ບົດທີ 16 \p

1 ເມື່ອວັນສະບາໂຕຜ່ານພົ້ນໄປແລ້ວ, ມາຣີ ໄທມັກດາລາ ແລະ ມາຣີແມ່ຂອງຢາໂກໂບ, ແລະ ນາງຊາໂລເມ ກໍຊື້ເຄື່ອງຫອມ ເພື່ອເອົາ ໄປຫົດສົງພຣະສົບຂອງພຣະເຢຊູເຈົ້າ. 2 ຕັ້ງແຕ່ຕອນເຊົ້າວັນທຳອິດຂອງອາທິດ, ພໍຕາເວັນຂຶ້ນ ພວກນາງກໍໄປເຖິງອຸໂມງນັ້ນ. 3 ພວກນາງຖາມກັນວ່າ, “ແມ່ນຜູ້ໃດຈະກິ້ງກ້ອນຫີນນັ້ນອອກຈາກປາກອຸໂມງໃຫ້ພວກເຮົາ?” 4 ພໍເມື່ອ ພວກນາງແນມເບິ່ງກໍ ເຫັນວ່າຫີນກ້ອນໃຫຍ່ນັ້ນ ຖືກກິ້ງອອກໄປແລ້ວ, ເພາະເປັນຫີນກ້ອນໃຫຍ່ຫລາຍ. 5 ພວກນາງເຂົ້າໄດ້ໄປໃນອຸໂມງ ແລະ ກໍໄດ້ເຫັນຊາຍໜຸ່ມຜູ້ຫນຶ່ງ ນຸ່ງເສື້ອລ່າມສີຂາວ, ນັ່ງຢູ່ເບື້ອງຂວາ, ແລະ ພວກນາງກໍມີຄວາມສະທ້ານຢ້ານກົວຕົກໃຈຫລາຍ.

6 ເພິ່ນກ່າວແກ່ພວກນາງວ່າ, “ຢ່າສູ່ຕົກໃຈເລີຍ. ພວກເຈົ້າມາຊອກຫາ ເຢຊູ, ໄທນາຊາເຣັດ, ຜູ້ ຖືກຄຶງໄວ້ທີ່ໄມ້ກາງແຂນ. ພຣະອົງເປັນຄືນມາແລ້ວ! ພຣະອົງບໍ່ໄດ້ຢູ່ທີ່ນີ້. ເບິ່ງບ່ອນພວກເຂົາໄດ້ວາງພຣະສົບຂອງພຣະອົງໄວ້. 7 ແຕ່ຈົ່ງໄປ, ບອກພວກສາວົກຂອງພຣະອົງ ແລະ ເປໂຕດ້ວຍວ່າ, ‘ພຣະອົງ ຈະໄປທີ່ແຂວງຄາລີເລ ກ່ອນພວກເຈົ້າທັງຫລາຍ. ໃນທີ່ນັ້ນແຫລະເຈົ້າທັງຫລາຍຈະເຫັນພຣະອົງ, ຕາມທີ່ພຣະອົງໄດ້ບອກພວກເຈົ້າໄວ້ແລ້ວ.’” 8 ພວກນາງ ຟ້າວແລ່ນອອກໄປຈາກອຸໂມງນັ້ນ; ພວກເຂົາທັງວຸ້ນວາຍສັບສົນ ຕົວສັ່ນເຊັນ ແລະ ຫວາດກົວ. ພວກນາງບໍ່ໄດ້ບອກ ເລື່ອງນີ້ສູ່ຜູ້ໃດຟັງເພາະຢ້ານຫລາຍ. 9 ເມື່ອຮຸ່ງເຊົ້າວັນທຳອິດຂອງອາທິດ, ຫລັງຈາກພຣະເຢຊູເຈົ້າ ເປັນຄືນມາຈາກຕາຍແລ້ວ, ພຣະອົງໄດ້ປາກົດແກ່ນາງ ມາຣີ ໄທ ມັກດາລາເປັນຜູ້ທຳອິດ, ຄືຜູ້ທີ່ພຣະອົງຊົງໄດ້ຂັບໄລ່ ຜີມານຮ້າຍ ເຈັດໂຕອອກນັ້ນ. 10 ນາງຈຶ່ງໄປບອກພວກທີ່ເຄີຍ ຢູ່ກັບພຣະອົງ, ໃນຂະນະທີ່ພວກເຂົາ ກຳລັງໄວ້ທຸກ ແລະ ຮ້ອງໄຫ້ຢູ່, 11 ພວກເຂົາໄດ້ຍິນວ່າພຣະເຢຊູເຈົ້າຊົງມີຊີວິດຢູ່ ແລະ ທັງໄດ້ຍິນນາງເວົ້າວ່າ ຕົນໄດ້ເຫັນພຣະອົງດ້ວຍ, ແຕ່ພວກເຂົາກໍບໍ່ໄດ້ເຊື່ອ. 12 ຫລັງຈາກນັ້ນ, ແລ້ວພຣະເຢຊູເຈົ້າກໍໄດ້ປາກົດໃນລັກສະນະ ຫນຶ່ງທີ່ແຕກຕ່າງ ແກ່ສາວົກສອງຄົນ, ໃນຂະນະທີ່ພວກເພິ່ນກຳລັງເດີນທາງອອກໄປບ້ານນອກ. 13 ພວກເພິ່ນທັງສອງໄດ້ກັບຄືນ ມາບອກສາວົກຄົນອື່ນໆ, ແຕ່ພວກສາວົກກໍຍັງບໍ່ເຊື່ອ. 14 ພາຍລຸນມາ ພຣະເຢຊູເຈົ້າກໍໄດ້ປາກົດແກ່ສາວົກສິບເອັດຄົນ ໃນຂະນະທີ່ ພວກເພິ່ນກຳລັງກິນເຂົ້າຢູ່, ແລະ ພຣະອົງໄດ້ຕຳຫນິຕິຕຽນພວກເຂົາທີ່ເຊື່ອ ແລະ ມີຫົວໃຈທີ່ແຂງກະດ້າງ, ເພາະພວກເຂົາບໍ່ເຊື່ອ ພວກຄົນທີ່ໄດ້ເຫັນພຣະອົງໄດ້ຄືນພຣະຊົນຈາກຄວາມຕາຍ. 15 ພຣະອົງກໍໄດ້ສັ່ງພວກເພິ່ນວ່າ, “ເຈົ້າທັງຫລາຍຈົ່ງອອກໄປ ທົ່ວໂລກ, ແລະ ເທສະຫນາຂ່າວປະເສີດ ໃຫ້ແກ່ມະນຸດທີ່ພຣະອົງຊົງສ້າງທັງຫມົດ. 16 ຜູ້ທີ່ເຊື່ອ ແລະ ຮັບບັບຕິສະມາຈະໄດ້ພົ້ນຜູ້ທີ່ບໍ່ ເຊື່ອຈະຖືກໂທດ. 17 ຫມາຍສຳຄັນເຫລົ່ານີ້ ຈະຕິດຕາມຄົນທີ່ເຊື່ອຄື: ພວກເຂົາຈະຂັບໄລ່ຜີມານຮ້າຍອອກໄດ້ ໃນນາມຂອງເຮົາ. ພວກເຂົາຈະເວົ້າພາສາໃຫມ່ໄດ້, 18 ພວກເຂົາຈະຈັບງູດ້ວຍມືຂອງພວກເຂົາ, ແລະ ຖ້າພວກເຂົາດື່ມຂອງມີພິດ, ກໍຈະບໍ່ເປັນອັນຕະຣາຍແກ່ພວກເຂົາ. ເມື່ອ ພວກເຂົາວາງມືໃສ່ຄົນເຈັບປ່ວຍ ແລະ ພວກເຂົານັ້ນກໍຈະຫາຍດີ.” 19 ຫລັງຈາກອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ພວກເຂົາ, ແລ້ວ ພຣະອົງກໍຖືກຮັບຂຶ້ນສູ່ສະຫວັນ ແລະ ປະທັບນັ່ງທີ່ເບື້ອງຂວາ ພຣະຫັດຂອງພຣະເຈົ້າ. 20 ພວກສາວົກເຫລົ່ານັ້ນກໍອອກໄປປະກາດ ຂ່າວປະເສີດທົ່ວທຸກທີ່ທຸກບ່ອນ, ໃນຂະນະອົງພຣະຜູ້ປັນເຈົ້າ ໄດ້ຮ່ວມງານກັບພວກເພິ່ນ ແລະ ໄດ້ຢັ້ງຢືນໃຫ້ເຫັນວ່າການປະກາດຂ່າວປະເສີດຂອງພວກເພິ່ນ ເປັນຄວາມຈິງແທ້ ດ້ວຍຫມາຍສຳຄັນ ແລະ ການອັດສະຈັນຕ່າງໆທີ່ໄດ້ເກີດຂຶ້ນກັບພວກເພິ່ນ.