1
ພວກເຂົາຂ້ວາມມາອີກຟາກຫນຶ່ງຂອງ ທະເລເຖິງເຂດແດນເຄຣາຊາ.
2
ເມື່ອພຣະເຢຊູເຈົ້າອອກຈາກເຮືອທັນໃດນັ້ນ ມີຊາຍຜູ້ຫນຶ່ງຖືກຜີຊົ່ວຮ້າຍສິງຢູ່ໄດ້ແລ່ນອອກຈາກອຸໂມງຝັງສົບມາພົບພຣະອົງ.
3
ຊາຍຜູ້ນີ້ອາສັຍຢູ່ໃນອຸບໂມງຝັງສົບ. ບໍ່ມີຜູ້ໃດສາມາດມັດ ຫລື ແມ່ນແຕ່ລ່າມໂສ້ມັນໄວ້ໄດ້.
4
ເຂົາຖືກລ່າມໂສ້ໃສ່ຕີນຜູກມັດໄວ້ຫລາຍເທື່ອແລ້ວ, ແຕ່ມັນກໍຫັກໂສ້ໃຫ້ຂາດ ແລະ ຫັກໃຫ້ຫມຸ່ນ. ບໍ່ມີຜູ້ໃດທີ່ມີກຳລັງທີ່ສາມາດປາບມັນໄດ້.
5
ເຂົາແຜດສຽງຮ້ອງທັງຄືນທັງເວັນຢູ່ໃນອຸໂມງຝັງສົບແລະຕາມພູເຂົາ ເຂົາປາດຕາມເນື້ອຕົວຂອງຕົນເອງດ້ວຍຫີນແຫລມຄົມ.
6
ເມື່ອ ເຂົາຫລຽວເຫັນພຣະເຢຊູເຈົ້າແຕ່ໄກ ເຂົາຈຶ່ງແລ່ນມາຫາແລະຂາບລົງຕໍ່ຫນ້າພຣະອົງ,
7
ເຂົາຮ້ອງດ້ວຍສຽງອັນດັງວ່າ, “ພຣະເຢຊູພຣະບຸດຂອງພຣະເຈົ້າຜູ້ສູງສຸດເອີຍ, ຂ້ານ້ອຍຫຍຸ້ງກ່ຽວ ຫຍັງກັບທ່ານບໍ? ຂ້ານ້ອຍຂໍຮ້ອງທ່ານເພື່ອເຫັນແກ່ພຣະເຈົ້າຢ່າທໍຣະມານຂ້ານ້ອຍເລີຍ”.
8
ເພາະພຣະເຢຊູເຈົ້າໄດ້ບອກມັນວ່າ, “ເຈົ້າຜີຊົ່ວຮ້າຍຈົ່ງອອກຈາກຊາຍຄົນນີ້ແມ”.
9
ພຣະອົງໄດ້ຖາມມັນວ່າ, “ມຶງຊື່ຫຍັງ?” ມັນຕອບພຣະອົງວ່າ,“ຂ້ານ້ອຍຊື່ກອງທັບເພາະ ພວກຂ້ານ້ອຍມີຢູ່ດ້ວຍກັນຫລາຍໂຕ.”
10
ມັນຂໍຮ້ອງນຳພຣະອົງຊ້ຳແລ້ວຊ້ຳອີກບໍ່ໃຫ້ຂັບໄລ່ພວກ ມັນອອກໄປຈາກເຂດແດນນີ້.
11
ບັດນີ້ມີຫມູຝູງໃຫຍ່ກຳລັງຫາກິນຢູ່ຕາມເນີນພູ,
12
ແລະ ພວກມັນຂໍນຳພຣະເຢຊູເຈົ້າວ່າ, “ໃຫ້ພວກເຮົາເຂົ້າໄປສິງຢູ່ໃນຝູງຫມູນັ້ນເຖີດ.”
13
ພຣະອົງຈຶ່ງຊົງອະນຸຍາດຕາມນັ້ນ ພວກຜີຊົ່ວຮ້າຍຈຶ່ງອອກມາ ແລະ ເຂົ້າໄປສິງຢູ່ໃນຝູງຫມູ, ຫມູທັງຫມົດປະມານສອງພັນໂຕ ກໍຟ້າວແລ່ນໂຕນຫນ້າຜາຊັນລົງສູ່ທະເລຈົມນໍ້າຕາຍຫມົດ.
14
ພວກຄົນລ້ຽງຫມູໄດ້ແລ່ນຫນີໄປ ແລະ ໄດ້ເລົ່າສິ່ງທີ່ເກີດຂຶ້ນໃຫ້ແກ່ຄົນທີ່ຢູ່ໃນເມືອງນັ້ນ ແລະ ຕາມນອກເມືອງໄດ້ຟັງ, ແລະ ດັ່ງນັ້ນຄົນຫລວງຫລາຍຈຶ່ງພາກັນອອກມາເບິ່ງເຫດການທີ່ເກີດຂຶ້ນ.
15
ຫລັງຈາກນັ້ນພວກເຂົາຈຶ່ງມາຫາພຣະເຢຊູເຈົ້າ ແລະ ພວກເຂົາໄດ້ເຫັນຊາຍທີ່ຜີມານຮ້າຍທັງກອງທັບສິງຢູ່ນັ້ນກຳລັງນັ່ງສະຫງົບຢູ່ເຂົາສວມເສື້ອຜ້າ, ແລະ ມີສະຕິກັບຄືນມາ; ແລະ ພວກເຂົາຈຶ່ງຮູ້ສຶກຢ້ານກົວຫລາຍ.
16
ຜູ້ທີ່ເຫັນສິ່ງທີ່ເກີດຂຶ້ນກັບຊາຍທີ່ຖືກຜີຮ້າຍສິງ ກໍໄດ້ເລົ່າເຫດການຢ່າງລະອຽດໃຫ້ພວກເຂົາຟັງ, ແລະ ກໍພວກເຂົາກໍໄດ້ຮັບຟັງເລື່ອງຫມູດ້ວຍ.
17
ພວກເຂົາ ຈຶ່ງເລີ່ມຂໍຮ້ອງພຣະອົງໃຫ້ຫນີອອກໄປຈາກ ເຂດແດນຂອງພວກຕົນ.
18
ເມື່ອພຣະອົງສະເດັດລົງເຮືອ, ຊາຍທີ່ຖືກຜີສິງຂໍຮ້ອງພຣະອົງໃຫ້ເຂົາຕິດຕາມໄປດ້ວຍ.
19
ແຕ່ພຣະອົງບໍ່ອະນຸຍາດ. ໂດຍກ່າວກັບເຂົາວ່າ, “ຈົ່ງກັບເມືອບ້ານຫາພີ່ນ້ອງຂອງເຈົ້າແລະບອກໃຫ້ພວກເຂົາຟັງ ເຖິງສິ່ງທີ່ພຣະຜູ້ເປັນເຈົ້າໄດ້ເຮັດສຳລັບເຈົ້າ, ແລະພຣະເມດຕາທີ່ພຣະອົງຊົງສຳແດງໃຫ້ແກ່ເຈົ້າ.”
20
ເຂົາຈຶ່ງຈາກໄປແລະຕັ້ງຕົ້ນປະກາດຄວາມຍິ່ງໃຫຍ່ທີ່ພຣະເຢຊູເຈົ້າໄດ້ເຮັດແກ່ຕົນໃນແຂວງເດກາໂປລີ, ແລະທຸກຄົນກໍງຶດປະຫລາດໃຈ.
21
ເມື່ອ ພຣະເຢຊູເຈົ້າຂີ່ເຮືອຂ້າມຟາກໄປອີກຝັ່ງ, ຂະນະທີ່ພຣະອົງຢູ່ທີ່ແຄມທະເລໄດ້ມີປະຊາຊົນຫມູ່ໃຫຍ່ມາເຕົ້າໂຮມກັນອ້ອມພຣະອົງ.
22
ມີຊາຍຄົນຫນຶ່ງຊື່ວ່າຢາອີໂຣເປັນນາຍທັມະສາລາໄດ້ມາຫາພຣະອົງເມື່ອເຂົາເຫັນພຣະເຢຊູເຈົ້າ, ຈຶ່ງກົ້ມຂາບລົງທີ່ຕີນຂອງພຣະອົງ
23
ເຂົາຮ້ອງຂໍຄວາມຊ່ວຍເຫລືອຈາກພຣະເຢຊູເຈົ້າວ່າ, "ລູກສາວຂ້ານ້ອຍເຈັບຫນັກໃກ້ຈະຕາຍແລ້ວ. ຂໍພຣະອົງສະເດັດໄປ ແລະວາງມືໃສ່ນາງດ້ວຍເຖີດເພື່ອລາວຈະຫາຍດີ ແລະມີຊີວິດ."
24
ດັ່ງນັ້ນພຣະເຢຊູເຈົ້າກໍໄປກັບລາວມີປະຊາຊົນຫລວງຫລາຍໄດ້ຕິດຕາມພຣະອົງ ແລະ ລ້ອມຮອບບຽດສຽດພຣະອົງ.
25
ມີຍິງຄົນຫນຶ່ງທີ່ເປັນພະຍາດເລືອດຕົກໄດ້ສິບສອງປີ,
26
ນາງເປັນທຸກຫລາຍກັບການຮັກສາຈາກຫມໍຢ່າງມາກມາຍ ແລະ ທຸ້ມເທທຸກຢ່າງທີ່ນາງມີ, ແຕ່ບໍ່ໄດ້ຊ່ວຍອັນໃດທັງອາການກັບຮຸນແຮງຂຶ້ນກວ່າເກົ່າອີກ.
27
ນາງເຄີຍໄດ້ຍິນເລື່ອງລາວກ່ຽວກັບພຣະເຢຊູເຈົ້າ, ດັ່ງນັ້ນນາງຈຶ່ງຍ່າງຕາມຫລັງພຣະອົງຂະນະຊົງເດີນໄປກັບປະຊາຊົນ ແລະ ນາງໄດ້ບາຍເຄື່ອງນຸ່ງ ຂອງພຣະອົງ.
28
ເນື່ອງຈາກນາງໄດ້ກ່າວວ່າ, “ຖ້າເຮົາ ໄດ້ບາຍພຽງແຕ່ເຄື່ອງນຸ່ງຂອງພຣະອົງ, ເຮົາກໍຈະຫາຍດີ.”
29
ໃນຂະນະທີ່ນາງບາຍເຄື່ອງນຸ່ງຂອງພຣະອົງ. ເລືອດຂອງນາງກໍຢຸດໄຫລທັນທີ, ນາງສຳພັດໄດ້ວ່າຮ່າງກາຍຂອງນາງໄດ້ຮັບການຮັກສາຈາກຄວາມເຈັບປ່ວຍທີ່ເປັນຢູ່.
30
ທັນໃດນັ້ນພຣະເຢຊູເຈົ້າກໍຮູ້ໄດ້ວ່າ ຣິດອຳນາດຂອງພຣະອົງໄດ້ໄຫລອອກຈາກພຣະອົງ. ພຣະອົງຈຶ່ງຫັນຫນ້າມາທາງປະຊາຊົນ ແລະ ໄດ້ຖາມວ່າ,“ຜູ້ໃດບາຍເຄື່ອງນຸ່ງຂອງເຮົາ?”