວຍເຫດຈາກນາງເຮໂຣເດັຽ(ເມັຽຂອງຟິລິບນ້ອງຊາຍຂອງເຂົາ) ທີ່ເຮໂຣດແຕ່ງງານນຳ.
18
ໂຢຮັນບັບຕິສະໂຕໄດ້ບອກກັບ ເຮໂຣດ ວ່າ, “ບໍ່ຖືກຕ້ອງທີ່ທ່ານຈະເອົານ້ອງໃພ້ຂອງທ່ານມາເປັນເມັຽ.”
19
ດັ່ງນັ້ນນາງເຮໂຣເດັຽຈຶ່ງຄຽດແຄ້ນໃຫ້ໂຢຮັນແລະຕ້ອງການຂ້າລາວ: ແຕ່ນາງເຮັດບໍ່ໄດ້,
20
ຍ້ອນເຮໂຣດຢ້ານຢຳໂຢຮັນ, ເພາະວ່າໂຢຮັນເປັນຄົນດີແລະ ບໍຣິສຸດສັດຊື່. ເຮໂຣດຈຶ່ງປ້ອງກັນລາວໄວ້. ແມ່ນເຮໂຣດບໍ່ພໍໃຈໃນສິ່ງທີ່ໂຢຮັນເວົ້າ ແຕ່ເຖິງປານນັ້ນ ເພິ່ນກໍຍອມຟັງດ້ວຍຄວາມຍິນດີ.
21
ກໍເປັນວັນທີ່ໄດ້ໂອກາດ ໃນວັນສະຫລອງວັນເກີດຂອງກະສັດເຮໂຣດ ເພິ່ນໄດ້ເຊີນບັນດາຂ້າຣາຊະການຂັ້ນສູງມາຮ່ວມບັນດາ ນາຍທະຫານໃນກອງທັບ, ຕະຫລອດທັງ ບຸກຄົນສຳຄັນຕ່າງໆໃນແຂວງຄາລີເລ.
22
ລູກສາວ ຂອງນາງເຮໂຣເດຍ ໄດ້ເຂົ້າມາໃນງານລ້ຽງ ແລະ ຟ້ອນ ຕໍ່ຫນ້າຄົນທັງຫລາຍ, ກະສັດເຮໂຣດ ແລະ ແຂກທີ່ມາໃນງານ ພໍໃຈ. ກະສັດເຮໂຣດ ຈຶ່ງກ່າວແກ່ນາງວ່າ,“ເຈົ້າຢາກໄດ້ສິ່ງໃດຈົ່ງຂໍມາ? ເຮົາຈະໃຫ້ສິ່ງນັ້ນ.”
23
ແລ້ວເຮໂຣດກໍສັນຍາກັບນາງວ່າ, “ເຈົ້າຈົ່ງຂໍຫຍັງກໍໄດ້ທີ່ເຈົ້າຕ້ອງການເຮົາຈະໃຫ້ຈະຂໍເຄິ່ງຫນຶ່ງຂອງອານາຈັກຂອງເຮົາກໍໄດ້.”
24
ແລ້ວນາງຈຶ່ງອອກໄປຖາມແມ່ຂອງຕົນວ່າ,“ຈະຂໍສິ່ງໃດດີ?”ແມ່ຈຶ່ງຕອບວ່າ, “ຂໍຫົວຂອງໂຢຮັນບັບຕິສະໂຕ”.
25
ນາງຈຶ່ງກັບຄືນໄປຫາກະສັດທັນທີ ແລະເວົ້າວ່າ, “ຂ້ານ້ອຍຕ້ອງການເອົາຫົວຂອງໂຢຮັນບັບຕິສະໂຕໃສ່ຖາດມາໃຫ້ຂ້ານ້ອຍດຽວນີ້.”
26
ເມື່ອກະສັດໄດ້ຍິນກໍເປັນທຸກໃຈ, ແຕ່ເພິ່ນໄດ້ສັນຍາໄວ້ກັບນາງແລ້ວ ຕໍ່ຫນ້າ ບັນດາແຂກທັງຫມົດທ່ານຈຶ່ງບໍ່ສາມາດປະຕິເສດຄຳຂໍຂອງນາງໄດ້.
27
ເພິ່ນຈຶ່ງສັ່ງທະຫານ ຍາມໃຫ້ອອກໄປ ແລະ ນຳເອົາຫົວຂອງໂຢຮັນເຂົ້າມາ, ທະຫານຈຶ່ງໄປທີ່ຄຸກ ແລະ ຕັດຫົວຂອງໂຢຮັນ.
28
ເຂົານຳຫົວຂອງໂຢຮັນໃສ່ຖາດເຂົ້າມາມອບໃຫ້ແກ່ນາງ ແລະ ນາງກໍນຳໄປໃຫ້ແມ່ຂອງຕົນ.
29
ເມື່ອພວກສິດຂອງໂຢຮັນຮູ້ຂ່າວນີ້, ກໍເຂົ້າມາຮັບຮ່າງຂອງເພິ່ນເພື່ອນຳໄປຝັງໄວ້ໃນອຸໂມງ.
30
ແລ້ວອັກຄະສາວົກໄດ້ກັບມາຫາ ພຣະເຢຊູເຈົ້າແລ້ວເລົ່າທຸກສິ່ງທີ່ພວກຕົນໄດ້ເຮັດແລະໄດ້ສັ່ງສອນ
31
ແລະພຣະອົງໄດ້ ກ່າວແກ່ພວກເຂົາວ່າ “ຈົ່ງແຍກກັນອອກໄປບ່ອນມິດງຽບເພື່ອໃຫ້ພວກເຈົ້າ ພັກຜ່ອນ ຈັກຄາວຫນຶ່ງ.” ເພາະມີຄົນຫລວງຫລາຍໄປໆມາໆ ແລະ ພວກເຂົາບໍ່ມີເວລາແມ່ນຈະກິນເຂົ້າ.
32
ສະນັ້ນພຣະເຢຊູເຈົ້າກັບພວກສາວົກຈຶ່ງຂຶ້ນເຮືອອອກໄປບ່ອນທີ່ມິດງຽບຕ່າງຫາກ.
33
ແຕ່ປະຊາຊົນຫລາຍຄົນເຫັນ ພຣະເຢຊູເຈົ້າກັບພວກສາວົກອອກໄປແລະພວກເຂົາຈື່ສາວົກໄດ້. ປະຊາຊົນຈາກເມຶອງຕ່າງໆ, ຈຶ່ງເດີນທາງຍ່າງໄປລ່ວງຫນ້າກ່ອນ ພຣະເຢຊູເຈົ້າກັບພວກສາວົກຈະໄປເຖິງນັ້ນ.
34
ເມື່ອພຣະເຢຊູເຈົ້າກັບສາວົກມາເຖິງຝັ່ງກໍເຫັນປະຊາຊົນຫມູ່ໃຫຍ່ຖ້າຢູ່ ແລະພຣະອົງ ສົງສານພວກເຂົາເພາະພວກເຂົາເປັນເຫມືອນຝູງແກະທີ່ບໍ່ມີຜູ້ລ້ຽງ. ສະນັ້ນພຣະອົງຈຶ່ງຕັ້ງຕົ້ນ ສັ່ງສອນພວກເຂົາຫລາຍເລື່ອງ.
35
ຄ້າຍຄໍ່າມາແລ້ວ, ພວກສາວົກກໍເຂົ້າມາຫາພຣະເຢຊູເຈົ້າ ແລະ ໄດ້ເວົ້າວ່າ, “ພຣະອົງເອີຍຕອນນີ້ກໍຄໍ່າແລ້ວເດ ແລະ ທີ່ນີ້ກໍເປັນປ່າ.
36
ໃຫ້ປະຊາຊົນເລີກເມືອຍັງເມືອງ ຫລື ຫມູ່ບ້ານໃກ້ໆເພື່ອຈະຫາຊື້ອາຫານກິນຕາມບ້ານແຖບນີ້ສາ.”
37
ແຕ່ພຣະອົງຕອບພວກເຂົາວ່າ, “ພວກເຈົ້າຈົ່ງຫາອາຫານໃຫ້ພວກເຂົາກິນສາ.” ພວກສາວົກຕອບພຣະອົງວ່າ, “ເຮົາຈະເອົາເງິນໄປຫາຊື້ອາຫານລາຄາເຖິງ ສອງຮ້ອຍຫລຽນເງິນ ໃຫ້ພວກເຂົາກິນບໍ?”
38
ດັ່ງນັ້ນພຣະເຢຊູເຈົ້າຈຶ່ງຖາມພວກເພິ່ນ ວ່າ,“ພວກເຈົ້າມີເຂົ້າຈີ່ຈັກກ້ອນ? ຈົ່ງໄປເບິ່ງດູ?." ເມື່ອພວກເພິ່ນໄປຊອກເບິ່ງແລ້ວກໍມາບອກ ພຣະເຢຊູເຈົ້າວ່າ, “ມີເຂົ້າຈີ່ຫ້າກ້ອນກັບປາສອງໂຕ.”
39
ແລ້ວພຣະອົງກໍບອກປະຊາຊົນນັ່ງລົງລວມເຂົ້າກັນໃຫ້ເປັນຫມູ່ໆ ນັ່ງລົງຕາມທົ່ງຫຍ້າ.
40
ພວກເຂົາຈຶ່ງນັ່ງລົງເປັນກຸ່ມ; ກຸ່ມລະຮ້ອຍຄົນ ແລະ ກຸ່ມລະຫ້າສິບ ຄົນ.
41
ເມື່ອພຣະອົງຈັບເອົາເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕນັ້ນ, ແລະເງີຍຫນ້າຂຶ້ ສູ່ສະຫວັນໂມທະນາຂອບພຣະຄຸນພຣະເຈົ້າ ແລ້ວຫັກເຂົ້າຈີ່ຍື່ນໃຫ້ພວກສາວົກນຳໄປແຈກຢາຍແກ່ປະຊາຊົນ. ພຣະອົງຍັງໄດ້ແບ່ງປັນປາສອງໂຕໃຫ້ພວກເຂົາທັງຫລາຍດ້ວຍ.
42
ພວກເຂົາໄດ້ກິນຈົນກວ່າທຸກຄົນໄດ້ອີ່ມເຕັມ.
43
ພວກສາວົກກໍເກັບເສດເຂົ້າຈີ່, ແລະ ປາທີ່ເຫລືອໄດ້ທັງຫມົດສິບສອງກະບຸງ.
44
ໃນວັນນັ້ນ ມີຜູ້ຊາຍຫ້າພັນຄົນທີ່ໄດ້ກິນເຂົ້າຈີ່.
45
ແລ້ວພຣະເຢຊູເຈົ້າໃຫ້ ບັນດາພວກສາວົກລົງຂີ່ເຮືອທັນທີ ແລະ ຂ້ວາມຟາກລ່ວງຫນ້າພຣະອົງໄປເມືອງເບັດສາອີດາ, ໃນຂະນະທີ່ພຣະອົງ ຄອຍສົ່ງປະຊາຊົນໃຫ້ເລີກເມືອ.
46
ເມື່ອພວກສາວົກອອກໄປແລ້ວ, ພຣະອົງໄດ້ຂຶ້ນໄປເທິງພູເຂົາເພື່ອພາວັນນາອະທິຖານ.
47
ຄໍ່າມາແລ້ວ, ແລະ ພວກສາວົກໄດ້ຂີ່ເຮືອໄປນັ້ນກໍຢູ່ກາງທະເລ, ສ່ວນພຣະອົງຍັງຢູ່ທີ່ພູເຂົາຕາມລຳພັງ.
48
ເມື່ອພຣະອົງເຫັນວ່າພວກເຂົາພາຍເຮືອ ໄປໄດ້ດ້ວຍຄວາມຍາກລຳບາກຫລາຍເພາະເຮືອຕ້ານທວນລົມຢູ່, ເວລາປະມານຂ້ອນແຈ້ງພຣະອົງ ຈຶ່ງຍ່າງເທິງຫນ້ານໍ້າ ແລະ ກຳລັງຈະຜ່ານພວກເຂົາ.
49
ແຕ່ເມື່ອພວກສາວົກ ເຫັນພຣະອົງຍ່າງເທິງຫນ້ານໍ້າກໍຄິດວ່າເປັນຜີຈຶ່ງຮ້ອງຕົກໃຈ,
50
ເພາະສາວົກໄດ້ເຫັນພຣະອົງຕ່າງກໍຢ້ານກົວ. ພວກເຂົາພາກັນຮ້ອງຕົກໃຈໃນທັນໃດນັ້ນພຣະເຢຊູເຈົ້າກ່າວວ່າ, “ຢ່າຢ້ານເລີຍແມ່ນເຮົາເອງຢ່າສູ່ຢ້ານ!"
51
ພຣະອົງກໍລົງໄປໃນເຮືອຫາພວກເພິ່ນ, ແລະ ລົມກໍງຽບລົງ. ພວກສາວົກປະຫລາດໃຈໃນສິ່ງອັດສະຈັນ.
52
ເພາະພວກເພິ່ນບໍ່ເຂົ້າໃຈຄວາມຫມາຍ ອັນແທ້ຈິງເລື່ອງເຂົ້າຈີ່, ແລະ ຫົວໃຈຂອງພວກເພິ່ນ ຍັງແຂງກະດ້າງ ແລະ ປຶກຕັນຢູ່.
53
ເມື່ອພຣະເຢຊູເຈົ້າ ແລະ ພວກສາວົກໄດ້ຂ້ວາມຟາກມາເຖິງທ່າເມືອງເຄັນເນຊາເຣັດ ກໍຈອດເຮືອໄວ້.
54
ເມື່ອພວກເຂົາຂຶ້ນຈາກເຮືອ, ປະຊາຊົນກໍຮູ້ຈັກວ່າແມ່ນພຣະເຢຊູເຈົ້າ.
55
ແລະ ພວກເຂົາຈຶ່ງຮີບຟ້າວເຂົ້າໄປໃນເມືອງ ແລະ ບ່ອນໃດກໍຕາມທີ່ໄດ້ຍິນວ່າພຣະອົງຢູ່ ພວກເຂົາກໍນຳເອົາຄົນເຈັບປ່ວຍໃສ່ບ່ອນນອນຫາມມາຫາພຣະອົງ.
56
ເມື່ອພຣະອົງສະເດັດເຂົ້າໄປທີ່ຫມູ່ບ້ານ, ເມືອງ ຫລື ເເຂວງໃດ, ຫລື ປະເທດໃດ, ຄົນເຫລົ່ານັ້ນຈະເອົາຄົນເຈັບປ່ວຍມາວາງໄວ້ຕາມແຄມທາງບ່ອນຊຸມຊົນ. ພວກເຂົາໃຫ້ຄົນເຈັບປ່ວຍເຫລົ່ານັ້ນໄດ້ບາຍແຕ່ແຄມເຄື່ອງນຸ່ງຫົ່ມຂອງພຣະອົງ, ແລະຄົນຈຳນວນຫລາຍໄດ້ບາຍແຄມເສື້ອພຣະອົງ ກໍຖືກໂຜດໃຫ້ດີພະຍາດທຸກຄົນ.