1 ເມື່ອພວກເຂົາໄດ້ມາໃກ້ຮອດນະຄອນເຢຣູຊາເລັມແລ້ວ, ພວກເຂົາຢູ່ໃກ້ບ້ານເບັດຟາເຄ ແລະ ບ້ານເບັດທານີ, ທີ່ພູເຂົາຫມາກກອກເທດ, ແລະ ພຣະເຢຊູເຈົ້າໄດ້ສົ່ງສາວົກສອງຄົນລ່ວງຫນ້າໄປກ່ອນ 2 ແລະ ໄດ້ສັ່ງພວກເພິ່ນວ່າ, “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ກົງກັນຂ້ວາມກັບພວກເຈົ້ານັ້ນ. ເມື່ອເຈົ້າໄປຮອດທີ່ນັ້ນແລ້ວ, ພວກເຈົ້າຈະພົບລໍນ້ອຍໂຕຫນຶ່ງ, ທີ່ບໍ່ມີຜູ້ໃດເຄີຍຂີ່ຈັກເທື່ອ. ຈົ່ງແກ້ເຊືອກນັ້ນອອກ ແລະ ຈູງມັນມາທີ່ນີ້. 3 ຖ້າມີຜູ້ໃດຖາມວ່າ, ‘ເປັນຫຍັງຈຶ່ງເຮັດແນວນີ້?’ ເຈົ້າຄວນກ່າວວ່າ, ‘ອົງພຣະຜູ້ເປັນເຈົ້າຕ້ອງການມັນ ແລະ ທັນໃດນັ້ນຈະສົ່ງມັນຄືນມາໃຫ້ທີ່ນີ້.’” 4 ແລ້ວພວກເພິ່ນຈຶ່ງຈາກໄປ ແລະ ກໍໄດ້ພົບລໍນ້ອຍໂຕຫນຶ່ງທີ່ເຂົາຜູກໄວ້ຢູ່ໃກ້ປະຕູເຮືອນແຄມທາງ, ແລະ ພວກເພິ່ນກໍແກ້ເຊືອກມັດລໍອອກ, 5 ບາງຄົນທີ່ຢືນຢູ່ ໃນທີ່ນັ້ນກໍຖາມວ່າ, “ພວກເຈົ້າເຮັດຫຍັງຢູ່, ແກ້ເອົາລໍນ້ອຍໄປເຮັດຫຍັງ?” 6 ພວກເພິ່ນຈຶ່ງຕອບຕາມທີ່ພຣະເຢຊູເຈົ້າໄດ້ບອກແລ້ວ, ແລະ ຄົນເຫລົ່ານັ້ນກໍຍອມໃຫ້ພວກເພິ່ນເອົາໄປ. 7 ສາວົກສອງຄົນໄດ້ຈູງລໍນ້ອຍນັ້ນມາຫາພຣະເຢຊູເຈົ້າ ແລະ ພວກເພິ່ນກໍເອົາເຄື່ອງນຸ່ງຂອງຕົນປູຫລັງຂອງມັນ ແລະ ໃຫ້ພຣະເຢຊູເຈົ້າຂຶ້ນຂີ່. 8 ມີຫລາຍຄົນ ໄດ້ເອົາເສື້ອຜ້າຂອງຕົນປູລົງຕາມທາງນັ້ນ, ແລະ ຄົນອື່ນກໍໄດ້ຕັດເອົາງ່າໄມ້ຕາມທົ່ງນາ ມາ. 9 ຄົນທີ່ຍ່າງໄປກ່ອນ ແລະ ບາງຄົນກັບທີ່ຕາມຫລັງພຣະເຢຊູເຈົ້າໄປຕ່າງກໍຮ້ອງຂຶ້ນວ່າ, “ໂຮຊັນນາ! ຂໍພຣະເຈົ້າອວຍພອນທ່ານ ທີ່ສະເດັດມາໃນນາມຂອງອົງພຣະຜູ້ເປັນເຈົ້າ.
18 ເມື່ອພວກຫົວຫນ້າປະໂລຫິດ ແລະ ພວກທັມະຈານໄດ້ຍິນ, ແລະ ພວກເຂົາຈຶ່ງຊອກຫາວິທີທາງຈະຂ້າພຣະເຢຊູເຈົ້າ. ເພາະພວກເຂົາຢ້ານພຣະອົງ ເພາະມີປະຊາຊົນທັງຫມົດໄດ້ປະຫລາດໃຈ ໃນຄຳສັ່ງສອນຂອງພຣະອົງ. 19 ພໍຕອນຄໍ່າມາ, ພວກເພິ່ນກໍພາກັນອອກໄປຈາກເມືອງ. 20 ເມື່ອພວກເຂົາໄດ້ຍ່າງໃນຕອນເຊົ້າ, ພວກເຂົາໄດ້ເຫັນຕົ້ນເດື່ອເທດນັ້ນມັນໄດ້ຫ່ຽວແຫ້ງຈົນເຖິງຮາກ. 21 ເປໂຕໄດ້ຈື່ ແລະ ເວົ້າວ່າ, “ພຣະອາຈານເອີຍ, ເບິ່ງແມ! ຕົ້ນເດື່ອເທດທີ່ທ່ານໄດ້ສາບແຊ່ງນັ້ນຕາຍເສັຽແລ້ວ.” 22 ພຣະເຢຊູເຈົ້າໄດ້ຕອບພວກເຂົາວ່າ, “ຈົ່ງມີຄວາມເຊື່ອໃນພຣະເຈົ້າ. 23 ເຮົາ ບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມທີ່ສັ່ງພູຫນ່ວຍນີ້ວ່າ, ‘ຈົ່ງເຄື່ອນຍ້າຍໄປຕົກລົງສູ່ທະເລ’, ແລະ ຖ້າບໍ່ມີຄວາມສົງສັຍໃນໃຈ ແຕ່ເຊື່ອສິ່ງທີ່ເຂົາເວົ້າກັບພຣະເຈົ້າ ວ່າຈະເປັນໄປຕາມຄຳສັ່ງນັ້ນ, ແລ້ວກໍເປັນໄປຕາມນັ້ນ. 24 ດ້ວຍເຫດນັ້ນເຮົາບອກເຈົ້າທັງຫລາຍວ່າ: ທຸກສິ່ງທີ່ພວກເຈົ້າພາວັນນາອະທິຖານ ແລະ ຂໍນັ້ນ, ຈົ່ງເຊື່ອວ່າໄດ້ຮັບແລ້ວ, ແລະ ຈະເປັນແກ່ເຈົ້າທັງຫລາຍ. 25 ເມື່ອເຈົ້າຢືນ ແລະ ພາວັນນາອະທິຖານ, ເຈົ້າຕ້ອງຈົ່ງຍົກໂທດອະພັຍໃຫ້ທຸກຄົນໃນທຸກສິ່ງທີ່ທ່ານໄດ້ຜິດແກ່ຜູ້ອື່ນ, ເພື່ອພຣະບິດາເຈົ້າຂອງພວກເຈົ້າ ຜູ້ສະຖິດຢູ່ໃນສະຫວັນຈະຍົກຄວາມຜິດບາບ ຂອງພວກເຈົ້າດ້ວຍ." 26 ແຕ່ຖ້າເຈົ້າບໍ່ຍົກໂທດນັ້ນ ພຣະບິດາຂອງເຈົ້າຜູ້ຊົງສະຖິດໃນສະຫວັນ ກໍຈະບໍ່ຍົກຄວາມຜິດຂອງເຈົ້າເຫມືອນກັນ. 27 ພວກເຂົາໄດ້ກັບຄືນໄປໃນນະຄອນເຢຣູຊາເລັມອີກຄັ້ງຫນຶ່ງ, ເມື່ອພຣະເຢຊູເຈົ້າ ຍ່າງເຂົ້າໄປໃນພຣະວິຫານ, ພວກຫົວຫນ້າປະໂລຫິດ, ພວກທັມະຈານ ແລະ ພວກຜູ້ອາວຸໂສກໍ ມາຫາພຣະອົງ. 28 ພວກເຂົາໄດ້ຖາມວ່າ, “ເຈົ້າມີສິດອຳນາດຫຍັງ ຈຶ່ງເຮັດການເຫລົ່ານີ້, ແລະ ຜູ້ໃດໃຫ້ສິດນີ້ແກ່ເຈົ້າ?” 29 ພຣະເຢຊູເຈົ້າຊົງຕອບພວກເຂົາວ່າ, “ເຮົາຈະຖາມທ່ານຂໍ້ຫນຶ່ງ. ບອກແກ່ເຮົາ ແລະ ເຮົາຈະບອກພວກເຈົ້າວ່າ, ເຮົາເຮັດການເຫລົ່ານີ້ດ້ວຍສິດອັນໃດ. 30 ຈົ່ງບອກເຮົາມາເບິ່ງດູວ່າ, ‘ຜູ້ໃດໃຫ້ສິດແກ່ໂຢຮັນ ເພື່ອໃຫ້ຮັບບັບຕິສະມາ ຈາກສະຫວັນ ຫລື ວ່າຈາກມະນຸດ?’ 31 ພວກເຂົາໄດ້ປຶກສາກັນ ແລະ ກ່າວວ່າ, “ຖ້າພວກເຮົາບອກວ່າ, 'ມາຈາກສະຫວັນ', ພຣະອົງກໍຈະກ່າວວ່າ ‘ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອໂຢຮັນ?’ 32 ແຕ່ພວກເຮົາຈະຕອບວ່າ, ‘ຈາກມະນຸດ...’” ພວກເຂົາກໍຢ້ານປະຊາຊົນ, ເພາະທຸກຄົນ ຖືວ່າໂຢຮັນເປັນຜູ້ທຳນວາຍ. 33 ແລ້ວພວກເຂົາຈຶ່ງຕອບ ພຣະເຢຊູເຈົ້າວ່າ, “ພວກເຮົາບໍ່ຮູ້.” ແລ້ວພຣະເຢຊູເຈົ້າກໍຕອບພວກເຂົາວ່າ, “ດັ່ງນັ້ນເຮົາ ກໍຈະບໍ່ບອກ ພວກເຈົ້າຄືກັນວ່າຂ້ອຍ ເຮັດການເຫລົ່ານີ້ດ້ວຍສິດອັນໃດ.”