ບົດທີ 4
\p
1
ພຣະເຢຊູເຈົ້າຊົງເລີ້ມຕົ້ນສອນປະຊາຊົນອີກຄັ້ງຫນຶ່ງທີ່ແຄມທະເລຊຶ່ງມີປະຊາຊົນຫລວງຫລາຍມາຟັງຄຳສອນຂອງພຣະອົງ. ພຣະອົງຈຶ່ງສະເດັດລົງໄປໃນເຮືອ ແລະ ນັ່ງຢູ່ໃນເຮືອ ສ່ວນປະຊາຊົນໄດ້ນັ່ງທີ່ແຄມຝັ່ງທະເລ.
2
ພຣະອົງສອນຫລາຍຢ່າງໂດຍໃຊ້ຄຳອຸປະມາພຣະອົງໄດ້ສອນວ່າ,
3
“ຈົ່ງຟັງເຖີດ ມີຊາຍຄົນຫນຶ່ງອອກໄປຫວ່ານເມັດພືດ.
4
ຂະນະທີ່ເຂົາຫວ່ານເມັດພືດລົງໄປນັ້ນ, ບາງເມັດຕົກຕາມຫົນທາງ ແລ້ວມີນົກມາສັບກິນເສັຽ.
5
ບາງເມັດ ຕົກໃສ່ດິນທີ່ມີຫີນ, ທີ່ມີດິນຫນ້ອຍແລະພືດນັ້ນຈຶ່ງງອກຂຶ້ນມາໃນທັນທີເພາະພື້ນດິນບໍ່ເລິກ.
6
ແຕ່ເມື່ອຖືກແສງແດດກ້າ, ພືດນັ້ນກໍຫ່ຽວແຫ້ງໄປເນື່ອງຈາກຮາກຍັງບໍ່ເລິກ.
7
ເມັດພືດອື່ນທີ່ໄດ້ຕົກໃສ່ຫນາມ ແລະ ຕົ້ນຫນາມເຫລົ່ານີ້ກໍໃຫຍ່ຂຶ້ນດ້ວຍກັນແລະຫຸ້ມຮັດພືດເຫລົ່ານັ້ນໄວ້ຈຶ່ງເກີດຜົນບໍ່ໄດ້.
8
ບາງເມັດກໍຕົກໃສ່ພື້ນດິນທີ່ດີ, ຊຶ່ງເຮັດໃຫ້ພືດນັ້ນງອກງາມຈະເຣີນເຕີບໂຕ ແລະເກີດຜົນໄດ້ໂດຍບາງສ່ວນກໍອອກຜົນເປັນສາມສິບເທົ່າ, ຫົກສິບເທົ່າ ແລະຮ້ອຍເທົ່າ.”
9
ແລະ ພຣະອົງຈຶ່ງໄດ້ກ່າວວ່າ, “ຜູ້ໃດມີຫູຟັງຈົ່ງຟັງເຖີດ!"
10
ເມື່ອພຣະເຢຊູເຈົ້າຢູ່ຕາມລຳພັງກໍມີຜູ້ຄົນທີ່ໃກ້ຊິດພຣະອົງແລະສາວົກສິບສອງຄົນ ມາຫາພຣະອົງແລະຖາມກ່ຽວກັບຄຳອຸປະມານັ້ນ.
11
ພຣະອົງຈຶ່ງຊົງຕອບພວກເພິ່ນ ວ່າ,"ສຳລັບພວກທ່ານ, ເຮົາໄດ້ເປີດເຜີຍຄວາມເລິກລັບແຫ່ງອານາຈັກສະຫວັນໃຫ້ກັບທ່ານ, ແຕ່ຄົນອື່ນນັ້ນເຮົາກ່າວກັບພວກເຂົາເປັນຄຳອຸປະມາ
12
ເພື່ອວ່າເມື່ອພວກເຂົາເບິ່ງແລ້ວເບິ່ງອີກກໍເບິ່ງບໍ່ເຫັນ, ແລະ ເມື່ອເຂົາຟັງແລ້ວ, ຟັງອີກແຕ່ກໍບໍ່ເຂົ້າໃຈ, ບໍ່ສະນັ້ນພວກເຂົາ ຈະກັບມາຫາພຣະເຈົ້າ ແລະ ຮັບການການຍົກໂທດຈາກພຣະອົງ."
13
ແລ້ວພຣະເຢຊູເຈົ້າໄດ້ເວົ້າກັບພວກເພິ່ນວ່າ, “ພວກທ່ານບໍ່ເຂົ້າໃຈຄຳອຸປະມານີ້ບໍ? ແລ້ວພວກທ່ານຈະເຂົ້າໃຈຄຳອຸປະມາທັງຫມົດນັ້ນໄດ້ຢ່າງໃດ?
14
ຊາວນາຜູ້ຫວ່ານໄດ້ຫວ່ານເມັດພືດ ຄືຜູ້ທີ່ຫວ່ານພຣະທັມຂອງພຣະເຈົ້າ.
15
ເມັດທີ່ຕົກຕາມຫົນທາງ, ໃນບ່ອນທີ່ໄດ້ຫວ່ານຖ້ອຍຄຳຂອງພຣະເຈົ້າ, ເມື່ອເຂົາໄດ້ຍິນພຣະທັມນັ້ນມານຊາຕານກໍມາເອົາພຣະທັມຈາກເຂົາໄປເສັຽທັນທີ.
16
ບາງສ່ວນຕົກໃສ່ພື້ນຫີນທີ່ດິນທີ່ມີຫນ້ອຍ, ຄືຜູ້ທີ່ໄດ້ຍິນພຣະທັມແລ້ວ, ກໍຮັບເອົາໄວ້ທັນທີດ້ວຍຄວາມຊື່ນຊົມຍິນດີ.
17
ພວກເຂົາບໍ່ມີຮາກຫມັ້ນໃນເຂົາເອງ, ຈຶ່ງເຮັດໃຫ້ເຂົາມີຄວາມອົດທົນໄດ້ພຽງເວລາສັ້ນໆ. ໃນເມື່ອໄດ້ຮັບຄວາມຍາກລຳບາກ ຫລື ຖືກຂົ່ມເຫັງເພາະພຣະທັມພວກເຂົາຈຶ່ງສະດຸດທັນທີ.
18
ແລະ ບາງເມັດຕົກໃສ່ພື້ນດິນກາງພຸ່ມຫນາມ, ຄືຜູ້ທີ່ໄດ້ຟັງພຣະທັມ.
19
ແຕ່ຍັງມີຄວາມສົນໃຈກັບໂລກນີ້, ການຫລອກລວງດ້ວຍຄວາມຮັ່ງມີ, ແລະທັງມີຄວາມປາຖນາໃນສິ່ງຕ່າງໆໄດ້ເຂົ້າ ຊຶ່ງສິ່ງເຫລົ່ານີ້ມາຫຸ້ມຮັດ ພຣະທັມໄວ້ບໍ່ໃຫ້ເກີດຜົນ.
20
ສ່ວນເມັດທີ່ ຕົກໃສ່ພື້ນດິນທີ່ດີ, ຄືຜູ້ທີ່ໄດ້ຟັງພຣະທັມແລ້ວ, ຮັບໄວ້ຈຶ່ງເຮັດໃຫ້ເກີດຜົນ - ສາມສິບເທົ່າ, ຫົກສິບເທົ່າ ແລະ ຫນຶ່ງຮ້ອຍເທົ່າ.”
21
ພຣະເຢຊູເຈົ້າກ່າວກັບພວກເຂົາ ວ່າ, “ເມື່ອທ່ານນຳຕະກຽງເຂົ້າມາໃນເຮືອນນັ້ນທ່ານນຳເອົາໄປວາງໄວ້ຢູ່ກ້ອງຖັງ, ຫລືວ່ານຳໄປວາງໄວ້ກ້ອງຕຽງນອນບໍ? ທ່ານຍ່ອມນຳໄປ ຕັ້ງໄວ້ເທິງເຊີງຕະກຽງ.
22
ເຊັ່ນດຽວກັນ ບໍ່ມີສິ່ງໃດທີ່ຖືກປິດຊ້ອນໄວ້ຈະບໍ່ມີໃຜຮູ້, ແລະ ບໍ່ມີຄວາມລັບໃດຈະບໍ່ຖືກເປີດເຜີຍ,
23
ຜູ້ໃດມີຫູຟັງຈົ່ງຟັງເອົາ!"
24
ພຣະເຢຊູເຈົ້າກ່າວກັບພວກເຂົາ ວ່າ, “ທ່ານຈົ່ງເອົາໃຈໃສ່ໃນສິ່ງທີ່ທ່ານໄດ້ຍິນ, ດ້ວຍວ່າ ພວກທ່ານຈະວັດແທກໃຫ້ຄົນອື່ນດ້ວຍ ເຄື່ອງວັດແທກຢ່າງໃດ, ພຣະອົງກໍຈະວັດແທກໃຫ້ກັບພວກທ່ານດ້ວຍເຄື່ອງວັດແທກຢ່າງນັ້ນ.
25
ດ້ວຍວ່າ, ຜູ້ໃດທີ່ມີຢູ່ແລ້ວ, ພຣະອົງກໍຈະເພີ້ມຕື່ມໃຫ້ອີກ, ແຕ່ຜູ້ໃດທີ່ບໍ່ມີ ແມ່ນວ່າເຂົາມີຢູ່ນັ້ນ ພຣະອົງກໍຈະເອົາໄປເສັຽຈາກເຂົາ.”
26
ແລະພຣະອົງກ່າວວ່າ, “ອານາຈັກຂອງພຣະເຈົ້າເປັນເຫມືອນຊາຍຄົນຫນຶ່ງໄດ້ຫວ່ານເມັດພືດໃສ່ນາຂອງຕົນ.
27
ເມື່ອເຂົາ ນອນຫລັບໃນເວລາກາງຄືນແລ້ວຕື່ນຂຶ້ນມາໃນຕອນກາງເວັນເມັດທີ່ເຂົາຫວ່ານກໍງອກ ແລະ ຈະເຕີບໃຫຍ່ຂຶ້ນເຂົາບໍ່ສາມາດເຂົ້າໃຈວ່າເປັນໄປໄດ້ຢ່າງໃດ.
28
ເພາະວ່າແຜ່ນດິນເຮັດໃຫ້ ເມັດພືດງອກງາມເຕີບໂຕຂຶ້ນເອງ. ທຳອິດອອກເປັນໃບກ່ອນແລ້ວຕໍ່ມາເປັນຮວງຕໍ່ຈາກນັ້ນກໍມີເມັດເຂົ້າຕຶ່ງເຕັມຮວງ.
29
ເມື່ອຮວງເຂົ້າສຸກ ແລະ ພ້ອມທີ່ຈະເກັບກຽ່ວພຣະອົງກໍສົ່ງຄົນມາກ່ຽວໃນທັນທີ, ເພາະເວລາທີ່ຈະເກັບກ່ຽວໄດ້ມາເຖິງແລ້ວ.”
30
ພຣະເຢຊູເຈົ້າກ່າວວ່າ, “ເຮົາຈະປຽບແຜ່ນດິນສະຫວັນເຫມືອນອັນໃດດີ? ຫລືຈະເວົ້າເປັນຄຳອຸປະມາຢ່າງໃດ?
31
ກໍປຽບເຫມືອນແກ່ນຜັກກາດທີ່ຖືກຫວ່ານລົງໄປໃນດິນ ຊຶ່ງເມັດຂອງມັນກໍນ້ອຍກວ່າເມັດໃດໆຂອງພືດທັງປວງໃນໂລກ
32
ແຕ່ເມື່ອຖືກຫວ່ານລົງ ໄປມັນກໍເຕີບໂຕຂຶ້ນແລະ ກາຍເປັນຕົ້ນທີ່ໃຫຍ່ ກວ່າຜັກທັງປວງໃນສວນນັ້ນແລະ ມັນແຜ່ກິ່ງກ້ານໃຫຍ່ອອກມາຈຶ່ງເຮັດໃຫ້ພວກນົກປ່າສາມາດມາເຮັດຮັງຢູ່ໄດ້.”
33
ພຣະອົງໄດ້ກ່າວສອນຖ້ອຍຄຳຂອງພຣະເຈົ້າເປັນຄຳອຸປະມາແບບນີ້ຫລາຍເລື່ອງ ຕາມທີ່ພວກເຂົາສາມາດເຂົ້າໃຈໄດ້.
34
ແລະພຣະອົງບໍ່ໄດ້ກ່າວສອນໂດຍວິທີອື່ນເລີຍນອກຈາກໃຊ້ຄຳອຸປະມາ ແຕ່ເມື່ອປະຊາຊົນກັບໄປແລ້ວພຣະອົງໄດ້ອະທິບາຍທຸກໆສິ່ງສູ່ສາວົກຂອງພຣະອົງຟັງ.
35
ໃນຕອນຄໍ່າຂອງວັນດຽວກັນນັ້ນ ພຣະເຢຊູເຈົ້າກ່າວແກ່ພວກສາວົກວ່າ,“ໃຫ້ ພວກເຮົາຂ້ວາມໄປຟາກນັ້ນກັນເທາະ.”
36
ຂະນະທີ່ພວກເຂົາລາປະຊາຊົນແລ້ວພວກເຂົາໄດ້ເຊີນພຣະເຢຊູສະເດັດລົງເຮືອໄປກັບພວກເຂົາແລະມີເຮືອລຳອື່ນອີກໄປນຳດ້ວຍກັນກັບ ພຣະອົງ
37
ແລະມີພະຍຸໃຫຍ່ເກີດຂຶ້ນແລະໄດ້ຊັດຄື້ນເຂົ້າໄປໃນເຮືອຈົນເຮືອເກືອບຈະເຕັມດ້ວຍນໍ້າ.
38
ແຕ່ພຣະເຢຊູເຈົ້ານັ້ນນອນຫມູນຫມອນຫລັບຢູ່ທ້າຍເຮືອ. ພວກສາວົກຂອງພຣະອົງຈຶ່ງໄປປຸກພຣະອົງໃຫ້ຕື່ນຂຶ້ນ, ພວກເຂົາເວົ້າວ່າ, “ອາຈານເອີຍ, ພຣະອົງບໍ່ເປັນຫ່ວງພວກຂ້ານ້ອຍບໍ? ພວກຂ້ານ້ອຍກຳລັງຈະຕາຍແລ້ວ
39
ພຣະອົງຈຶ່ງຕື່ນຂຶ້ນ ແລະ ກ່າວແກ່ທະເລວ່າ, "ຈົ່ງສະຫງົບງຽບແມ!" ແລ້ວພາຍຸກໍຢຸດທະເລກໍສະຫງົບງຽບລົງ.
40
ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ພວກສາວົກວ່າ, “ເປັນຫຍັງພວກເຈົ້າຈຶ່ງຢ້ານ? ພວກເຈົ້າຍບໍ່ມີຄວາມເຊື່ອບໍ?”
41
ແຕ່ພວກເພິ່ນຕົກໃຈຢ້ານຫລາຍຈິ່ງເວົ້າຕໍ່ກັນແລະ ກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດນໍ? ແມ່ນແຕ່ລົມ ແລະ ຟອງທະເລກໍຍອມຟັງຄວາມເພິ່ນ.”