ບົດທີ 12 \p

1 ແລ້ວ ພຣະເຢຊູເຈົ້າ ກໍໄດ້ເລີ່ມຕົ້ນສອນ ພວກເຂົາ ເປັນຄຳອຸປະມາວ່າ, ພຣະອົງກາ່ວວ່າ “ມີຊາຍຄົນຫນຶ່ງເຮັດສວນອະງຸ່ນ, ເພິ່ນເຮັດຮົ້ວລ້ອມສວນໄວ້, ແລະສະກັດອ່າງເພື່ອໃຊ້ເປັນ ບ່ອນບີບຄັ້ນເອົານໍ້າອະງຸ່ນ. ແລະທັງໄດ້ສ້າງຫໍຄອຍ ເພື່ອເຝົ້າຍາມໄວ້ດ້ວຍ, ແລະຕໍ່ມາເພິ່ນເອົາ ສວນອະງຸ່ນໃຫ້ຄົນເຊົ່າ, ແລ້ວເພິ່ນກໍອອກເດີນທາງໄປ. 2 ເມື່ອເຖິງເວລາອັນເຫມາະສົມ, ເຂົາກໍໃຫ້ ຄົນຮັບໃຊ້ ຂອງເຂົາມາເພື່ອຮັບເອົາຫມາກອະງຸ່ນຈາກສວນຂອງຕົນ 3 ແຕ່ຄົນເຊົ່າສວນ ໄດ້ຈັບຄົນຮັບໃຊ້ ຄົນນັ້ນມາ ຂ້ຽນຕີ ແລະ ສົ່ງເຂົາກັບໄປໂດຍບໍ່ໃຫ້ສິ່ງໃດແກ່ເຂົາເລີຍ 4 ຊາຍຄົນນັ້ນຈຶ່ງສົ່ງຄົນຮັບໃຊ້ ຄົນຫນຶ່ງໄປອີກ, ພວກຄົນເຊົ່າ ສວນກໍທຸບຕີເຂົາ ຈົນຫົວມີບາດແຜ ແລະ ປ້ອຍດ່າດູຖູກ ເຂົາຢ່າງຫນ້າອັບອາຍ. 5 ເຂົາຈຶ່ງສົ່ງຄົນຮັບໃຊ້ ອີກຄົນຫນຶ່ງໄປຄັ້ງນີ້ພວກເຂົາ ກໍໄດ້ຂ້າຄົນຮັບໃຊ້ຄົນນັ້ນ; ພວກເຂົາກະທຳຢ່າງດຽວກັນນີ້ກັບຄົນອື່ນໆ ອີກຫລາຍໆຄົນ, ພວກເຂົາກໍຂ້ຽນຕີບາງຄົນແລະຂ້າບາງຄົນ. 6 ຊາຍຄົນນັ້ນກໍເຫລືອແຕ່ລູກຊາຍຜູ້ ເປັນສຸດທີ່ຮັກຂອງເຂົາ, ເຂົາຈຶ່ງໃຊ້ລູກຄົນນັ້ນໄປເປັນຄົນສຸດທ້າຍ. ເພິ່ນເວົາວ່າ, ‘ພວກເຂົາ ຄົງຈະໃຫ້ ຄວາມເຄົາຣົບນັບຖືລາວ.’

7 ແຕ່ຄົນເຊົ່າສວນ ເຫລົ່ານັ້ນເວົ້າກັນວ່າ, ‘ຄົນນີ້ແຫລະ ເປັນເຈົ້າຂອງມໍຣະດົກ, ໃຫ້ພວກເຮົາ ຂ້າເຂົາ, ແລ້ວມໍຣະດົກທັງຫມົດຈະຕົກເປັນ ຂອງພວກເຮົາ.’ 8 ພວກເຂົາຈຶ່ງຈັບຕົວລູກຊາຍຄົນນັ້ນຂ້າເຂົາ, ແລ້ວໂຍນຊາກສົບ ຂອງເຂົາຖິ້ມອອກໄປ ນອກສວນ.” 9 ເມື່ອເປັນດັ່ງນັ້ນແລ້ວເຈົ້າຂອງສວນຈະເຮັດຢ່າງໃດ? ເຂົາຈະມາຂ້າຄົນເຊົ່າສວນເຫລົ່ານັ້ນແລະຈະເອົາສວນອະງຸ່ນ ໃຫ້ຄົນອື່ນ. 10 ພວກເຈົ້າບໍ່ໄດ້ອ່ານ ພຣະຄັມພີ ຂໍ້ນີ້ບໍວ່າ,‘ຫີນທີ່ນາຍຊ່າງກໍ່ໄດ້ໂຍນຖິ້ມແລ້ວນັ້ນ, ໄດ້ກາຍເປັນຫີນເສົາ ເອກ.
11 ສິ່ງນີ້ເປັນມາຈາກອົງພຣະຜູ້ເປັນເຈົ້າ ແລະ ເປັນການ ອັດສະຈັນແກ່ ຕາຂອງພວກເຮົາ.’”

12 ພວກເຂົາຈຶ່ງພະຍາຍາມຈະຈັບຕົວ ພຣະເຢຊູຄຣິດເຈົ້າເພາະພວກເຂົາ ຮູ້ວ່າ ພຣະອົງໄດ້ກ່າວ ຄຳອຸປະມາເພື່ອຕໍ່ສູ້ພວກເຂົາ, ແຕ່ພວກເຂົາຢ້ານປະຊາຊົນ. ດັ່ງນັ້ນ ພວກເຂົາຈຶ່ງປະພຣະອົງແລະຈາກໄປ. 13 ດັ່ງນັ້ນພວກເຂົາຈຶ່ງສົ່ງພວກຟາຣີຊາຍບາງຄົນແລະພັກພວກຂອງເຮໂຣດມາເພື່ອຄອຍຈັບຜິດ ໃນຄຳເວົ້າ ຂອງພຣະອົງ. 14 ເມື່ອພວກເຂົາມາເຖິງພວກເຂົາເວົ້າກັບພຣະອົງວ່າ “ອາຈານເອີຍ, ພວກເຮົາຮູ້ວ່າ ທ່ານບໍ່ໄດ້ເຫັນແກ່ຄວາມຄິດເຫັນຂອງຜູ້ໃດ ເພາະທ່ານບໍ່ເຫັນແກ່ຫນ້າຜູ້ໃດ. ແຕ່ທ່ານສັ່ງສອນຄວາມຈິງ ໃນທາງຂອງພຣະເຈົ້າຢ່າງແທ້ຈິງ. ການທີ່ເສັຽພາສີໃຫ້ແກ່ກາຍຊານັ້ນຖືກຕ້ອງຕາມກົດບັນຍັດບໍ? ພວກເຮົາຄວນເສັຽຫລືບໍ່ເສັຽ?”

15 ແຕ່ພຣະເຢຊູເຈົ້າຮູ້ເຖິງອຸບາຍຂອງພວກເຂົາ ພຣະອົງຈຶ່ງຕອບພວກເຂົາວ່າ, ເປັນຫຍັງພວກເຈົ້າຈຶ່ງມາທົດລອງເຮົາ? ຈົ່ງນຳເງິນ ຫລຽນເດນາລິອົນມາໃຫ້ເຮົາເບິ່ງຈັກຫນຶ່ງຫລຽນ.” 16 ພວກເຂົາ ກໍນຳຫລຽນຫນຶ່ງມາໃຫ້ ພຣະເຢຊູເຈົ້າ. ພຣະອົງຈຶ່ງຖາມວ່າ“ຮູບແລະຄຳຈາຣຶກນີ້ເປັນຂອງຜູ້ໃດ?”ພວກເຂົາຕອບວ່າ, “ເປັນຂອງກາຍຊາ.”

17 ພຣະເຢຊູເຈົ້າ ກ່າວວ່າ, “ສິ່ງທີ່ເປັນຂອງກາຍຊາຈົ່ງຄືນໃຫ້ ແກ່ກາຍຊາແລະສິ່ງທີ່ເປັນຂອງພຣະເຈົ້າຈົ່ງສົ່ງຄືນແກ່ພຣະເຈົ້າ.”ພວກເຂົາຕ່າງກໍປະຫລາດໃຈ ໃນພຣະອົງ. 18 ແລ້ວພວກຊາດູກາຍຄືພວກທີ່ເຄີຍເວົ້າວ່າ, ບໍ່ມີການເປັນຄືນມາຈາກຄວາມຕາຍກໍໄດ້ມາຫາພຣະອົງ. ພວກເຂົາຖາມພຣະອົງວ່າ, 19 “ທ່ານອາຈານ, ໂມເຊໄດ້ຂຽນຖ້ອຍຄຳເອົາໄວ້ໃຫ້ກັບພວກເຮົາ ວ່າ, ‘ຖ້າພີ່ນ້ອງຂອງຊາຍຄົນຫນຶ່ງ ຕາຍໄປແລະໄດ້ປະເມັຽໄວ້ໂດຍທີ່ຍັງ ບໍ່ທັນມີລູກ, ພີ່ນ້ອງຂອງລາວສົມຄວນຮັບເອົາເມັຽຂອງລາວມາເປັນເມັຽແລະມີລູກດ້ວຍກັນເພື່ອສືບເຊື້ອສາຍ. 20 ມີພີ່ນ້ອງທັງຫມົດເຈັດຄົນນຳກັນ, ອ້າຍກົກໄດ້ເອົາເມັຽແລ້ວ ຕາຍໄປໂດຍ ບໍ່ມີລູກ. 21 ພີ່ນ້ອງຄົນທີສອງກໍໄດ້ຮັບເອົາຍິງນັ້ນມາເປັນເມັຽຈາກນັ້ນລາວກໍຕາຍໄປອີກໂດຍບໍ່ມີລູກຈາກນັ້ນພີ່ນ້ອງຄົນທີສາມກໍເປັນເຊັ່ນນັ້ນເຫມືອນກັນ. 22 ຈົນມາເຖິງພີ່ນ້ອງຄົນທີເຈັດຍັງບໍ່ມີລູກ, ແລ້ວໃນທີ່ສຸດຍິງຄົນນັ້ນ ກໍຕາຍໄປເຫມືອນກັນ. 23 ໃນການເປັນຄືນມາຈາກຄວາມຕາຍ ເມື່ອພວກເຂົາທຸກຄົນ, ເປັນຄືນມາສູ່ຊີວິດນັ້ນ, ຜູ້ຍິງຄົນນີ້ ຈະເປັນ ເມັຽຂອງຜູ້ໃດ? ດ້ວຍວ່າ, ຊາຍທັງເຈັດຄົນກໍໄດ້ເປັນຜົວຂອງນາງທຸກຄົນແລ້ວ.” 24 ພຣະເຢຊູເຈົ້າຕອບວ່າ,“ນີ້ຄືເຫດຜົນທີ່ເຮັດໃຫ້ພວກເຈົ້າເຂົ້າໃຈຜິດສາແລ້ວ, ເພາະພວກເຈົ້າບໍ່ຮູ້ຈັກພຣະຄັມພີແລະບໍ່ຮູ້ຈັກຣິດເດດຂອງພຣະເຈົ້າ. 25 ເພາະເມື່ອພວກເຂົາເປັນຂຶ້ນມາຈາກຄວາມຕາຍແລ້ວພວກເຂົາຈະບໍ່ມີ, ການແຕ່ງງານຫລືຍົກກັນໃຫ້ເປັນຜົວເມັຽ ອີກ, ແຕ່ພວກເຂົາຈະເປັນເຫມືອນທູດສະຫວັນທີ່ຢູ່ໃນສະຫວັນ. 26 ແຕ່ກຽ່ວກັບເລື່ອງຄົນຕາຍ ທີ່ຖືກເຮັດໃຫ້ເປັນຄືນມານັ້ນ, ພວກເຈົ້າບໍ່ເຄີຍອ່ານຫນັງສືຂອງໂມເຊທີ່ບັນທຶກເອົາໄວ້. ເລື່ອງພຸ່ມໄມ້, ທີ່ພຣະເຈົ້າໄດ້ກ່າວແກ່ໂມເຊດັ່ງນີ້: ‘ເຮົາເປັນພຣະເຈົ້າ ຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ.’ 27 ພຣະອົງບໍ່ໄດ້ເປັນພຣະເຈົ້າຂອງຄົນຕາຍ, ແຕ່ເປັນພຣະເຈົ້າຂອງຄົນເປັນ, ພວກເຈົ້າຫລົງຜິດໄປຢ່າງໃຫຍ່ຫລວງແລ້ວ.” 28 ມີທັມະຈານຄົນຫນຶ່ງມາເຖິງແລະໄດ້ຍິນການຖົກຖຽງກັນຂອງພວກເຂົາ; ລາວໄດ້ຍິນວ່າພຣະເຢຊູເຈົ້າຕອບຄຳຖາມຂອງຄົນເຫລົ່ານັ້ນໄດ້ດີ. ລາວຈຶ່ງຖາມພຣະອົງວ່າ,“ກົດບັນຍັດຂໍ້ໃດສຳຄັນຫລາຍທີ່ສຸດ?”

29 ພຣະເຢຊູເຈົ້າ ຕອບລາວວ່າ, “ກົດບັນຍັດຂໍ້ສຳຄັນທີ່ສຸດຄືດັ່ງນີ້ ‘ຈົ່ງຟັງອິສະຣາເອນເອີຍ ອົງພຣະຜູ້ເປັນເຈົ້າຄືພຣະເຈົ້າຂອງເຮົາ ອົງພຣະຜູ້ເປັນເຈົ້າຊົງເປັນຫນຶ່ງດຽວ. 30 ຈົ່ງຮັກອົງພຣະຜູ້ເປັນເຈົ້າຂອງເຈົ້າ ດ້ວຍສຸດຄວາມຄິດ ແລະດ້ວຍສຸດກຳລັງຂອງເຈົ້າ.’ 31 ພຣະບັນຍັດຂໍ້ທີສອງນັ້ນຄື: ‘ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ.’ ບໍ່ມີພຣະບັນຍັດໃດທີ່ຍິ່ງໃຫຍ່ກວ່ານີ້ອີກແລ້ວ.” 32 ທັມະຈານຄົນນັ້ນເວົ້າວ່າ, “ດີແລ້ວ ອາຈານເອີຍ ທີ່ທ່າໄດ້ກ່າວນັ້ນຖືກແລ້ວທີ່ວ່າ, ພຣະເຈົ້າເປັນຫນຶ່ງດຽວແລະບໍ່ມີພຣະເຈົ້າອົງອື່ນນອກຈາກພຣະອົງ. 33 ການທີ່ຈະຮັກພຣະເຈົ້າດ້ວຍສິ້ນສຸດໃຈ ແລະດ້ວຍສິ້ນສຸດຈິດດ້ວຍສຸດຄວາມຄິດແລະດ້ວຍສຸດກຳລັງແລະການຮັກເພື່ອນບ້ານ ເຫມືອນຮັກຕົນເອງນັ້ນ ກໍດີກວ່າການເຜົາຂອງຖວາຍແລະເຄື່ອງບູຊາ ທັງສິ້ນ”

34 ເມື່ອພຣະເຢຊູເຈົ້າເຫັນວ່າ ລາວໃຫ້ຄຳຕອບດ້ວຍຄວາມສະຫລາດ ພຣະອົງຈຶ່ງບອກລາວວ່າ, “ເຈົ້າບໍ່ໄດ້ຢູ່ຫ່າງໄກຈາກອານາຈັກ ຂອງພຣະເຈົ້າເລີຍ.” ຫລັງຈາກນັ້ນ, ບໍ່ມີຜູ້ໃດກ້າຖາມຄຳຖາມໃດໆຕໍ່ພຣະອົງ ອີກ 35 ເເລະພຣະເຢຊູເຈົ້າ ກຳລັງສັ່ງສອນໃນ ພຣະວິຫານຢູ່ນັ້ນ; ພຣະອົງໄດ້ຖາມວ່າ,“ພວກທັມະຈານເວົ້າຢ່າງໃດໃນເລື່ອງພຣະຄຣິດ ເປັນບຸດຂອງດາວິດ? 36 ດາວິດເອງໄດ້ ກ່າວດ້ວຍພຣະວິນຍານບໍຣິສຸດເຈົ້າວ່າ,‘ພຣະເຈົ້າກ່າວກັບອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍວ່າ, ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະເຮັດໃຫ້ບັນດາສັດຕຣູຂອງເຈົ້າໃຫ້ລົງຢູ່ໃຕ້ຕີນຂອງເຈົ້າ.’
37 ເເມ່ນແຕ່ ກະສັດດາວິດເອງຍັງເອີ້ນພຣະຄຣິດວ່າ, ອົງພຣະຜູ້ເປັນເຈົ້າ’ແລ້ວ ພຣະເມຊີອາຈະເປັນ ເຊື້ອສາຍຂອງດາວິດໄດ້ຢ່າງໃດ?”ປະຊາຊົນ ກຸ່ມໃຫຍ່ກຳລັງຟັງພຣະອົງດ້ວຍຄວາມຍິນດີ. 38 ໃນ ຄຳສອນຂອງພຣະອົງ ພຣະເຢຊູເຈົ້າກ່າວວ່າ, “ຈົ່ງຣະວັງພວກທັມະຈານ, ພວກເຂົາ ມັກນຸ່ງເສື້ອລ່າມ ຍ່າງໄປມາແລະມັກໃຫ້ຄົນຄຳນັບໃນທີ່ຊຸມນຸມຊົນ, 39 ບ່ອນນັ່ງ ອັນສຳຄັນໃນທັມະສາລາແລະມີຕຳແຫນ່ງສຳຄັນໃນເທສະການຕ່າງໆ 40 ພວກເຂົາບຽດບຽນທີ່ຢູ່ອາສັຍຂອງຍິງແມ່ຫມ້າຍ ແລະ ພວກເຂົາອະທິຖານດ້ວຍຄຳອະທິຖານຍືດຍາວເພື່ອໃຫ້ຜູ້ຄົນ. ຫລຽວເຫັນພວກນີ້ຈະຖືກໂທດຢ່າງຫນັກ.” 41 ນັ່ງຢູ່ໃກ້ກັບບໍຣິເວນທີ່ວາງຕູ້ຖວາຍໃນພຣະວິຫານ, ພຣະອົງ ກໍສັງເກດ ເບິ່ງປະຊາຊົນໃນຂະນະທີ່ພວກເຂົາປ່ອນເງິນລົງໃນຕູ້ຖວາຍ ຄົນຮັ່ງມີຫລາຍຄົນ ໄດ້ປ່ອນເງິນລົງຢ່າງຫລວງຫລາຍ. 42 ແລ້ວ ມີແມ່ຫມ້າຍທີ່ຍາກຈົນຄົນຫນຶ່ງເອົາເງິນຈຳນວນສອງຫລຽນທີ່ມີຄ່າປະມານສາມສິບຫ້າສະຕາງມາປ່ອນລົງໃນຕູ້ຖວາຍນັ້ນ. 43 ແລະພຣະອົງຈຶ່ງເອີ້ນພວກສາວົກຂອງພຣະອົງມາແລະກ່າວແກ່ພວກເພິ່ນວ່າ,“ເຮົາ ບອກຄວາມຈິງແກ່ເຈົ້າທັງຫລາຍວ່າ, ‘ແມ່ຫມ້າຍຍາກຈົນ ຄົນນີ້ໄດ້ໃສ່ເງິນລົງບໍຣິຈາກ ຫລາຍກວ່າ ຄົນອື່ນທັງຫມົດ. 44 ເພາະຄົນອື່ນນັ້ນເອົາເງິນສ່ວນທີ່ເຫລືອຈາກທີ່ພວກເຂົາມີຢ່າງບໍຣິບູນ. ແຕ່ຍິງຫມ້າຍຄົນນີ້, ມີຄວາມຂັດສົນແຕ່ລາວໃຫ້ທັງຫມົດທີ່ຕົນມີຢູ່ສຳລັບລ້ຽງຊີວິດຂອງຕົນ.