ບົດທີ 13 \p

1 ເມື່ອພຣະເຢຊູເຈົ້າກຳລັງຍ່າງອອກຈາກພຣະວິຫານໄປ, ສາວົກ ຄົນຫນຶ່ງກໍເວົ້າກັບພຣະອົງວ່າ, “ອາຈານ, ເບິ່ງແມ ກ້ອນຫີນອັນງົດງາມ ແລະ ຕຶກອາຄານກໍງາມແທ້ໆ!”

2 ພຣະອົງເຈົ້າຕອບເຂົາວ່າ, “ເຈົ້າເຫັນຕຶກໃຫຍ່ເຫລົ່ານັ້ນບໍ? ບໍ່ພຽງແຕ່ຫີນກ້ອນຫນຶ່ງຈະທັບໃສ່ກ້ອນອື່ນ ຊຶ່ງຈະບໍ່ຖືກທຳລາຍລົງ.” 3 ເມື່ອພຣະອົງນັ່ງຢູ່ເທິງ ພູເຂົາຫມາກກອກເທດ ກົງກັນຂ້ວາມກັບພຣະວິຫານ, ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາ ໄດ້ຖາມພຣະອົງເປັນການສ່ວນຕົວວ່າ, 4 “ບອກພວກເຮົາແດ່ວ່າ ສິ່ງເຫລົ່ານີ້ຈະເກີດຂຶ້ນເມື່ອໃດ? ແລະ ສິ່ງໃດຈະເປັນສັນຍານວ່າສິ່ງເຫລົ່ານີ້ກຳລັງຈະເກີດຂຶ້ນ?.” 5 ພຣະເຢຊູເຈົ້າບອກພວກເຂົາວ່າ,“ຈົ່ງຣະວັງເພື່ອທີ່ຈະບໍ່ມີຜູ້ໃດຫລອກລວງພວກເຈົ້າ ໃຫ້ຫລົງ. 6 ດ້ວຍວ່າ, ຈະມີຫລາຍຄົນຈະມາໃນນາມຂອງເຮົາແລະບອກວ່າ, ‘ເຮົາຄືຜູ້ນັ້ນແລະພວກເຂົາຈະນຳຄົນເປັນຈຳນວນຫລາຍໃຫ້ຫລົງເສັຽໄປ. 7 ເມື່ອທ່ານໄດ້ຍິນກຽ່ວກັບການເຮັດເສິກສົງຄາມນັ້ນ ຢ່າສະທ້ານຢ້ານກົວເລີຍ. ເພາະສິ່ງເຫລົ່ານີ້ ຈຳເປັນຕ້ອງ ເກີດຂຶ້ນ ແຕ່ວັນສຸດທ້າຍ ຍັງ ບໍ່ໄດ້ມາເຖິງ. 8 ເພາະ, ປະຊາຊາດຈະລຸກຂຶ້ນຕໍ່ສູ້ກັບປະຊາຊາດ, ແລະ ຣາຊະອານາຈັກຈະຕໍ່ສູ້ກັບຣາຊະອານາຈັກ. ທັງຈະ ເກີດແຜ່ນດິນ ໄຫວໃນບ່ອນຕ່າງໆ ແລະຈະເກີດການອຶດຢາກ, ເຫດການເຫລົ່ານີ້ເປັນການເລີ້ມຕົ້ນ ຂອງຄວາມທຸກລຳບາກ. 9 ແຕ່ຈົ່ງລະວັງຕົວທ່ານໃຫ້ດີ. ພວກເຂົາ ຈະມອບພວກເຈົ້າຂຶ້ນສານແລະຈະຖືກຂ້ຽນຕີ ໃນທຳມະສາລາ. ພວກເຈົ້າຈະຢືນຢູ່ຕໍ່ຫນ້າເຈົ້າເມືອງແລະກະສັດເພື່ອທີ່ຈະເປັນພະຍານຕໍ່ພວກເຂົາເພາະເຫັນແກ່ເຮົາ. 10 ແຕ່ຂ່າວປະເສີດຈຳເປັນຕ້ອງຖືກປະກາດອອກໄປເຖິງຄົນທຸກຊາດກ່ອນ. 11 ເມື່ອພວກເຂົາຈັບກຸມເຈົ້າແລະມອບຕົວເຈົ້າໄວ້, ຈົ່ງຢ່າກັງວົນວ່າເຈົ້າຈະເວົ້າຫຍັງ ເພາະໃນຊົ່ວໂມງນັ້ນ ຈະມີຖ້ອຍຄຳສົ່ງມາໃຫ້ເຈົ້າຊຶ່ງຄຳເວົ້ານັ້ນ ບໍ່ແມ່ນເຈົ້າເອງເປັນຜູ້ເວົ້າ, ແຕ່ແມ່ນພຣະວິນຍານບໍຣິສຸດເຈົ້າ. 12 ອ້າຍນ້ອງຕ່າງຄົນ ກໍຈະມອບກັນ ແລະກັນ ໄວ້ພໍ່ກໍຈະມອບລູກ ແລະ ລູກກໍຈະລຸກຂຶ້ນຕໍ່ສູ້ພໍ່ແມ່ໃຫ້ເຖິງ ແກ່ຄວາມຕາຍ. 13 ທຸກຄົນຈະກຽດຊັງພວກເຈົ້າເພາະນາມຂອງເຮົາ, ແຕ່ຜູ້ໃດອົດທົນໄດ້ຈົນເຖິງທີ່ສຸດຜູ້ນັ້ນຈະລອດພົ້ນ.” 14 “ເມື່ອໃດເຈົ້າເຫັນ ສິ່ງທີ່ຫນ້າກຽດຫນ້າຊັງ’ ທີ່ເຮັດໃຫ້ຮົກຮ້າງຫວ່າງເປົ່າ (ພິຈາຣະນາອີກຄັ້ງ) ຕັ້ງຢູ່ໃນທີ່ໆບໍ່ຄວນຈະຕັ້ງໄວ້( ໃຫ້ຜູ້ອ່ານເຂົ້າໃຈເອົາເອງເຖີດ). ຄົນເຫລົ່ານັ້ນທີ່ຢູ່ໃນແຂວງຢູດາຍຈົ່ງຫນີໄປຍັງພູເຂົາ 15 ຜູ້ທີ່ຢູ່ເທິງຫລັງຄາເຮືອນຢ່າໄດ້ລົງມາແລະເຂົ້າໄປໃນເຮືອນເກັບເອົາສິ່ງຂອງອອກໄປ. 16 ຜູ້ທີ່ຢູ່ໃນທົ່ງນາກໍຢ່າກັບຄືນມາເອົາເສື້ອຜ້າຂອງຕົນ. 17 ແຕ່ ວິບັດຈະເກີດຂຶ້ນຕໍ່ຜູ້ຍິງທີ່ຖືພາແລະຄົນທີ່ລຽ້ງລູກອ່ອນກິນນົມຢູ່ 18 ຈົ່ງພາວັນນາອະທິຖານ ເພື່ອວ່າ ເຫດການນີ້ຈະບໍ່ເກີດຂຶ້ນໃນຣະດູຫນາວ. 19 ເພາະຈະມີຄວາມທຸກລຳບາກຢ່າງຫນັກຫນ່ວງ, ຢ່າງບໍ່ເຄີຍ ມີມາກ່ອນຕັ້ງແຕ່ຕົ້ນເດີມ, ເມື່ອພຣະເຈົ້າຊົງສ້າງໂລກຈົນເຖິງທຸກວັນນີ້, ແລະຈະບໍ່ມີເຫດການເຊັ່ນນີ້ອີກຈັກເທື່ອ. 20 ຖ້າ ອົງພຣະຜູ້ເປັນເຈົ້າຊົງເຮັດໃຫ້ວັນເຫລົ່ານັ້ນສັ້ນເຂົ້າ, ກໍຈະບໍ່ມີ ຜູ້ໃດລອດຊີວິດໄດ້ເລີຍ, ແຕ່ເພາະເຫັນແກ່ພວກທີ່ ພຣະອົງໄດ້ເລືອກໄວ້ແລ້ວນັ້ນພຣະອົງໄດ້ເຮັດໃຫ້ວັນເຫລົ່ານັ້ນສັ້ນເຂົ້າ. 21 ແລ້ວຖ້າໃຜບາງຄົນບອກເຈົ້າທັງຫລາຍ ວ່າ, ‘ເບິ່ງແມ! ພຣະຄຣິດຢູ່ທີ່ນີ້’ຫລືວ່າ‘ເບິ່ງດູ ພຣະອົງຢູ່ທີ່ນັ້ນ’ ຈົ່ງຢ່າເຊື່ອຄຳບອກນັ້ນ. 22 ເພາະພຣະຄຣິດປອມແລະຜູ້ທຳນວາຍປອມ ຈະປາກົດຕົວອອກມາຈະເຮັດການອັດສະຈັນ, ແລະຫມາຍສຳຄັນຕ່າງໆ ເພື່ອຈະຫລອກລວງ, ແມ່ນວ່າຈະເປັນຜູ້ທີ່ພຣະເຈົ້າຊົງເລືອກໄວ້. 23 ຈົ່ງຣະວັງຕົວໄວ້ໃຫ້ດີ, ເຮົາໄດ້ບອກເລື່ອງນີ້ແກ່ເຈົ້າທຸກຄົນກ່ອນທີ່ເຫດການເຫລົ່ານັ້ນຈະເກີດຂຶ້ນ.” 24 ແຕ່ຫລັງຈາກວັນເວລາແຫ່ງຄວາມທຸກຍາກຄັ້ງຍິ່ງໃຫຍ່ເຫລົ່ານັ້ນ. ດວງອາທິດ ຈະມືດໄປ, ດວງຈັນຈະບໍ່ສ່ອງແສງ,
25 ດວງດາວຈະຕົກລົງຈາກຟ້າແລະ ຣິດອຳນາດ ທີ່ມີໃນສະຫວັນ ກໍຈະສັ່ນສະທ້ານຫວັ່ນໄຫວ.
26 ເມື່ອນັ້ນພວກ ເຂົາຈະ ເຫັນ‘ບຸດມະນຸດສະເດັດມາໃນເມກ’ ດ້ວຍຣິດທານຸພາບ ແລະ ພຣະສະຫງ່າຣາສີ ອັນຍິ່ງໃຫຍ່. 27 ພຣະອົງຈະສົ່ງທູດສະຫວັນຂອງພຣະອົງມາເພື່ອຮວບຮວມເອົາຄົນທັງຫລາຍທີ່ພຣະເຈົ້າຊົງເລືອກໄວ້ດ້ວຍກັນຈາກທິດທັງສີ່, ຕັ້ງແຕ່ທີ່ສຸດປາຍແຜ່ນດິນຈົນເຖິງທີ່ສຸດຂອບຟ້າ.” 28 ຈົ່ງຮຽນຮູ້ບົດຮຽນ ຄຳອຸປະມາ ຈາກຕົ້ນຫມາກເດື່ອ. ເມື່ອກິ່ງມັນເລີ້ມແຕກໃບອ່ອນອອກມາ, ເຈົ້າກໍຮູ້ວ່າຣະດູຮ້ອນໃກ້ເຂົ້າມາເເລ້ວ 29 ໃນທຳນອງດຽວກັນ, ເມື່ອພວກເຈົ້າເຫັນສິ່ງເຫລົ່ານີ້ ເກີດຂຶ້ນ ເຈົ້າກໍຈະຮູ້ວ່າ ພຣະອົງໃກ້ເຂົ້າມາແລ້ວຢູ່ທີ່ຫນ້າປະຕູ. 30 ເຮົາບອກຄວາມຈິງ, ແກ່ເຈົ້າທັງຫລາຍວ່າ, ຄົນສະໄຫມນີ້ຈະ ຍັງບໍ່ລ່ວງລັບໄປກ່ອນທີ່ ເຫດການເຫລົ່ານີ້ຈະເກີດຂຶ້ນ. 31 ຟ້າສະຫວັນ ແລະ ແຜ່ນດິນໂລກຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ສູນຫາຍໄປ. 32 ແຕ່ບໍ່ມີໃຜຮູ້ກຽ່ວກັບວັນຫລື ຊົ່ວໂມງນັ້ນ, ແມ່ນແຕ່ເທວະດາໃນສະຫວັນ ແລະ ພຣະບຸດກໍບໍ່ຮູ້, ຮູ້ແຕ່ພຣະບິດາເຈົ້າອົງດຽວເທົ່ານັ້ນ. 33 ຈົ່ງຕື່ນຕົວຈົ່ງເຝົ້າຣະວັງຢູ່ເພາະ ເຈົ້າທັງຫລາຍບໍ່ຮູ້ວ່າເວລານັ້ນຈະມາເຖິງເມື່ອໃດ. 1 34 ເຊັ່ນດຽວກັບຊາຍຄົນຫນຶ່ງທີ່ອອກເດີນທາງໄປ ເພິ່ນອອກຈາກ ເຮືອນ ຂອງເພິ່ນ ແລະ ໄດ້ມອບຫມາຍໃຫ້ຄົນຮັບໃຊ້ ຮັບຜິດຊອບເຮັດວຽກຂອງໃຜລາວແລະສັ່ງຄົນເຝົ້າຍາມ ເຮືອນໄວ້ໃຫ້ດີ. 35 ດັ່ງນັ້ນ ຈົ່ງເຝົ້າຣະວັງຕຽມພ້ອມຢູ່, ເພາະ ເຈົ້າທັງຫລາຍ ບໍ່ຮູ້ວ່າເຈົ້າຂອງເຮືອນຈະກັບມາຍາມໃດບໍ່ວ່າ ຈະເປັນຫົວຄໍ່າຫລື ຕອນທ່ຽງຄືນຫລືຕອນໄກ່ຂັນຫລືໃນຕອນເຊົ້າ. 36 ຖ້າເຂົາມາຢ່າງບໍ່ທັນຮູ້ຕົວກໍຢ່າໃຫ້ເຂົາພົບເຈົ້າທັງຫລາຍ ນອນຫລັບຢູ່. 37 ເຮົາບອກເຈົ້າເເລະບອກທຸກຄົນວ່າຈົ່ງເຝົ້າຣະວັງຢູ່.”


1Some ancient copies of the Greek text read: "Be alert! Watch and pray" .