1
ແລ້ວພຣະເຢຊູເຈົ້າອອກຈາກທີ່ນັ້ນໄປແຂວງຢູດາຍ ແລ້ວກໍຂ້ວາມໄປອີກຟາກຫນຶ່ງຂອງແມ່ນໍ້າຈໍແດນ, ແລະປະຊາຊົນຫມູ່ໃຫຍ່ ເຂົ້າມາຫາພຣະອົງອີກ. ພຣະອົງຊົງສອນພວກເຂົາ, ດັ່ງທີ່ພຣະອົງເຄີຍເຮັດມາ.
2
ພວກຟາຣີຊາຍກໍເຂົ້າມາຖາມເພື່ອທົດລອງ ພຣະອົງຖາມເຂົາວ່າ “ຕາມກົດບັນຍັດຜູ້ຊາຍຢ່າຮ້າງເມັຽຂອງຕົນໄດ້ບໍ?”
18 ພຣະເຢຊູເຈົ້າ ຕອບລາວວ່າ,“ດ້ວຍເຫດໃດເຈົ້າຈຶ່ງເອີ້ນເຮົາ ວ່າຜູ້ປະເສີດ? ບໍ່ມີຜູ້ໃດປະເສີດດອກ ນອກຈາກພຣະເຈົ້າອົງດຽວເທົ່ານັ້ນ. 19 ເຈົ້າຮູ້ຈັກພຣະບັນຍັດທີ່ບອກວ່າ, ‘ຢ່າຂ້າຄົນ, ຢ່າຫລິ້ນຊູ້ສູ່ຜົວເມັຽຜູ້ອື່ນ, ຢ່າລັກຊັບ, ຢ່າເປັນພະຍານບໍ່ຈິງ, ຢ່າຫລອກລວງ, ຈົ່ງໃຫ້ກຽດແກ່ພໍ່ແມ່ຂອງຕົນ. 20 ຊາຍຄົນນັ້ນຕອບວ່າ, “ທ່ານອາຈານເອີຍ, ຂ້ານ້ອຍໄດ້ຖືຮັກສາ ແລະເຊື່ອຟັງເຮັດຕາມກົດເຫລົ່ານັ້ນຕັ້ງແຕ່ເປັນເດັກນ້ອຍພຸ້ນ.”
21 ພຣະເຢຊູເຈົ້າໄດ້ເພັ່ງຕາເບິ່ງເຂົາດ້ວຍຄວາມຮັກ, ພຣະອົງເວົ້າກັບເຂົາວ່າ “ເຈົ້າຍັງຂາດຢູ່ສິ່ງຫນຶ່ງ. ຈົ່ງໄປຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະ ບໍຣິຈາກເງິນນັ້ນໃຫ້ແກ່ຄົນຍາກຈົນ ແລະເຈົ້າຈະມີຊັບສົມບັດໃນສະຫວັນ, ແລ້ວຈົ່ງຕາມເຮົາມາ. 22 ແຕ່ຊາຍຄົນນັ້ນທໍ້ໃຈຫລາຍເພາະຄຳເວົ້ານັ້ນລາວເດີນອອກໄປດ້ວຍຄວາມໂສກເສົ້າ ແລະ ເປັນທຸກໃຈເພາະລາວເປັນຄົນຮັ່ງມີຫລາຍ. 23 ພຣະເຢຊູເຈົ້າ ແນມເບິ່ງອ້ອມຮອບ ແລ້ວກ່າວແກ່ພວກສາວົກຂອງພຣະອົງວ່າ,“ຄົນຮັ່ງມີຈະເຂົ້າໃນຣາຊະອານາຈັກຂອງພຣະເຈົ້າກໍເປັນເລື່ອງຍາກ” 24 ແລ້ວພວກສາວົກກໍປະຫລາດໃຈໃນຄຳເວົ້າຂອງພຣະອົງ. ພຣະເຢຊູເຈົ້າໄດ້ກ່າວແກ່ພວກເພິ່ນອີກວ່າ, “ລູກເອີຍ,"ການທີ່ຄົນຮັ່ງມີຈະເຂົ້າໄປໃນຣາຊະອານາຈັກຂອງພຣະເຈົ້າກໍຍາກແທ້ໆ 25 ເພາະອູດຈະລອດຮູເຂັມ, ກໍງ່າຍກວ່າຄົນຮັ່ງມີຜູ້ທີ່ຈະເຂົ້າໄປໃນຣາຊະອານາຈັກຂອງພຣະເຈົ້າ.” 26 ພວກເຂົາປະຫລາດໃຈຫລາຍແລະເວົ້າກັນວ່າ,“ແລ້ວຜູ້ໃດຈະລອດພົ້ນໄດ້?”
27 ພຣະເຢຊູເຈົ້າແນມເບິ່ງພວກເຂົາ ແລະກ່າວວ່າ, “ເປັນໄປບໍ່ໄດ້ສຳລັບມະນຸດ ແຕ່ບໍ່ແມ່ນກັບພຣະເຈົ້າ. ເພາະຝ່າຍພຣະເຈົ້າຊົງເຮັດໄດ້ທຸກສິ່ງ.”
28 ເປໂຕກໍເລີ້ມທູນພຣະອົງວ່າ “ເບິ່ງດູ ພວກຂ້ານ້ອຍໄດ້ສະຫລະທຸກສິ່ງ ແລະ ໄດ້ຕິດຕາມພຣະອົງມາ.” 29 ພຣະເຢຊູເຈົ້າກ່າວວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ຜູ້ໃດທີ່ຍອມລະບ້ານເຮືອນ, ຫລືອ້າຍເອື້ອຍນ້ອງ, ຫລືພໍ່ແມ່, ຫລືລູກໆ, ຫລືທີ່ດິນເພາະເຫັນແກ່ເຮົາແລະ ເຫັນແກ່ຂ່າວປະເສີດຂອງເຮົາ. 30 ເປັນພີ່ນ້ອງຊາຍຍິງ ແລະພໍ່ແມ່, ແລະລູກໆ, ແລະ ທີ່ດິນຮ້ອຍເທົ່າໃນຍຸກນີ້, ພ້ອມກັບການຖືກຂົ່ມເຫັງ ແລະ ໃນໂລກຫນ້າກໍຈະໄດ້ຮັບຊີວິດນິຣັນດອນ. 31 ແຕ່ຫລາຍຄົນທີ່ເປັນຜູ້ຕົ້ນຈະກັບເປັນຜູ້ປາຍ ແລະ ຜູ້ທີ່ເປັນປາຍໃນເວລານີ້ກໍຈະເປັນຜູ້ຕົ້ນ.” 32 ພວກເຂົາກຳລັງເດີນທາງ, ໄປກຸງເຢຣູຊາເລັມ, ແລະພຣະເຢຊູເຈົ້າຍ່າງລ່ວງຫນ້າໄປກ່ອນພວກເຂົາ. ພວກສາວົກຕ່າງກໍວຸ້ນວາຍໃຈແລະພວກອື່ນທີ່ຍ່າງມາຕາມຫລັງກໍມີ ຄວາມຢ້ານ. ແລ້ວພຣະເຢຊູເຈົ້າກໍພາສາວົກສິບສອງຄົນຍ່າງຫລີກອອກໄປທາງຂ້າງອີກເທື່ອຫນຶ່ງແລະກ່າວເຖິງເຫດການທີ່ຈຳຕ້ອງເກີດຂຶ້ນກັບພຣະອົງ. 33 “ເບິ່ງແມ! ພວກເຮົາກຳລັງຈະໄປຍັງກຸງເຢຣູຊາເລັມ, ແລ້ວບຸດມະນຸດຈະຖືກມອບໄວ້ກັບພວກຫົວຫນ້າປະໂລຫິດແລະພວກທັມະຈານ. ພວກເຫລົ່ານີ້ຈະ ຕັດສິນລົງໂທດພຣະອົງໃຫ້ເຖິງຕາຍແລະຈະມອບພຣະອົງໄວ້ກັບຄົນຕ່າງຊາດ. 34 ພວກເຂົາຈະເຢາະເຢີ້ຍພຣະອົງຈະຖົ່ມນໍ້າລາຍໃສ່ພຣະອົງ, ແລະຂ້ຽນຕີພຣະອົງແລະຈະຂ້າພຣະອົງເສັຽ. ແຕ່ໃນວັນຖ້ວນສາມພຣະອົງກໍຈະເປັນຄືນມາຈາກຄວາມຕາຍ.” 35 ຢາໂກໂບແລະໂຢຮັນລູກຊາຍຂອງເຊເບດາຍ, ໄດ້ເຂົ້າມາຫາພຣະອົງແລະເວົ້າວ່າ, “ທ່ານອາຈານເອີຍ, ຂໍພຣະອົງຊ່ວຍເຮັດຕາມທີ່ເຮົາຕ້ອງການໄດ້ບໍ?
36 ພຣະອົງຊົງຕອບວ່າ, “ຈະໃຫ້ເຮົາເຮັດຫຍັງເພື່ອພວກເຈົ້າ?”
37 ພວກເຂົາຕອບວ່າ,“ເມື່ອທ່ານຢູ່ໃນສະຫງ່າຣາສີ, ແລ້ວ ຂໍໃຫ້ພວກຂ້ານ້ອຍ ທັງສອງນັ່ງທີ່ເບື້ອງຂວາຂອງທ່ານ ຄົນຫນຶ່ງ ແລະ ທີ່ເບື້ອງຊ້າຍຄົນຫນຶ່ງ.” 38 ແລ້ວພຣະເຢຊູເຈົ້າຊົງກ່າວແກ່ພວກເຂົາວ່າ,“ທີ່ພວກເຈົ້າ ຂໍຮ້ອງ ນັ້ນ ພວກເຈົ້າບໍ່ຮູ້ຈັກ. ທ່ານສາມາດ ດື່ມຈອກ ທີ່ເຮົາຈະດື່ມນັ້ນ ພວກເຈົ້າຈະດື່ມໄດ້ບໍ? ແລະ ບັບຕິສະມາ ທີ່ເຮົາ ຮັບນັ້ນ ພວກເຈົ້າ ຈະຮັບໄດ້ ບໍ?”
39 ພວກເພິ່ນ ຕອບວ່າ, “ໄດ້ຢູ່ຂ້ານ້ອຍ.” ພຣະເຢຊູເຈົ້າ ກ່າວແກ່ ພວກເພິ່ນວ່າ, “ພວກເຈົ້າ ຈະດື່ມຈາກຈອກ ທີ່ ເຮົາ ຕ້ອງດື່ມແທ້ ແລະ ບັບຕິສະມາ ທີ່ເຮົາຮັບ, ພວກເຈົ້າ ກໍຕ້ອງຮັບ ແທ້. 40 ແຕ່ ຈະເລືອກ ວ່າຜູ້ໃດ ຈະນັ່ງທີ່ເບື້ອງ ຂວາ ຫລື ທີ່ ເບື້ອງຊ້າຍຂອງເຮົານັ້ນ ບໍ່ແມ່ນໜ້າທີ່ ເຮົາ ຈະຈັດໃຫ້, ແຕ່ ພຣະເຈົ້າ ໄດ້ຈັດໄວ້ ສຳລັບຜູ້ໃດ ກໍເປັນຂອງຜູ້ນັ້ນ.” 41 ເມື່ອສາວົກຄົນອື່ນໆ ອີກສິບຄົນ ໄດ້ຍິນເຖິງເລື່ອງນີ້ແລ້ວ, ພວກເຂົາກໍເຄືອງໃຈຫລາຍໃຫ້ຢາໂກໂບ ແລະ ໂຢຮັນ. 42 ພຣະເຢຊູເຈົ້າໄດ້ເອີ້ນພວກເພິ່ນມາເຕົ້າໂຮມກັນແລ້ວ ກ່າວວ່າ, “ພວກເຈົ້າຕ່າງກໍຮູ້ວ່າຜູ້ທີ່ມະນຸດຖືວ່າ ເປັນຜູ້ປົກຄອງ ປະຊາຊົນກໍມີອຳນາດເຫນືອປະຊາຊົນ ທີ່ເຂົາປົກຄອງ ແລະ ຜູ້ມີຕໍາແຫນ່ງໃຫຍ່ກໍໃຊ້ສິດອຳນາດເຫນືອພວກເຂົາ. 43 ແຕ່ໃນທ່າມກາງພວກເຈົ້າແລ້ວບໍ່ເປັນດັ່ງນັ້ນເລີຍ, ຖ້າຜູ້ໃດກໍຕາມໃນພວກເຈົ້າຢາກເປັນໃຫຍ່ ເຂົາຕ້ອງເປັນຜູ້ຮັບໃຊ້ເຈົ້າທັງຫລາຍ; 44 ແລະ ຖ້າຜູ້ໃດໃນພວກເຈົ້າຢາກເປັນເອກເຂົາກໍຕ້ອງເປັນຂ້ອຍໃຊ້ຂອງທຸກຄົນ. 45 ເພາະບຸດມະນຸດ ບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້, ຕົນແຕ່ມາເພື່ອຮັບໃຊ້ຄົນອື່ນ, ແລະ ປຣະທານຊີວິດຂອງພຣະອົງເປັນຄ່າໄຖ່ຄົນຈຳນວນລວງຫລາຍ.” 46 ພວກເພິ່ນໄດ້ເດີນທາງມາເຖິງເມືອງເຢຣີໂກ. ເມື່ອພຣະອົງກຳລັງອອກຈາກເມືອງເຢຣິໂກໄປກັບພວກສາວົກ ແລະ ປະຊາຊົນໝູ່ໃຫຍ່, ມີຂໍທານຕາບອດຜູ້ຫນຶ່ງຊື່ວ່າບາຣະຕີມາຍ, ເປັນລູກຊາຍຂອງຕີມາຍ, ນັ່ງຂໍທານທີ່ແຄມທາງ. 47 ເມື່ອລາວໄດ້ຍິນວ່າພຣະເຢຊູເຈົ້າ ໄທນາຊາເຣັດ, ກຳລັງມາໃກ້ລາວກໍຮ້ອງຂຶ້ນວ່າ, “ເຢຊູ, ບຸດດາວິດເອີຍ, ຂໍຊົງເມດຕາສົງສານຂ້ານ້ອຍແດ່ທ້ອນ!”
48 ມີຫລາຍຄົນໄດ້ຫ້າມຄົນຕາບອດ, ບອກເຂົາໃຫ້ມິດ. ແຕ່ລາວແຮງຮ້ອງດັງຂຶ້ນຕື່ມວ່າ, “ເຢຊູ, ບຸດດາວິດເອີຍ, ຂໍໂຜດເມດຕາສົງສານຂ້ານ້ອຍແດ່ຖ້ອນ!” 49 ພຣະເຢຊູເຈົ້າຈຶ່ງຢຸດ ແລະ ສັ່ງວ່າໄປເອີ້ນເອົາລາວມາ. ພວກເຂົາຈຶ່ງໄປເອີ້ນເອົາຊາຍຕາບອດນັ້ນ, ເວົ້າວ່າ, “ຈົ່ງກ້າຫານ ແລະ ລຸກຂຶ້ນ! ພຣະອົງກຳລັງເອີ້ນເອົາເຈົ້າ.” 50 ຊາຍຕາບອດຖິ້ມຜ້າຕູ້ມຂອງຕົນ, ຮີບລຸກ, ແລະ ຂຶ້ນມາຫາພຣະເຢຊູເຈົ້າ. 51 ພຣະເຢຊູເຈົ້າໄດ້ຖາມລາວວ່າ, “ເຈົ້າຢາກໃຫ້ເຮົາເຮັດຫຍັງແກ່ເຈົ້າ?” ຊາຍຕາບອດຕອບວ່າ, “ພຣະອາຈານເອີຍ, ຂໍໂຜດໃຫ້ຂ້ານ້ອຍໄດ້ເຫັນຮຸ່ງແດ່ຖ້ອນ.”
52 ແລ້ວພຣະເຢຊູເຈົ້າໄດ້ຕອບວ່າ, “ໄປສາ. ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ.” ໃນທັນໃດນັ້ນລາວກໍເຫັນຮຸ່ງອີກຄັ້ງ, ແລະ ເຂົາກໍເດີນຕິດຕາມພຣະເຢຊູເຈົ້າ ໄປ.