ບົດທີ 3 \p

1 ພຣະເຢຊູເຈົ້າເຂົ້າໄປໃນທັມະສາລາອີກເທື່ອຫນຶ່ງ ແລະ ທີ່ນັ້ນມີຊາຍຜູ້ຫນຶ່ງ ທີ່ມືລີບ. 2 ມີບາງຄົນຈ້ອງຈັບຜິດພຣະອົງວ່າ ພຣະອົງຈະຮັກສາຊາຍຄົນນີ້ໃນວັນສະບາໂຕຫລືບໍ່? ທັງນີ້ກໍເພື່ອຈະສາມາດກ່າວຫາພຣະອົງ. 3 ພຣະເຢຊູເຈົ້າກ່າວແກ່ຊາຍມືລີບວ່າ, “ລຸກຂຶ້ນ ແລະ ຢືນຢູ່ກາງທຸກຄົນ.” 4 ແລ້ວພຣະອົງກໍເວົ້າກັນຝູງຊົນນັ້ນວ່າ, “ເປັນສິ່ງທີ່ຖືກຕ້ອງຫລືບໍ່ ທີ່ຈະທຳສິ່ງດີໃນວັນສະບາໂຕແທນທີ່ຈະທຳສິ່ງຊົ່ວ; ທີ່ຈະຊ່ວຍຊີວິດຄົນແທນທີ່ຈະໃຫ້ເຂົາຕາຍ?” ແຕ່ພວກເຂົາທັງຫລາຍໄດ້ມິດຢູ່. 5 ພຣະອົງຫລຽວເບິ່ງພວກເຂົາດ້ວຍຄວາມເຄືອງໃຈ ແລະ ເສົ້າໃຈຢ່າງຍິ່ງ, ຕໍ່ໃຈທີ່ແຂງກະດ້າງຂອງພວກເຂົາ. ແລະພຣະອົງໄດ້ກ່າວແກ່ຊາຍຄົນນັ້ນວ່າ, “ຢຽດມືຂອງເຈົ້າອອກ.” ລາວຈຶ່ງຢຽດມືອອກມາ, ແລ້ວພຣະເຢຊູເຈົ້າຊົງຮັກສາມືຂອງລາວໃຫ້ດີປົກກະຕິ. 6 ພວກຟາຣີຊາຍຈຶ່ງຮີບອອກໄປໂດຍທັນທີ ແລະ ວາງແຜນຮ້າຍກັບພວກເຮໂຣດຕໍ່ຕ້ານພຣະອົງເພື່ອໃຫ້ເຖິງຕາຍ. 7 ຕໍ່ມາພຣະເຢຊູເຈົ້າກັບພວກສາວົກ ຂອງພຣະອົງອອກໄປທີ່ທະເລສາບ, ແລະ ມີປະຊາຊົນຫມູ່ໃຫຍ່ຕາມພຣະອົງມາຈາກຄາລີເລ, ແລະ ຈາກຢູດາຍ. 8 ຈາກເຢຣູຊາເລັມ, ແລະ ຈາກອີດູມາຍ, ແລະຈາກທີ່ໄກເກີນໄປຈາກຈໍແດນ ແລະ ຂົງເຂດອ້ອມແອ້ມ ເມືອງຕີເຣ ແລະ ຊີໂດນ. ເມື່ອພວກເຂົາໄດ້ຍິນທຸກສິ່ງທີ່ພຣະອົງກະທຳ, ປະຊາຊົນຫມູ່ໃຫຍ່ຈຶ່ງໄດ້ຕາມພຣະອົງມາ. 9 ແລະ ພຣະອົງຈຶ່ງບອກໃຫ້ພວກສາວົກ ຕຽມເຮືອນ້ອຍລຳຫນຶ່ງໄວ້ໃຫ້ພ້ອມເນື່ອງຈາກຝູງຊົນມາກັນຈຳນວນຫລາຍແລະເພື່ອບໍ່ໃຫ້ພວກເຂົາບຽດກັບພຣະອົງ. 10 ເນື່ອງຈາກພຣະອົງໄດ້ຮັກສາຫລາຍຄົນ ເຮັດໃຫ້ຄົນທີ່ເຈັບປ່ວຍພະຍາຍາມບຽດໃກ້ພຣະອົງ ເພື່ອຈະໄດ້ແຕະຕ້ອງພຣະອົງ. 11 ເມື່ອໃດກໍຕາມ ທີ່ເຫລົ່າວິນຍານຊົ່ວເຫັນພຣະອົງພວກມັນລົ້ມລົງຕໍ່ຫນ້າພຣະອົງແລະຮ້ອງຂຶ້ນວ່າ,“ທ່ານຜູ້ເປັນພຣະບຸດຂອງພຣະເຈົ້າ.” 12 ພຣະອົງຈຶ່ງສັ່ງຫ້າມພວກມັນວ່າຢ່າເປີດເຜີຍວ່າພຣະອົງຄືຜູ້ໃດ. 13 ພຣະອົງຂຶ້ນໄປເທິງພູເຂົາ, ແລະ ຊົງເອີ້ນເອົາຜູ້ທີ່ພຣະອົງຕ້ອງການພົບມາຫາແລ້ວຄົນເຫລົ່ານັ້ນກໍມາຫາພຣະອົງ 14 ພຣະອົງແຕ່ງຕັ້ງສິບສອງຄົນ ແລະເອີ້ນພວກເພິ່ນວ່າ,"ອັກຄະສາວົກ" ເພື່ອທີ່ພວກເຂົາຈະໄດ້ໃຊ້ເວລາຢູ່ກັບພຣະອົງ ແລະ ຈະໄດ້ສົ່ງພວກເຂົາອອກໄປປະກາດ, 15 ແລະ ໃຫ້ສິດອຳນາດຂັບໄລ່ຜີມານຮ້າຍອອກໄດ້. 16 ພຣະອົງແຕ່ງຕັ້ງສິບສອງຄົນດັ່ງນີ້: ຊີໂມນ ຊຶ່ງພຣະອົງເອີ້ນຊື່ວ່າ ເປໂຕ; 17 ຢາໂກໂບລູກຂອງເຊເບດາຍ, ແລະ ໂຢຮັນນ້ອງຊາຍຂອງຢາໂກໂບຊຶ່ງພຣະອົງເອີ້ນທັງສອງວ່າ"ໂບອະເນເຄ", ຊຶ່ງມີຄວາມຫມາຍວ່າ, ລູກຟ້າຮ້ອງ; 18 ແລະ ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບ ລູກຊາຍ ຂອງອາລະຟາຍ, ທາດາຍ, ຊີໂມນ ຜູ້ຮັກຊາດ, 19 ແລະ ຢູດາອິດສະກາຣີອົດຜູ້ຊຶ່ງຕໍ່ມາທໍຣະຍົດພຣະອົງ. 20 ຕໍ່ມາເມື່ອພຣະເຢຊູເຈົ້າໄດ້ກັບໄປທີ່ບ້ານ, ແລະ ປະຊາຊົນກໍຍັງຫລັ່ງໄຫລຕາມພຣະອົງມາຈົນພຣະອົງບໍ່ມີຮອດເວລາກິນເຂົ້າຈີ່. 21 ເມື່ອຄົນໃນຄອບຄົວຂອງພຣະອົງໄດ້ຍິນເລື່ອງນີ້ກໍຕ້ອງການມາເອົາພຣະອົງກັບໄປ, ເພາະພວກເຂົາເວົ້າກັນວ່າ, “ພຣະອົງ ເສັຽສະຕິໄປແລ້ວ”.

22 ພວກທັມະຈານຊຶ່ງລົງມາຈາກເຢຣູຊາເລັມໄດ້ກ່າວວ່າ, “ພຣະອົງຖືກຄອບງຳໂດຍເບເອນເຊບູນ", ແລະ ທີ່ພຣະອົງຂັບຜີມານຮ້າຍອອກໄດ້ ກໍໂດຍອຳນາດ ຂອງເບເອນເຊບູນນາຍຜີມານຮ້າຍ.” 23 ພຣະເຢຊູເຈົ້າຈຶ່ງເອີ້ນພວກເຂົາມາຫາພຣະອົງ ແລະ ຊົງກ່າວເປັນຄຳອຸປະມາວ່າ, “ມານຊາຕານຈະຂັບໄລ່ມານຊາຕານເອງໃຫ້ອອກໄດ້ຢ່າງໃດ? 24 ຫາກອານາຈັກໃດ ແຕກແຍກກັນແລ້ວກໍບໍ່ອາດລວມກັນໄດ້ເຊັ່ນກັນ, 25 ຖ້າຄົວເຮືອນໃດແຕກແຍກກັນແລ້ວ, ກໍບໍ່ອາດລວມກັນໄດ້ເຊັ່ນກັນ. 26 ຖ້າມານຊາຕານຈະຕໍ່ສູ້ກັບຕົວມັນເອງ ແລະ ແຕກແຍກກັນມັນກໍບໍ່ສາມາດລວມກັນໄດ້, ແຕ່ຕ້ອງມາເຖິງຈຸດຈົບ. 27 ບໍ່ມີຜູ້ໃດຈະເຂົ້າໄປໃນເຮືອນຂອງຄົນ ທີ່ແຂງແຮງ ແລະ ລັກເອົາສິ່ງຂອງໄປໄດ້ຫາກບໍ່ໄດ້ຈັບຄົນທີ່ແຂງແຮງນັ້ນມັດເສັຽກ່ອນ, ແລ້ວຈຶ່ງ ຈະເຂົ້າໄປປຸ້ນເຮືອນນັ້ນໄດ້.” 28 ເຮົາຂໍບອກຄວາມຈິງກັບທ່ານວ່າບາບທັງຫມົດຂອງມະນຸດຈະໄດ້ຮັບການຍົກໂທດ, ແມ່ນແຕ່ຄຳເວົ້າຫມິ່ນປະຫມາດທັງຫມົດ. 29 ແຕ່ຜູ້ໃດກໍຕາມທີ່ເວົ້າຫມິ່ນປະຫມາດພຣະວິນຍານບໍຣິສຸດເຈົ້າຈະບໍ່ໄດ້ຮັບການຍົກໂທດແຕ່ຈະມີຄວາມຜິດບາບຕິດຕົວຕະຫລອດໄປ.”

30 ພຣະເຢຊູເຈົ້າກ່າວ ເຊັ່ນນີ້ເພາະພວກເຂົາເວົ້າກັນວ່າ, “ພຣະອົງມີວິນຍານຊົ່ວຮ້າຍເຂົ້າສິງຢູ່.” 31 ຕໍ່ມາແມ່ ແລະ ພີ່ນ້ອງຂອງພຣະອົງໄດ້ມາຫາພຣະອົງ ແລະ ຢືນຢູ່ຂ້າງນອກ. ພວກເຂົາໃຊ້ຄົນເຂົ້າໄປເອີ້ນພຣະອົງ. 32 ໃນຂະນະທີ່ປະຊາຊົນນັ່ງອ້ອມພຣະອົງຢູ່ ພວກເຂົາເວົ້າວ່າ, “ທ່ານເອີຍ, ແມ່ແລະພີ່ນ້ອງຂອງທ່ານກຳລັງລໍພົບທ່ານຢູ່ຂ້າງນອກ.” 33 ພຣະອົງຊົງຕອບວ່າ, “ຜູ້ໃດເປັນແມ່ ແລະ ພີ່ນ້ອງຂອງເຮົາ?” 34 ພຣະອົງກໍຫລຽວເບິ່ງລອບໆໄປຍັງປະຊາຊົນທີ່ນັ່ງອ້ອມ ຮອບພຣະອົງຢູ່ ແລະກ່າວວ່າ, “ຈົ່ງເບິ່ງນີ້ຄືແມ່ ແລະ ພີ່ນ້ອງຂອງເຮົາ! 35 ຜູ້ໃດກໍຕາມທີ່ຍອມປະຕິບັດຕາມພຣະປະສົງຂອງພຣະເຈົ້າ, ຜູ້ນັ້ນຄືພີ່ນ້ອງຊາຍຍິງແລະແມ່ຂອງເຮົາ.”