ບົດທີ 2
\p
1
ເມື່ອພຣະອົງໄດ້ກັບຄືນໄປກາເປນາອູມ ຫລັງຈາກນັ້ນບໍ່ເທົ່າໃດວັນ, ຄົນທັງຫລາຍ ໄດ້ຍິນວ່າພຣະອົງພັກຢູ່ທີ່ບ້ານ.
2
ຄົນຢ່າງຫລວງຫລາຍຈຶ່ງມາຊຸມນຸມກັນຈົນບໍ່ມີບ່ອນຫວ່າງ, ແມ່ນແຕ່ທີ່ປະຕູ, ແລະ ພຣະເຢຊູເຈົ້າກໍ່ກ່າວພຣະທັມສູ່ພວກເຂົາຟັງ.
3
ແລ້ວຊາຍບາງຄົນນຳຄົນທີ່ເປັນເປັ້ຽມາຫາພຣະອົງ; ຊຶ່ງມີຄົນສີ່ຄົນກຳລັງຫາມຄົນເປັ້ຽມາ.
4
ເມື່ອພວກເຂົາບໍ່ສາມາດນຳຊາຍຄົນນັ້ນເຂົ້າໄປຫາພຣະອົງໄດ້ເນື່ອງຈາກມີປະຊາຊົນຫນ້າບຽດສຽດກັນຢູ່, ພວກເຂົາຈຶ່ງຮື້ຫລັງຄາທີ່ຢູ່ຊື່ບ່ອນພຣະເຢຊູເຈົ້າກຳລັງນັ່ງຢູ່, ແລະ ແລ້ວພວກເຂົາກໍເຈາະຫລັງຄາເປັນປ່ອງແລ້ວ, ພວກເຂົາກໍຢ່ອນຄົນເປັ້ຽຢູ່ເທິງບ່ອນນອນຂອງລາວ ລົງມາ.
5
ເມື່ອພຣະເຢຊູເຈົ້າເຫັນຄວາມເຊື່ອຂອງພວກເຂົາ, ພຣະອົງກໍຊົງກ່າວແກ່ຄົນເປັ້ຽນັ້ນວ່າ, “ລູກເອີຍ ບາບຂອງເຈົ້າໄດ້ຮັບການອະພັຍແລ້ວ.”
6
ແຕ່ພວກທັມະຈານທີ່ນັ່ງໃນທີ່ນັ້ນກໍຄິດຢູ່ໃນໃຈວ່າ,
7
“ຊາຍຄົນນີ້ເວົ້າຢ່າງນີ້ໄດ້ຢ່າງໃດ? ເຂົາກຳລັງເວົ້າຫມິ່ນປະຫມາດພຣະເຈົ້າ! ໃຜທີ່ສາມາດຍົກໂທດບາບໄດ້ນອກຈາກພຣະເຈົ້າພຽງຜູ້ດຽວ?”
8
ທັນໃດນັ້ນ ພຣະເຢຊູເຈົ້າ ຮູ້ໃນພຣະວິນຍານວ່າ ພວກເຂົາກຳລັງຄິດໃນໃຈຫຍັງຢູ່. ພຣະອົງຈຶ່ງກ່າວກັບພວກເຂົາວ່າ,“ເປັນຫຍັງພວກທ່ານຈຶ່ງຄິດເລື່ອງນີ້ຢູ່ໃນໃຈ?
9
ອັນໃດຈະງ່າຍກວ່າກັນທີ່ຈະບອກຄົນເປັ້ຽນີ້ວ່າ, ‘ບາບຂອງເຈົ້າໄດ້ຮັບການອະພັຍແລ້ວ’ ຫລື ກ່າວວ່າ,‘ຈົ່ງລຸກຂຶ້ນເອົາບ່ອນນອນຂອງເຈົ້າ ແລະ ຍ່າງເມືອ?’
10
ແຕ່ເພື່ອພວກທ່ານຈະຮູ້ວ່າ ບຸດມະນຸດມີອຳນາດທີ່ຈະຍົກໂທດຄວາມຜິດບາບຂອງມະນຸດໄດ້.” ພຣະອົງຈຶ່ງກ່າວແກ່ຄົນທີ່ເປັນເປັ້ຽວ່າ,
11
“ເຮົາສັ່ງເຈົ້າວ່າ, ຈົ່ງລຸກຂຶ້ນ, ຍົກເອົາບ່ອນນອນຂອງເຈົ້າ ແລະ ກັບໄປທີ່ບ້ານຂອງເຈົ້າ.”
12
ເຂົາກໍລຸກຂຶ້ນ ແລະ ຍົກເອົາບ່ອນນອນຂອງຕົນໃນທັນທີ, ແລະ ກັບໄປບ້ານຕໍ່ຫນ້າຕໍ່ຕາທຸກຄົນ, ເຫດສະນັ້ນພວກເຂົາທຸກຄົນກໍງຶດປະຫລາດໃຈ ແລະ ພວກເຂົາກໍສັນຣະເສີນພຣະສະຫງ່າຣາສີພຣະເຈົ້າ, ແລະ ພວກເຂົາບອກວ່າ, "ພວກເຮົາບໍ່ເຄີຍເຫັນເຫດການເຊັ່ນນີ້ເລີຍ."
13
ພຣະເຢຊູເຈົ້າສະເດັດໄປທີ່ແຄມທະເລສາບອີກ, ປະຊາຊົນໄດ້ເຂົ້າມາຫາພຣະອົງ ແລະ ພຣະອົງໄດ້ສັ່ງສອນພວກເຂົາ.
14
ຂະນະທີ່ພຣະອົງກຳລັງຍ່າງຜ່ານໄປນັ້ນ, ພຣະອົງກໍເຫັນເລວີລູກຊາຍຂອງອາລະຟາຍກຳລັງນັ່ງຢູ່ທີ່ດ່ານເກັບພາສີ, ແລະພຣະອົງກ່າວກັບລາວວ່າ,“ຈົ່ງຕາມເຮົາມາ.” ເຂົາກໍລຸກຂຶ້ນແລະຕາມພຣະອົງໄປ.
15
ຂະນະທີ່ພຣະເຢຊູເຈົ້າກຳລັງຮັບປະທານອາຫານທີ່ເຮືອນຂອງເລວີ. ມີຄົນເກັບພາສີ ແລະ ຄົນບາບຈຳນວນຫລາຍກໍກຳລັງຮັບປະທານອາຫານຮ່ວມກັບພຣະເຢຊູເຈົ້າແລະ ສາວົກຂອງພຣະອົງ, ເພາະພວກເຂົາມີຈຳນວນຫລາຍແລະພວກເຂົາໄດ້ຕິດຕາມພຣະອົງ.
16
ເມື່ອພວກທັມະຈານ, ຊຶ່ງເປັນຝ່າຍຟາຣີຊາຍໄດ້ເຫັນພຣະເຢຊູເຈົ້າກຳລັງກິນເຂົ້າກັບຄົນບາບ ແລະ ຄົນເກັບພາສີ, ພວກເຂົາຈຶ່ງເວົ້າກັບພວກສາວົກຂອງພຣະອົງວ່າ, “ເປັນຫຍັງເພິ່ນຈຶ່ງກິນເຂົ້າຮວ່ມກັບຄົນເກັບພາສີ ແລະ ຄົນບາບເຫລົ່ານີ້?”
17
ເມື່ອພຣະເຢຊູເຈົ້າໄດ້ຍິນເຊັ່ນນີ້ ພຣະອົງຈຶ່ງຕອບພວກເຂົາວ່າ, “ຄົນທີ່ມີຮ່າງກາຍແຂງແຮງດີບໍ່ຕ້ອງການຫມໍ, ຄົນປ່ວຍເທົ່ານັ້ນທີ່ຕ້ອງການຫມໍ. ເຮົາບໍ່ໄດ້ມາຫາຄົນທີ່ເອີ້ນວ່າເປັນຄົນຊອບທັມ, ແຕ່ມາເອີ້ນຄົນທີ່ເປັນຄົນບາບ”
18
ໃນເວລານັ້ນສາວົກຂອງໂຢຮັນ ແລະ ພວກຟາຣີຊາຍ ກຳລັງຖືສິນອົດອາຫານ. ມີບາງຄົນມາ ແລະ ເວົ້າກັບພຣະອົງວ່າ, “ເປັນຫຍັງສາວົກຂອງໂຢຮັນ ແລະສາວົກພວກຟາຣີຊາຍຖືສິນອົດອາຫານ, ສ່ວນສາວົກຂອງພຣະອົງຄືບໍ່ຖືສິນອົດອາຫານ?
19
ພຣະເຢຊູເຈົ້າຕອບວ່າ, “ເພື່ອນຂອງເຈົ້າບ່າວຈະຖືສິນອົດອາຫານໃນຂະນະທີ່ເຈົ້າບ່າວ ຍັງຢູ່ນຳພວກເຂົາບໍ? ຕາບເທົ່າທີ່ເຈົ້າບ່າວຍັງຢູ່ກັບພວກເຂົາ, ພວກເຂົາກໍບໍ່ຕ້ອງອົດອາຫານ.
20
ແຕ່ເມື່ອເວລານັ້ນມາເຖິງເມື່ອເຈົ້າບ່າວຖືກຮັບໄປຈາກພວກເຂົາ, ໃນເວລານັ້ນພວກເຂົາຈະຖືສິນອົດອາຫານ.”
21
ບໍ່ມີໃຜຫຍິບເສດຜ້າໃຫມ່ລົງເທິງເສື້ອຜ້າເກົ່າ, ຊຶ່ງຈະເຮັດໃຫ້ຮອຍຕາບຂາດອອກຈາກເສື້ອຜ້າເກົ່າ ຜ້າໃຫມ່ຂາດອອກຈາກຜ້າເກົ່າ ແລະ ຮອຍຂາດຈະກ້ວາງຫລາຍຂຶ້ນ.
22
ບໍ່ມີຜູ້ໃດໃສ່ເຫລົ້າອະງຸ່ນໃຫມ່ໄວ້ໃນຖົງຫນັງເກົ່າ, ເພາະການເຮັດຢ່າງນັ້ນຈະເປັນການເຮັດໃຫ້ຖົງຫນັງຂາດ ແລະ ທັງເຫລົ້າອະງຸ່ນກໍຈະເສັຽໄປແທນທີ່ຈະທຳເຊັ່ນນັ້ນ ຈົ່ງໃສ່ເຫລົ້າອະງຸ່ນໃຫມ່ໃນຖົງຫນັງໃຫມ່.”
23
ໃນວັນສະບາໂຕ ພຣະເຢຊູເຈົ້າໄດ້ຍ່າງຜ່ານທົ່ງນາ ແລະ ພວກສາວົກເຫລົ່ານັ້ນກໍເດັດເອົາຮວງເຂົ້າມາກິນ.
24
ພວກຟາຣີຊາຍຈຶ່ງເວົ້າຕໍ່ພຣະອົງວ່າ, “ເບິ່ງແມ "ເປັນຫຍັງ ພວກສາວົກຂອງທ່ານ ຈຶ່ງເຮັດສິ່ງທີ່ຜິດກົດບັນຍັດໃນວັນສະບາໂຕ?"
25
ພຣະອົງ ຊົງຕອບພວກເຂົາວ່າ, "ທ່ານບໍ່ເຄີຍອ່ານກຽ່ວກັບດາວິດໃນຄາວທີ່ທ່ານລຳບາກ ແລະ ຫິວ - ທັງທ່ານ ແລະ ຄົນຂອງທ່ານ ບໍ?.
26
ດາວິດໄດ້ເຂົ້າໄປທີ່ສະຖິດຂອງພຣະເຈົ້າໃນເວລາທີ່ອາບີອາທາເປັນມະຫາປະໂລຫິດ ແລະ ກິນເຂົ້າຈີ່ ທີ່ໄດ້ຖວາຍແກ່ ພຣະເຈົ້າ, ຊຶ່ງໃຜກໍຕາມທີ່ກິນເປັນການທຳຜິດກົດບັນຍັດນອກຈາກພວກປະໂລຫິດເທົ່ານັ້ນ, ແລະ ທ່ານກໍຍັງໃຫ້ເຂົ້າຈີ່ເຫລົ່ານັ້ນແກ່ຄົນທີ່ມາກັບທ່ານກິນດ້ວຍໄດ້ຢ່າງໃດ?"
27
ພຣະເຢຊູເຈົ້າກ່າວວ່າ, “ວັນສະບາໂຕໄດ້ສ້າງໄວ້ເພື່ອມະນຸດ, ບໍ່ໄດ້ສ້າງມະນຸດໄວ້ເພື່ອວັນສະບາໂຕ.
28
ເພາະເຫດນັ້ນ, ບຸດມະນຸດຄືເຈົ້ານາຍເຫນືອວັນສະບາໂຕ.”