ບົດທີ 15
\p
1
ພໍຮຸ່ງເຊົ້າມາ, ບັນດາຫົວຫນ້າປະໂລຫິດ ໄດ້ພົບກັບພວກຜູ້ອາວຸໂສ ແລະ ພວກທັມະຈານ ແລະ ບັນດາສະມາຊິກສະພາຊາວຢິວທັງຫມົດໄດ້ປຶກສາຫາລືກັນ. ແລ້ວພວກເຂົາໄດ້ມັດ ພຣະເຢຊູເຈົ້າ ແລະ ນຳພາພຣະອົງໄປມອບໃຫ້ປີລາດ.
2
ສ່ວນປີລາດ ກໍໄດ້ຖາມ ພຣະເຢຊູເຈົ້າວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?” ພຣະເຢຊູເຈົ້າຊົງຕອບວ່າ, “ທ່ານເວົ້ານັ້ນຖືກແລ້ວ.”
3
ພວກຫົວໜ້າປະໂລຫິດໄດ້ກ່າວໂທດໃສ່ພຣະເຢຊູເຈົ້າຫລາຍເລື່ອງ.
4
ປີລາດຈຶ່ງໄດ້ຖາມພຣະອົງອີກຄັ້ງວ່າ, “ເຈົ້າບໍ່ຕອບຈັກຄຳບໍ? ເບິ່ງແມ! ພວກເຂົາກ່າວຟ້ອງເຈົ້າຕັ້ງຫລາຍເລື່ອງ!”
5
ແຕ່ ພຣະເຢຊູເຈົ້າ ບໍ່ຕອບຈັກຄຳຈົນປີລາດປະຫລາດໃຈ.
6
ບັດນີ້ໃນເທສະການປັດສະຄາ, ຕາມປົກະຕິແລ້ວປີລາດຈະ ປ່ອຍນັກໂທດ ຄົນຫນຶ່ງໃຫ້ເປັນອິສຣະ, ຕາມທີ່ປະຊາຊົນໄດ້ຂໍຮ້ອງ.
7
ມີຊາຍຄົນຫນຶ່ງຊື່ວ່າ ບາຣາບາ, ທີ່ຖືກຂັງຄຸກຮ່ວມກັບ ພວກກະບົດທີ່ໄດ້ຂ້າຄົນ ເນື່ອງຈາກການກະບົດນັ້ນ.
8
ປະຊາຊົນ ໄດ້ໄປຫາປີລາດ ແລະ ຕັ້ງຕົ້ນຖາມເພິ່ນ ເພື່ອເຮັດຕາມທີ່ເຄີຍໄດ້ປະຕິບັດມາ.
9
ປີລາດຈຶ່ງໄດ້ຕອບພວກເຂົາວ່າ, “ພວກທ່ານຢາກໃຫ້ ຂ້າພຣະເຈົ້າປ່ອຍກະສັດຂອງຊາວຢິວໃຫ້ແກ່ພວກທ່ານບໍ?”
10
ເພາະປີລາດ ຮູ້ດີວ່າການ ທີ່ພວກຫົວຫນ້າປະໂລຫິດ ນຳພຣະເຢຊູເຈົ້າມາມອບໃຫ້ແກ່ຕົນນັ້ນ ເພາະຄວາມອິດສາ.
11
ແຕ່ພວກຫົວຫນ້າປະໂລຫິດ ໄດ້ຍຸຍົງປະຊາຊົນ ເພື່ອຮ້ອງໄຫ້ປີລາດ ປ່ອຍບາຣາບາແທນ ພຣະເຢຊູເຈົ້າ.
12
ປີລາດ ໄດ້ຕອບພວກເຂົາອີກວ່າ, “ດັ່ງນັ້ນແລ້ວ ພວກທ່ານ ຢາກໃຫ້ຂ້າພຣະເຈົ້າເຮັດຢ່າງໃດກັບ ກະສັດຂອງຊາວຢິວ?”
13
ພວກເຂົາໄດ້ຮ້ອງຕອບຂຶ້ນວ່າ, “ຄຶງເຂົາໄວ້ທີ່ໄມ້ກາງແຂນ!”
14
ປີລາດຈຶ່ງໄດ້ຖາມພວກເຂົາວ່າ, “ຊາຍຜູ້ນີ້ໄດ້ເຮັດຜິດຫຍັງ?” ແຕ່ພວກເຂົາຊໍ້າພັດຮ້ອງແຮງຍິ່ງຂຶ້ນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ.”
15
ປີລາດຕ້ອງການເອົາໃຈປະຊາຊົນ, ເພິ່ນຈຶ່ງໄດ້ປ່ອຍບາຣາບາ ໃຫ້ພວກເຂົາ. ເມື່ອເພິ່ນໄດ້ສັ່ງໃຫ້ເຂົາຂ້ຽນຕີ ພຣະເຢຊູເຈົ້າ ແລະແລ້ວກໍມອບພຣະອົງ ໃຫ້ຖືກຄຶງໄວ້ທີ່ໄມ້ກາງແຂນ.
16
ພວກທະຫານໄດ້ນຳເອົາພຣະເຢຊູເຈົ້າ ເຂົ້າໄປໃນເດີ່ນບ້ານ (ຊຶ່ງແມ່ນສຳນັກງານໃຫຍ່ຂອງຣັຖະບານ), ແລະ ພວກເຂົາກໍເອີ້ນກອງທັບທະຫານທັງຫມົດມາກັນໃນທີ່ນັ້ນ.
17
ພວກເຂົາໄດ້ເອົາເສື້ອສີມ່ວງມາໃຫ້, ແລະ ເອົາເຄືອຫນາມຖັກເປັນໂຄ້ງແທນ ມົງກຸດມາສຸບໃສ່ຫົວຂອງພຣະອົງ.
18
ພວກເຂົາກໍຕັ້ງຕົ້ນ ຄຳນັບແບບເຢາະເຢີ້ຍພຣະອົງໂດຍກ່າວວ່າ, “ກະສັດແຫ່ງຊາດຢິວເອີຍ, ຈົ່ງຊົງພຣະຈະເຣີນເຖີ້ນ!”
19
ພວກເຂົາໃຊ້ໄມ້ອໍ້ຕີຫົວພຣະອົງ ແລະ ຖົ່ມນໍ້າລາຍໃສ່ຫນ້າ ພຣະອົງ ແລະ ຄຸເຂົ່າຂາບລົງທຳທ່າຄຳນັບພຣະອົງ.
20
ເມື່ອເຢາະເຢີ້ຍພຣະອົງສົມໃຈແລ້ວ. ພວກເຂົາຈຶ່ງແກ້ເສື້ອຄຸມສີມ່ວງອອກ ແລະ ເອົາເຄື່ອງນຸ່ງຂອງພຣະອົງມານຸ່ງໃຫ້ຄືນ, ແລ້ວນຳພຣະອົງອອກໄປ ເພື່ອຄຶງໄວ້ທີ່ໄມ້ກາງແຂນ.
21
ເມື່ອ ໄປຕາມທາງນັ້ນ ພວກເຂົາ ບັງຄັບໃຫ້ຊາຍຄົນຫນຶ່ງທີ່ຍ່າງຜ່ານມາ ຊຶ່ງກຳລັງມາແຕ່ບ້ານນອກ ໃຫ້ແບກໄມ້ກາງແຂນຂອງພຣະເຢຊູເຈົ້າ. ຊາຍຄົນນີ້ ຊື່ວ່າຊີໂມນ ໄທ ກີເຣເນເປັນພໍ່ຂອງອາເລັກຊັນເດີ ແລະ ຣູໂຟ.
22
ພວກທະຫານໄດ້ພາພຣະເຢຊູເຈົ້າໄປສະຖານທີ່ຫນຶ່ງ ທີ່ຄົນເອີ້ນວ່າໂຄລະໂຄທາ (ຊຶ່ງແປຄວາມຫມາຍວ່າ, “ບ່ອນກະໂຫລກຫົວ.”)
23
ພວກເຂົາໄດ້ເອົາເຫລົ້າອະງຸ່ນ ປົນກັບເຄື່ອງຢາຊະນິດຫນຶ່ງ ໃຫ້ພຣະອົງດື່ມ, ແຕ່ພຣະອົງບໍ່ຍອມດື່ມ.
24
ພວກເຂົາໄດ້ຄຶງ ພຣະອົງໃສ່ໄມ້ກາງແຂນໄວ້ແລ້ວ ພວກເຂົາກໍເອົາເຄື່ອງນຸ່ງຂອງພຣະອົງມາຈົກສະຫລາກ ແບ່ງປັນກັນເພື່ອຈະຮູ້ວ່າຜູ້ໃດຈະໄດ້ຜືນໃດ.
25
ເປັນຊົ່ວໂມງທີ່ສາມທີ່ ພວກເຂົາຄຶງພຣະອົງທີ່ໄມ້ກາງແຂນ.
26
ເທິງແຜ່ນປ້າຍ ພວກເຂົາຂຽນຂໍ້ຄວາມຕໍ່ຕ້ານກ່າວຫາພຣະອົງວ່າ, “ກະສັດຂອງຊາດຢິວ.”
27
ພວກເຂົາ ຍັງໄດ້ຄຶງນັກໂທດຂີ້ລັກສອງຄົນ ພ້ອມກັບພຣະອົງ ເບື້ອງຂວາຄົນຫນຶ່ງ ແລະ ເບື້ອງຊ້າຍອີກຄົນຫນຶ່ງ.
28
ຕ້ອງສຳເລັດຕາມພຣະຄັມພີທີ່ຂຽນໄວ້ວ່າ"ເພິ່ນຖືກນັບເຂົ້າກັບຄາຕະກອນ".
29
ປະຊາຊົນຜູ້ທີ່ຜ່ານໄປມາ ຕ່າງກໍເວົ້າຫມິ່ນປະຫມາດ, ດູຖູກ ພຣະອົງ, ທັງສັ່ນຫົວ ແລະ ກ່າວວ່າ, “ເຮີຍ! ເຈົ້າຜູ້ທີ່ມ້າງ ພຣະວິຫານ ແລະ ຈະສ້າງຂຶ້ນໃຫມ່ໃນສາມວັນ,
30
ຈົ່ງຊ່ວຍຕົນເອງໃຫ້ ພົ້ນແມ ແລະ ຈົ່ງລົງມາຈາກໄມ້ກາງແຂນແມ!”
31
ໃນທຳນອງດຽວກັນ ພວກຫົວຫນ້າປະໂລຫິດ ກັບພວກ ທັມະຈານ ກໍໄດ້ພາກັນເຢາະເຢີ້ຍພຣະອົງ ໃນທ່າມກາງພວກເຂົາເອງ ເຫມືອນກັນໂດຍເວົ້າວ່າ, “ມັນຊ່ວຍຜູ້ອື່ນໃຫ້ພົ້ນໄດ້, ແຕ່ຊ່ວຍ ຕົນເອງບໍ່ໄດ້.
32
ຂໍໃຫ້ພຣະຄຣິດ, ກະສັດຂອງຊາດ ອິສະຣາເອນ, ລົງມາຈາກໄມ້ກາງແຂນດຽວນີ້ເທາະ, ເພື່ອພວກເຮົາ ຈະໄດ້ເຫັນ ແລະ ໄດ້ເຊື່ອ.” ສ່ວນສອງຄົນນັ້ນ ຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນ ພ້ອມກັບພຣະເຢຊູເຈົ້າ ກໍເວົ້າຫມິ່ນປະຫມາດ ພຣະອົງເຫມືອນກັນ.
33
ໃນເວລາຊົ່ວໂມງທີຫົກ, ທົ່ວແຜ່ນດິນກໍບັງເກີດມີຄວາມມືດ ຈົນເຖິງຊົ່ວໂມງທີ່ເກົ້າ.
34
ເວລາຊົ່ວໂມງທີ່ເກົ້າ ພຣະເຢຊູເຈົ້າກໍຮ້ອງດ້ວຍສຽງອັນດັງວ່າ, “ເອໂລອີ, ເອໂລອີ, ແລມາ, ສາບັກທານີ?” ຊຶ່ງແປວ່າ, “ພຣະເຈົ້າຂອງຂ້ານ້ອຍ, ພຣະເຈົ້າຂອງຂ້ານ້ອຍເອີຍ, ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍເສັຽ?”
35
ບາງຄົນໃນ ປະຊາຊົນທີ່ຢືນຢູ່ໃນທີ່ນັ້ນໄດ້ຍິນພຣະອົງຈຶ່ງເວົ້າວ່າ, “ເບິ່ງແມ! ມັນ ຮ້ອງຫາເອລີຢາ.”
36
ມີຄົນຫນຶ່ງແລ່ນໄປ, ເອົາຟອງນໍ້າຈຸ່ມເຫລົ້າອະງຸ່ນສົ້ມ ແລະ ສຽບໃສ່ປາຍໄມ້ອໍ້ ແລ້ວຍື່ນຂຶ້ນໃຫ້ພຣະອົງດື່ມ ແລະ ເວົ້າວ່າ, “ໃຫ້ພວກເຮົາໄດ້ເບິ່ງເອລີຢາ ຈະມາຊ່ວຍມັນລົງຈາກໄມ້ກາງແຂນ".
37
ເມື່ອພຣະເຢຊູເຈົ້າ ຮ້ອງສຽງດັງແລ້ວກໍສິ້ນລົມຫາຍໃຈ ແລະ ຕາຍ.
38
ໃນຂະນະນັ້ນຜ້າກັ້ງໃນພຣະວິຫານ ໄດ້ຈີກອອກເປັນສອງຕ່ອນຕັ້ງແຕ່ເທິງຮອດລຸ່ມ.
39
ເມື່ອນາຍທະຫານ ຜູ້ທີ່ຢືນຢູ່ ແລະ ສ່ອງຫນ້າ ພຣະເຢຊູເຈົ້າ ໄດ້ເຫັນພຣະອົງຕາຍໄປຢ່າງໃດ ລາວຈຶ່ງເວົ້າວ່າ, “ຈິງແທ້ແລ້ວ ທ່ານ ຜູ້ນີ້ເປັນພຣະບຸດ ຂອງພຣະເຈົ້າ.”
40
ໃນທີ່ນັ້ນມີພວກແມ່ຍິງບາງຄົນທີ່ຄອຍເບິ່ງຢູ່ຫ່າງໆ ໃນພວກເຂົານັ້ນມີ: ມາຣີ ໄທມັກດາລາ, ມາຣີ (ແມ່ຂອງຢາໂກໂບ ຜູ້ນ້ອງ ແລະ ຂອງໂຢເຊກັບນາງ ຊາໂລເມ).
41
ຍິງເຫລົ່ານີ້ໄດ້ຕິດຕາມ ແລະ ບົວຣະບັດ ພຣະເຢຊູເຈົ້າ ເມື່ອພຣະອົງຍັງຢູ່ໃນແຂວງຄາລີເລ ແລະ ກໍຍັງມີຍິງຄົນອື່ນອີກຫລາຍຄົນ ທີ່ໄດ້ຂຶ້ນໄປນະຄອນເຢຣູຊາເລັມ ກັບພຣະອົງກໍຢູ່ທີ່ນັ້ນເຫມືອນກັນ.
42
ເມື່ອເຖິງເວລາຄໍ່າແລ້ວ, ເນື່ອງຈາກວ່າ ວັນນັ້ນເປັນວັນຈັດຕຣຽມ, ຊຶ່ງວ່າ, ເປັນວັນກ່ອນເຖິງວັນສະບາໂຕ,
43
ໂຢເຊັບ ໄທ ອາຣີມາທາຍໄດ້ມາທີ່ນັ້ນ. ເພິ່ນເປັນສະມາຊິກສະພາສູງສຸດ ທີ່ມີກຽດຄົນຫນຶ່ງ, ເປັນຜູ້ທີ່ລໍຄອຍ ຖ້າການມາປາກົດ ແຫ່ງອານາຈັກຂອງພຣະເຈົ້າ. ເພິ່ນກ້າເຂົ້າໄປພົບປີລາດ ເພື່ອຂໍພຣະສົບຂອງພຣະເຢຊູເຈົ້າ.
44
ແຕ່ປີລາດປະຫລາດໃຈຫລາຍ ທີ່ໄດ້ຍິນວ່າ ພຣະອົງໄດ້ຕາຍແລ້ວ; ສະນັ້ນເພິ່ນຈຶ່ງເອີ້ນນາຍທະຫານເຂົ້າມາຫາ ແລະ ຖາມວ່າພຣະອົງໄດ້ຕາຍດົນນານປານໃດແລ້ວ.
45
ເມື່ອປີລາດໄດ້ຮູ້ຈາກນາຍທະຫານ ວ່າພຣະເຢຊູເຈົ້າໄດ້ຕາຍແລ້ວ, ເພິ່ນກໍໄດ້ມອບພຣະສົບຂອງພຣະເຢຊູເຈົ້າໃຫ້ແກ່ໂຢເຊັບ.
46
ໂຢເຊັບໄດ້ຊື້ຜ້າປ່ານແລ້ວ. ລາວໄດ້ເອົາພຣະສົບລົງມາຈາກໄມ້ກາງແຂນ, ໃຊ້ຜ້າປ່ານນັ້ນຫໍ່ພຣະສົບ ແລະ ນຳໄປວາງໄວ້ໃນອຸໂມງຫີນທີ່ສະກັດແລ້ວ ແລະ ເພິ່ນກໍກື່ງກ້ອນຫີນໃຫຍ່ ອັດປາກອຸໂມງໄວ້.
47
ສ່ວນມາຣີໄທມັກດາລາ ແລະ ມາຣີແມ່ຂອງໂຢເຊ ກໍຢູ່ທີ່ນັ້ນ ໄດ້ເຫັນບ່ອນທີ່ໄວ້ພຣະສົບຂອງພຣະເຢຊູເຈົ້າ.