ບົດທີ 14
\p
1
ຍັງອີກສອງວັນ ກໍຈະເຖິງເທສະການປັດສະຄາ ແລະ ເທສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ. ພວກຫົວໜ້າປະໂລຫິດ ແລະ ພວກທັມະຈານ ຕ່າງກໍຄິດຫາອຸບາຍຈັບພຣະເຢຊູເຈົ້າ ເພື່ອຈະ ສັງຫານພຣະອົງ.
2
ຄືພວກເຂົາເວົ້າຕໍ່ກັນ ແລະ ກັນວ່າ, “ພວກເຮົາບໍ່ຕ້ອງເຮັດຍາມເທສະການ, ບໍ່ດັ່ງນັ້ນປະຊາຊົນອາດຈະລຸກຮື້ຂຶ້ນກໍໄດ້.”
3
ໃນເວລາດຽວກັນນັ້ນພຣະເຢຊູເຈົ້າ ໄດ້ໄປທີ່ເຮືອນຂອງຊີໂມນ, ຊາຍທີ່ເປັນໂຣກຂີ້ທູດ, ໃນບ້ານເບັດທານີ, ຂະນະທີ່ພຣະເຢຊູເຈົ້າຮັບປະທານຢູ່ນັ້ນ, ກໍມີຍິງຜູ້ຫນຶ່ງໄດ້ມາຫາພຣະອົງ ທັງຖືເຕົ້າຫີນຂາວຊຶ່ງ ບັນຈຸນໍ້າມັນຫອມລາຄາແພງຊະນິດຫນຶ່ງ. ນາງຫັກຄໍເຕົ້ານັ້ນ ແລະ ຖອກນໍ້າມັນຫອມຫົດສົງຫົວພຣະອົງ.
4
ມີບາງຄົນໃນທີ່ນັ້ນໃຈຮ້າຍ ຈຶ່ງເວົ້າຕໍ່ກັນວ່າ, “ເຫດໃດຈຶ່ງເຮັດໃຫ້ນໍ້າມັນຫອມນີ້ເສັຽໄປລ້າໆ?
5
ຖ້າຂາຍກໍຄົງໄດ້ກວ່າສາມຮ້ອຍຫລຽນເງິນ, ແລະ ເພື່ອເອົາໄປແຈກໃຫ້ຄົນຍາກຈົນ.” ແລ້ວພວກເຂົາກໍຕຳຫນິຕິຕຽນ ຍິງຜູ້ນີ້.
6
ແຕ່ພຣະເຢຊູເຈົ້າກ່າວວ່າ, “ປະນາງໄວ້, ພວກເຈົ້າກວນໃຈນາງ ເຮັດຫຍັງ? ນາງໄດ້ເຮັດສິ່ງທີ່ຈົບງາມແກ່ເຮົາ.
7
ພວກເຈົ້າຈະມີຄົນຍາກຈົນ ຢູ່ກັບພວກເຈົ້າສະເຫມີ, ແລະ ພວກເຈົ້າຊ່ວຍພວກເຂົາຍາມໃດກໍໄດ້, ແຕ່ພວກເຈົ້າຈະບໍ່ມີເຮົາສະເຫມີໄປ.
8
ນາງເຮັດເທົ່າທີ່ນາງສາມາດເຮັດໄດ້, ນາງຖອກນໍ້າມັນຫອມເຈີມໃສ່ຮ່າງກາຍ ຂອງເຮົາເພື່ອຕຽມການປົງສົບຂອງເຮົາລ່ວງຫນ້າ.
9
ເຮົາບອກ ພວກເຈົ້າຄວາມຈິງວ່າ ໃນທຸກບ່ອນທົ່ວໂລກ ທີ່ມີການປະກາດຂ່າວປະເສີດ, ສິ່ງທີ່ຍິງຜູ້ນີ້ໄດ້ເຮັດຈະເປັນທີ່ເລື່ອງລືກັນໄປ, ເພື່ອເປັນການຣະນຶກເຖິງນາງ.”
10
ແລ້ວຢູດາອິດສະກາຣີອົດ, ຄົນຫນຶ່ງໃນພວກສາວົກສິບສອງ ຄົນກໍໄດ້ຫນີໄປຫາບັນດາຫົວຫນ້າປະໂລຫິດ, ເພື່ອຈະມອບ ພຣະເຢຊູເຈົ້າໃຫ້ພວກເຂົາ.
11
ບັນດາຫົວຫນ້າປະໂລຫິດ ດີໃຈ ຫລາຍ ທີ່ໄດ້ຍິນເລື່ອງນີ້ ແລະ ສັນຍາວ່າຈະເອົາເງິນໃຫ້ລາວ. ດັ່ງນັ້ນ ຢູດາຈຶ່ງຊອກຫາໂອກາດອັນດີເພື່ອຈະມອບພຣະເຢຊູເຈົ້າໃຫ້ພວກເຂົາ.
12
ໃນວັນທີຫນຶ່ງຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ຄື ວັນທີ່ພວກເຂົາ ຂ້າລູກແກະ, ສາວົກຂອງພຣະອົງໄດ້ຖາມພຣະອົງວ່າ, “ທ່ານຢາກໃຫ້ພວກຂ້ານ້ອຍ ໄປຈັດແຈ່ງອາຫານປັດສະຄາ ສຳລັບທ່ານຢູ່ທີ່ໃດ?”
13
ພຣະອົງຈຶ່ງໃຊ້ສາວົກສອງຄົນໄປ ແລະ ກ່າວກັບພວກເຂົາວ່າ, “ຈົ່ງເຂົ້າໄປໃນເມືອງ, ແລະ ຈະມີຊາຍຄົນຫນຶ່ງ ແບກໄຫນໍ້າມາພົບພວກເຈົ້າ, ເຈົ້າຈົ່ງຕາມຜູ້ນັ້ນໄປ.
14
ລາວຈະ ເຂົ້າໄປໃນເຮືອນຫລັງໃດ ຈົ່ງເວົ້າກັບເຈົ້າຂອງເຮືອນນັ້ນວ່າ, ‘ອາຈານຖາມວ່າ, ຫ້ອງພັກຂອງເຮົາ ທີ່ເຮົາຈະກິນອາຫານປັດສະຄາກັບບັນດາສາວົກຂອງເຮົາຢູ່ໃສ?’
15
ເຈົ້າຂອງເຮືອນ ເຂົາກໍຈະຊີ້ໃຫ້ພວກເຈົ້າເຫັນຫ້ອງໂຖງໃຫຍ່ ຢູ່ຊັ້ນເທິງ ທີ່ຕົບແຕ່ງໄວ້ຮຽບຮ້ອຍແລ້ວ. ທີ່ນັ້ນແລ້ວທີ່ໄດ້ຈັດແຈ່ງທຸກສິ່ງຕຣຽມໄວ້ ສຳລັບພວກເຮົາ.”
16
ສາວົກສອງຈຶ່ງໄດ້ອອກໄປ ແລະ ໄດ້ເຂົ້າໄປໃນເມືອງ. ພວກເພິ່ນໄດ້ພົບຕາມທີ່ພຣະເຢຊູເຈົ້າໄດ້ບອກໄວ້ທຸກປະການ ແລະ ພວກເພິ່ນກໍໄດ້ຈັດແຈ່ງອາຫານສຳລັບປັດສະຄາ.
17
ເມື່ອເຖິງຕອນຄໍ່າ, ພຣະອົງ ກັບ ພວກສາວົກສິບສອງຄົນກໍໄດ້ເຂົ້າມາ.
18
ເມື່ອພວກເພິ່ນກຳລັງຮັບປະທານອາຫານເທິງໂຕະ ຢູ່ນັ້ນພຣະເຢຊູເຈົ້າໄດ້ກ່າວວ່າ, “ເຮົາບອກພວກເຈົ້າຄວາມຈິງວ່າ, ຜູ້ຫນຶ່ງໃນພວກເຈົ້າ ຜູ້ທີ່ຮ່ວມພາເຂົ້າຢູ່ນຳເຮົານີ້ແຫລະ ຈະທໍຣະຍົດ ເຮົາ.”
19
ພວກສາວົກ ຕ່າງກໍເປັນທຸກໃຈຫລາຍ ແລະ ຖາມ ພຣະອົງເທື່ອລະຄົນວ່າ, “ທ່ານຄົງບໍ່ຫມາຍເຖິງຂ້ານ້ອຍແມ່ນບໍ່?”
20
ພຣະເຢຊູເຈົ້າຊົງຕອບວ່າ, “ແມ່ນຄົນຫນຶ່ງ ໃນນພວກເຈົ້າ ຈຳນວນສິບສອງຄົນນີ້ແຫລະ ຄືຜູ້ທີ່ເອົາເຂົ້າຈີ່ຈໍ້າຮ່ວມຖ້ວຍດຽວກັນກັບເຮົາ.
21
ດ້ວຍວ່າ, ບຸດມະນຸດຈະຈາກໄປຕາມທີ່ມີຂຽນໄວ້ໃນພຣະຄັມພີ, ແຕ່ພັຍພິບັດຈະຕົກຖືກຜູ້ທີ່ທໍຣະຍົດບຸດມະນຸດ. ຖ້າຄົນຜູ້ນີ້ບໍ່ເກີດມາກໍເປັນການດີກວ່າ.”
22
ໃນລະຫວ່າງອາຫານແລງ ຄາບສຸດທ້າຍນັ້ນ, ພຣະເຢຊູເຈົ້າ ໄດ້ ຈັບເອົາເຂົ້າຈີ່ມາໂມທະນາຂອບພຣະຄຸນແລ້ວ, ພຣະເຢຊູເຈົ້າກໍຫັກເຂົ້າຈີ່ນັ້ນ ແລະ ຍື່ນໃຫ້ແກ່ພວກສາວົກ ແລະ ກ່າວວ່າ, “ຈົ່ງຮັບເອົາເຖີ້ນນີ້ແຫຼະ ຄືກາຍຂອງເຮົາ.”
23
ແລ້ວພຣະອົງກໍຈັບເອົາຈອກມາໂມທະນາຂອບພຣະຄຸນ ແລະ ຍື່ນໃຫ້ພວກເພິ່ນ ແລະ ພວກເພິ່ນກໍຮັບດື່ມທຸກຄົນ.
24
ພຣະເຢຊູເຈົ້າກ່າວວ່າ, “ນີ້ແຫຼະຄື ເລືອດຂອງເຮົາ ແມ່ນເລືອດຂອງພັນທະສັນຍາໃຫມ່ ທີ່ຫລັ່ງໄຫລອອກສຳລັບຄົນທັງຫລາຍ.
25
ເຮົາບອກພວກເຈົ້າຄວາມຈິງ ວ່າ ເຮົາຈະບໍ່ດື່ມນໍ້າອະງຸ່ນນີ້ອີກຈັກເທື່ອ ຈົນກວ່າເຖິງວັນນັ້ນຄືເຮົາ ຈະດື່ມອັນໃຫມ່ໃນອານາຈັກຂອງພຣະເຈົ້າ.”
26
ເມື່ອພວກເຂົາໄດ້ຮ້ອງເພງສັນຣະເສີນ ບົດຫນຶ່ງແລ້ວ, ພວກເພິ່ນກໍພາກັນອອກໄປ ທີ່ພູເຂົາຫມາກກອກເທດ.
27
ພຣະເຢຊູເຈົ້າຊົງກ່າວ ແກ່ພວກສາວົກວ່າ, “ພວກເຈົ້າທຸກຄົນຈະປະຖິ້ມເຮົາໄປເພາະ ມີຂຽນໄວ້ໃນພຣະຄັມພີວ່າ, ‘ເຮົາຈະປຣະຫານ ຜູ້ລ້ຽງແກະ ແລະ ຝູງແກະຈະແຕກຊະກັນໄປ.’
28
ແຕ່ຫລັງຈາກເຮົາເປັນຄືນມາ, ເຮົາຈະໄປທີ່ແຂວງຄາລີເລ ກ່ອນຫນ້າພວກເຈົ້າ.”
29
ເປໂຕເວົ້າວ່າ, “ເຖິງແມ່ນວ່າທຸກຄົນ ຈະປະຖິ້ມທ່ານ ໄປກໍຕາມຂ້ານ້ອຍຈະບໍ່ປະຖິ້ມທ່ານໄປຈັກເທື່ອ.”
30
ພຣະເຢຊູເຈົ້າຊົງກ່າວຕອບເຂົາວ່າ, “ເຮົາບອກເຈົ້າຄວາມຈິງວ່າ, ໃນຄືນນີ້ແຫລະ ກ່ອນໄກ່ຂັນສອງເທື່ອ, ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກ ເຮົາເຖິງສາມເທື່ອ.”
31
ແຕ່ເປໂຕໄດ້ຕອບວ່າ, “ເຖິງແມ່ນຂ້ານ້ອຍຈະຕ້ອງຕາຍກັບທ່ານ, ຂ້ານ້ອຍຈະບໍ່ປະຕິເສດທ່ານຈັກເທື່ອ.” ຝ່າຍສາວົກທຸກຄົນຕ່າງກໍສັນຍາຢ່າງນັ້ນ.
32
ພວກເຂົາກໍມາຮອດສະຖານທີ່ຫນຶ່ງ ທີ່ເອີ້ນວ່າເຄັດເຊມາເນ, ແລະ ພຣະເຢຊູເຈົ້າໄດ້ກ່າວແກ່ບັນດາສາວົກວ່າ, “ຈົ່ງນັ່ງຢູ່ທີ່ນີ້ ໃນຂະນະທີ່ເຮົາພາວັນນາອະທິຖານ.”
33
ພຣະອົງໄດ້ພາເປໂຕ, ຢາໂກໂບ, ແລະ ໂຢຮັນ ໄປກັບພຣະອົງ, ແລະ ພຣະອົງກໍໂສກເສົ້າ ແລະ ເປັນທຸກໃນໃຈຫລາຍ
34
ຈຶ່ງກ່າວແກ່ພວກເພິ່ນວ່າ, “ຈິດໃຈຂອງເຮົາເປັນທຸກຫນັກ, ແທບຈະຕາຍຢູ່ແລ້ວ. ຈົ່ງເຝົ້າຄອຍ ແລະ ເຝົ້າເບິ່ງຢູ່ທີ່ນີ້ເຖີ້ນ.”
35
ພຣະເຢຊູເຈົ້າໄດ້ຍ່າງເລີຍໄປໄກຫນ້ອຍຫນຶ່ງ, ກໍໄດ້ຄຸເຂົ່າລົງກັບພື້ນ, ແລ້ວພຣະອົງກໍພາວັນນາອະທິຖານວ່າ, ຖ້າເປັນໄປໄດ້ຂໍໃຫ້ໂມງເວລາແຫ່ງຄວາມທົນທຸກທໍຣະມານນີ້ຜ່ານພົ້ນໄປຈາກພຣະອົງ.
36
ພຣະອົງອະທິຖານວ່າ, “ພຣະບິດາເຈົ້າເອີຍ, ພຣະບິດາ ຂອງລູກພຣະອົງເຮັດໄດ້ທຸກສິ່ງ. ຂໍໃຫ້ຈອກແຫ່ງຄວາມທົນທຸກທໍຣະມານນີ້ເລື່ອນພົ້ນໄປຈາກລູກຖ້ອນ, ແຕ່ຂໍຢ່າໃຫ້ເປັນໄປຕາມໃຈປາຖນາ ຂອງລູກ, ແຕ່ໃຫ້ເປັນໄປຕາມ ພຣະປະສົງຂອງພຣະອົງດ້ວຍເຖີ້ນ.”
37
ພຣະອົງກໍກັບຄືນມາ ແລະ ໄດ້ພົບພວກສາວົກກຳລັງນອນ ຫລັບຢູ່, ແລະ ພຣະອົງຊົງກ່າວແກ່ເປໂຕວ່າ, “ຊີໂມນເອີຍ, ເຈົ້າຍັງນອນຫລັບຢູ່ບໍ? ເຈົ້າບໍ່ສາມາດ ເຝົ້າຢູ່ຈັກຊົ່ວໂມງບໍ?”
38
ຈົ່ງເຝົ້າຣະວັງ ແລະ ພາວັນນາອະທິຖານຢູ່ ເພື່ອຈະບໍ່ຕົກໃນການທົດລອງ. ຈິດວິນຍານພ້ອມຢູ່ແລ້ວກໍຈິງ ແຕ່ຮ່າງກາຍອ່ອນແຮງ.”
39
ພຣະອົງກັບໄປພາວັນນາອະທິຖານອີກຄັ້ງ ໂດຍກ່າວຖ້ອຍຄຳເຫມືອນເທື່ອກ່ອນ.
40
ພຣະອົງກັບຄືນມາຫາພວກສາວົກ ແລະ ກໍພົບພວກເພິ່ນ ນອນຫລັບຢູ່, ເພາະພວກເພິ່ນບໍ່ອາດມືນຕາຂຶ້ນໄດ້ເລີຍ ແລະ ບໍ່ຮູ້ວ່າ ຈະເວົ້າຫຍັງ.
41
ພຣະອົງໄດ້ກັບຄືນມາເທື່ອທີສາມ ພຣະອົງກໍ ກ່າວແກ່ພວກເພິ່ນວ່າ, “ພວກເຈົ້າຍັງພັກຜ່ອນຫລັບນອນຢູ່ບໍ? ພໍສາ ເວລາມາເຖິງແລ້ວ. ເບິ່ງແມ! ບຸດມະນຸດກຳລັງຈະຖືກມອບໄວ້ ໃນກຳມືຂອງຄົນບາບທັງຫລາຍ.
42
ຈົ່ງລຸກຂຶ້ນພາກັນໄປເທາະ ເບິ່ງແມ! ຄົນທີ່ມອບເຮົາໄວ້ກໍມາທີ່ນີ້ແລ້ວ.”
43
ໃນເວລາທີ່ພຣະອົງກ່າວຍັງບໍ່ທັນຂາດຄຳ, ໃນທັນໃດນັ້ນ ຢູດາຜູ້ເປັນສາວົກຄົນຫນຶ່ງ ໃນພວກສາວົກສິບສອງຄົນກໍມາພ້ອມ ກັບປະຊາຊົນຈຳນວນຫລວງຫລາຍ ທັງຖືດາບ, ທັງຖືໄມ້ຄ້ອນ, ຈາກພວກຫົວໜ້າປະໂລຫິດ, ພວກທັມະຈານ ແລະ ພວກອາວຸໂສ ໄດ້ໃຊ້ຄົນເຫລົ່ານີ້ມາ.
44
ບັດນີ້ຜູ້ທີ່ທໍຣະຍົດຕໍ່ພຣະອົງນັ້ນ ໄດ້ໃຊ້ສັນຍານບອກ ແກ່ພວກເຂົາວ່າ, “ຂ້ອຍຈູບຄຳນັບຜູ້ໃດ, ເພິ່ນກໍແມ່ນຜູ້ນັ້ນແຫລະ, ຈົ່ງຈັບກຸມຕົວເອົາໄປຮັກສາໄວ້ໃຫ້ດີ.”
45
ພໍຢູດາ ມາຮອດເຂົາກໍຫຍັບເຂົ້າໄປໃກ້ພຣະເຢຊູເຈົ້າທັນທີ ແລະ ເວົ້າຕໍ່ ພຣະອົງວ່າ, “ພຣະອາຈານເອີຍ” ແລ້ວລາວກໍຈູບພຣະອົງ.
46
ແລ້ວພວກເຂົາຈຶ່ງຄວ້າຈັບພຣະອົງ ແລະ ຈັບກຸມພຣະອົງໄວ້.
47
ແຕ່ມີຄົນຫນຶ່ງໃນຈຳນວນຄົນທີ່ຢືນຢູ່ໃນທີ່ນັ້ນຊັກດາບ ອອກ ຟັນຄົນຮັບໃຊ້ຄົນຫນຶ່ງ ຂອງມະຫາປະໂລຫິດ ຖືກຫູຂາດເບື້ອງຫນຶ່ງ.
48
ພຣະເຢຊູເຈົ້າກໍໄດ້ກ່າວແກ່ພວກເຂົາວ່າ, “ພວກເຈົ້າຖືດາບຖື ໄມ້ຄ້ອນອອກມາຈັບເຮົາ ເຫມືອນດັ່ງຈັບໂຈນຊັ້ນບໍ?
49
ທຸກໆ ວັນເມື່ອເຮົາຢູ່ກັບພວກເຈົ້າ ແລະ ໄດ້ສັ່ງສອນໃນພຣະວິຫານ ແລະ ພວກເຈົ້າບໍ່ໄດ້ຈັບເຮົາ. ແຕ່ກ່ຽວກັບເລື່ອງທີ່ເກີດຂຶ້ນນີ້ກໍເພື່ອໃຫ້ ສຳເລັດຕາມທີ່ມີກ່າວໄວ້ໃນພຣະຄັມພີ.”
50
ແລ້ວພວກສາວົກ ທັງຫມົດກໍປະຖິ້ມພຣະເຢຊູເຈົ້າ ແລະ ແລ່ນຫນີຈາກພຣະອົງໄປ.
51
ມີຊາຍຫນູ່ມຄົນຫນຶ່ງ, ນຸ່ງພຽງຜ້າປ່ານແຕ່ຜືນດຽວຕາມພຣະເຢຊູເຈົ້າໄປ, ພວກເຂົາໄດ້ຄວ້າຈັບບາຍຊາຍຫນູ່ມນັ້ນ,
52
ແຕ່ຊາຍນັ້ນໄດ້ປະຜ້າປ່ານຜືນທີ່ນຸ່ງຢູ່ນັ້ນຖິ້ມເສັຽ ແລະ ແລ່ນປົບຫນີໄປຕົວເປົ່າ.
53
ພວກເຂົາໄດ້ພາພຣະເຢຊູເຈົ້າ ໄປຫາມະຫາປະໂລຫິດ. ບ່ອນທີ່ ພວກຫົວໜ້າປະໂລຫິດ, ພວກເຖົ້າແກ່ ແລະ ພວກທັມະຈານ ທັງຫມົດໄດ້ ປະຊຸມກັນຢູ່ທີ່ນັ້ນ.
54
ບັດນີ້ເປໂຕ ກໍໄດ້ຕິດຕາມ ພຣະເຢຊູເຈົ້າ ໄປໃນໄລຍະຫ່າງໄກພໍສົມຄວນ ແລະ ເຂົ້າໄປໃນເດີ່ນບ້ານຂອງມະຫາປະໂລຫິດແລ້ວ ນັ່ງຝີງໄຟຢູ່ກັບພວກຄົນຍາມ.
55
ບັດນີ້ພວກຫົວຫນ້າປະໂລຫິດ ແລະ ພວກສະມາຊິກສະພາຊາວຢິວທັງຫມົດໄດ້ຫາຫລັກຖານ ມາຕໍ່ສູ້ພຣະເຢຊູເຈົ້າເພື່ອຫວັງຈະຂ້າພຣະອົງເສັຽ. ແຕ່ຫາຫຍັງບໍ່ໄດ້ເລີຍ.
56
ດ້ວຍວ່າ, ມີຫລາຍຄົນກ່າວຄຳພະຍານ ຕົວະ ຕໍ່ສູ້ພຣະອົງ, ແຕ່ຄຳເວົ້າຂອງພວກເຂົາ ຂັດແຍ້ງກັນເອງ.
57
ມີບາງຄົນຢືນຂຶ້ນ ແລະ ກ່າວຄຳພະຍານຕົວະຕໍ່ສູ້ພຣະອົງວ່າ,
58
“ພວກເຮົາໄດ້ຍິນລາວເວົ້າວ່າ, ‘ເຮົາຈະມ້າງພຣະວິຫານຫລັງນີ້ ທີ່ສ້າງດ້ວຍມືມະນຸດ ແລະ ຫລັງຈາກສາມວັນເຮົາຈະສ້າງຫລັງໜຶ່ງ ຂຶ້ນໃຫມ່ ທີ່ບໍ່ໄດ້ເຮັດດ້ວຍມືມະນຸດ.’”
59
ເຖິງປານນັ້ນຄຳພະຍານຂອງພວກເຂົາ ກໍຍັງບໍ່ຖືກຕ້ອງກັນ.
60
ມະຫາປະໂລຫິດຈຶ່ງໄດ້ລຸກຢືນຂຶ້ນໃນທ່າມກາງທີ່ປະຊຸມ ແລະ ໄດ້ຖາມພຣະເຢຊູເຈົ້າວ່າ, “ເຈົ້າບໍ່ມີຫຍັງ ບໍ ທີ່ຈະແກ້ຄຳກ່າວຫາທີ່ ຄົນເຫລົ່ານີ້ກ່າວຕໍ່ສູ້ເຈົ້າ?”
61
ແຕ່ພຣະເຢຊູເຈົ້າມິດງຽບຢູ່ ແລະ ບໍ່ ຕອບຫຍັງຈັກຄຳ, ແລ້ວມະຫາປະໂລຫິດຈຶ່ງຖາມພຣະອົງອີກວ່າ, “ເຈົ້າເປັນພຣະຄຣິດ, ພຣະບຸດຂອງພຣະເຈົ້າ, ຜູ້ຊົງພຣະກຽດບໍ?”
62
ພຣະເຢຊູເຈົ້າໄດ້ກ່າວວ່າ, “ເຮົາ; ແລະ ພວກເຈົ້າຈະໄດ້ເຫັນບຸດມະນຸດນັ່ງທີ່ເບື້ອງຂວາຂອງພຣະຜູ້ຊົງຣິດອຳນາດຍິ່ງໃຫຍ່ ແລະ ກຳລັງລົງມາເທິງເມກໃນສະຫວັນ.”
63
ມະຫາປະໂລຫິດ ຜູ້ນັ້ນໄດ້ຈີກເສື້ອລ່າມຂອງຕົນ ແລະ ກ່າວ ສຽງດັງວ່າ, “ພວກເຮົາຍັງຈະຕ້ອງການພະຍານອັນໃດອີກ
64
ເຈົ້າທັງຫລາຍກໍໄດ້ຍິນ ຄຳເວົ້າຫມິ່ນປະຫມາດພຣະເຈົ້າແລ້ວ ເຈົ້າທັງຫລາຍ ຈະຕັດສິນໃຈຢ່າງໃດ?” ພວກເຂົາໃນທີ່ປະຊຸມທັງໝົດ ຈຶ່ງລົງມະຕິວ່າ, ພຣະເຢຊູເຈົ້າຕ້ອງຖືກໂທດປຣະຫານຊີວິດ.
65
ມີບາງຄົນໃນພວກເຂົາ ໄດ້ຖົ່ມນໍ້າລາຍໃສ່ ພຣະເຢຊູເຈົ້າ ພວກເຂົາ ເອົາຜ້າມັດຕາພຣະອົງ ແລະ ທຸບຕີພຣະອົງພວກເຂົາເວົ້າຕໍ່ພຣະເຢຊູເຈົ້າວ່າ, “ທວາຍເບິ່ງດູ! ວ່າແມ່ນຜູ້ໃດຕີມຶງຢູ່!” ແລ້ວພວກ ທະຫານຍາມກໍຮັບເອົາພຣະອົງໄປຕົບຕີ ແລະ ເອົາໄມ້ແສ້ຂ້ຽນຕີ ພຣະອົງ.
66
ຂະນະທີ່ເປໂຕຍັງຢູ່ທາງລຸ່ມທີ່ເດີ່ນບ້ານນັ້ນ, ມີສາວໃຊ້ຄົນ ຫນຶ່ງຂອງມະຫາປະໂລຫິດ.
67
ເມື່ອນາງໄດ້ເຫັນເປໂຕນັ່ງຝີງໄຟຢູ່ ນາງກໍຈ້ອງຕາເບິ່ງເພິ່ນ ແລະ ທ້ວງວ່າ, “ເຈົ້າກໍເຄີຍໄປມາ ກັບ ເຢຊູ ໄທນາຊາເຣັດຄືກັນ.”
68
ແຕ່ລາວໄດ້ຕອບປະຕິເສດວ່າ, “ຂ້ອຍ ບໍ່ ຮູ້... ຂ້ອຍ ບໍ່ເຂົ້າໃຈຄຳທີ່ ເຈົ້າໄດ້ ເວົ້ານັ້ນ,” ແລ້ວເປໂຕ ກໍຍ່າງ ອອກໄປທາງປະຕູບ້ານ ແລະ ໄກ່ກໍຂັນ.
69
ສ່ວນສາວໃຊ້ຜູ້ນັ້ນເຫັນເປໂຕ ຈຶ່ງເວົ້າຕໍ່ຄົນທີ່ຢືນຢູ່ໃນທີ່ນັ້ນອີກວ່າ, “ຄົນນີ້ແຫລະ ເປັນຜູ້ຫນຶ່ງໃນພວກເຂົາ.”
70
ແຕ່ເປໂຕ ໄດ້ປະຕິເສດອີກ. ຫລັງຈາກນັ້ນ, ຄົນທີ່ຢືນຢູ່ໃນທີ່ນັ້ນກໍເວົ້າຕໍ່ເປໂຕ ວ່າ, “ແມ່ນແທ້ແລ້ວ ເຈົ້າເປັນຜູ້ຫນຶ່ງໃນພວກນັ້ນ ເພາະເຈົ້າເປັນຄົນ ຄາລີເລເຫມືອນກັນ.”
71
ແລ້ວເຂົາກໍເລີ່ມປ້ອຍດ່າສາບແຊ່ງຕົວເອງ ແລະ ສາບານວ່າ, “ຂ້ອຍບໍ່ຮູ້ຈັກຄົນທີ່ພວກເຈົ້າເວົ້າເຖິງນັ້ນ.”
72
ໃນທັນໃດນັ້ນ ໄກ່ກໍຂັນເປັນເທື່ອທີສອງ. ແລ້ວເປໂຕຈຶ່ງຈື່ໄດ້ໃນຄຳທີ່ພຣະເຢຊູເຈົ້າ ໄດ້ກ່າວແກ່ຕົນວ່າ, “ກ່ອນໄກ່ຂັນສອງເທື່ອ ເຈົ້າຈະປະຕິເສດ ວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ.” ເມື່ອຫວນຄິດໄດ້ເຂົາຈຶ່ງຮ້ອງໄຫ້ຮໍ່າໄຮ.