ບົດທີ 1
\p
1
ນີ້ແມ່ນ ຈຸດເລີ່ມຕົ້ນແຫ່ງຂ່າວປະເສີດ ເລື່ອງຂອງພຣະເຢຊູຄຣິດເຈົ້າ, ຜູ້ເປັນພຣະບຸດຂອງພຣະເຈົ້າ.
2
ຕາມທີ່ຜູ້ທຳນວາຍເອຊາຢາໄດ້ ຂຽນໄວ້ດັ່ງນີ້ວ່າ: “ເບິ່ງແມ, ເຮົາຈະໃຊ້ຜູ້ສົ່ງຂ່າວສານຂອງເຮົາໄປລ່ວງຫນ້າທ່ານ, ຜູ້ທີ່ຈະໄປຕຽມທາງໄວ້ໃຫ້ແກ່ທ່ານ.”
3
ສຽງຂອງຄົນຫນຶ່ງທີ່ຮ້ອງອອກໄປໃນຖິ່ນທຸຣະກັນດານວ່າ ‘ຈົ່ງຈັດຕຣຽມ ຫົນທາງຂອງພຣະອົງພຣະຜູ້ເປັນເຈົ້າໃຫ້ພ້ອມ ແລະ ເຮັດໃຫ້ຊື່ໄປ.’”
4
ສະນັ້ນໂຢຮັນໄດ້ມາ, ກຳລັງໃຫ້ບັບຕິສະມາ ຢູ່ໃນຖິ່ນແຫ້ງແລ້ງກັນດານ ແລະ ເທສະຫນາສັ່ງສອນໃນເລື່ອງການຮັບບັບຕິສະມາ ດ້ວຍການສາລະພາບກັບໃຈ ເພື່ອຮັບການຍົກໂທດບາບ.”
5
ປະຊາຊົນຢ່າງຫລວງຫລາຍຈາກແຂວງຢູດາຍ ແລະຈາກນະຄອນເຢຣູຊາເລັມໄດ້ອອກໄປຫາໂຢຮັນ, ຮັບບັບຕິສະມາທີ່ແມ່ນໍ້າຈໍແດນ ແລະ ສາລະພາບບາບຂອງຕົນເອງ.
6
ໂຢຮັນ, ຜູ້ນີ້ໃສ່ເສື້ອທີ່ເຮັດດ້ວຍຂົນອູດ ແລະ ໃສ່ສາຍຫນັງຮັດແອວ, ແລະ ກິນຕັກກະແຕນ ກັບນໍ້າເຜິ້ງປ່າ ເປັນອາຫານ.
7
ໂຢຮັນປະກາດວ່າ, "ຍັງຈະມີທ່ານອີກຜູ້ຫນຶ່ງທີ່ຈະມາພາຍຫລັງ ຂ້າພຣະເຈົ້າພຣະອົງຈະມີອຳນາດຍິ່ງໃຫຍ່ກວ່າຂ້າພຣະເຈົ້າ, ແລະ ດ້ວຍຂ້າພຣະເຈົ້າ ບໍ່ສົມຄວນແມ່ນແຕ່ຈະກົ້ມລົງແກ້ສາຍຮັດເກີບຂອງພຣະອົງ.
8
ຂ້າພຣະເຈົ້າໃຫ້ບັບຕິສະມາທ່ານໃນນໍ້າ, ແຕ່ພຣະອົງຜູ້ນີ້ຈະໃຫ້ທ່ານໄດ້ຮັບບັບຕິສະມາໃນພຣະວິນຍານບໍຣິສຸດເຈົ້າ.”
9
ຢູ່ມາມື້ຫນຶ່ງ ພຣະເຢຊູເຈົ້າໄດ້ມາຈາກເມືອງນາຊາເຣັດ ໃນແຂວງຄາລີເລ, ແລະ ພຣະອົງໄດ້ຮັບບັບຕິສະມາຈາກໂຢຮັນ ໃນແມ່ນໍ້າຈໍແດນ.
10
ໃນເວລາທີ່ ພຣະເຢຊູຂຶ້ນຈາກນໍ້າ, ກໍເຫັນທ້ອງຟ້າແຍກອອກ ແລະ ມີພຣະວິນຍານເຫມືອນດັ່ງນົກກາງແກລົງມາຢູ່ເທິງພຣະອົງ.
11
ແລ້ວໄດ້ມີສຽງຫນຶ່ງດັງອອກມາຈາກສະຫວັນວ່າ, “ເຈົ້າເປັນບຸດທີ່ຮັກຂອງເຮົາ, ເຮົາພໍໃຈເຈົ້າຫລາຍ.”
12
ແລ້ວພຣະວິນຍານ ກໍດົນໃຈພຣະອົງເຂົ້າໄປໃນຖິ່ນແຫ້ງແລ້ງທຸຣະກັນດານ,
13
ພຣະອົງຢູ່ທີ່ນັ້ນເປັນເວລາສີ່ສິບວັນ, ຖືກມານຊາຕານທົດລອງ. ພຣະອົງຢູ່ ທ່າມກາງເຫລົ່າສັດຮ້າຍ, ແລະ ມີພວກທູດສະຫວັນຄອຍດູແລພຣະອົງ.
14
ຫລັງຈາກທີ່ໂຢຮັນຖືກຄຸກ, ພຣະເຢຊູເຈົ້າກໍເຂົ້າໄປປະກາດຂ່າວປະເສີດຂອງພຣະເຈົ້າ ທີ່ແຂວງຄາລີເລ.
15
ພຣະອົງກ່າວວ່າ, "ເວລາໄດ້ມາເຖິງແລ້ວ, ແລະ ຣາຊະອານາຈັກ ຂອງພຣະເຈົ້າກໍຢູ່ໃກ້ແລ້ວ. ຈົ່ງກັບໃຈໃຫມ່ ແລະ ເຊື່ອໃນຂ່າວປະເສີດເຖີ້ນ.”
16
ຂະນະທີ່ ພຣະອົງກຳລັງຍ່າງຜ່ານມາທີ່ທະເລຄາລີເລນັ້ນ, ພຣະອົງໄດ້ເຫັນຊີໂມນ ແລະ ອັນເດອານ້ອງຊາຍຂອງເຂົາກຳລັງຢ່ອນມອງຢູ່ທະເລ, ເພາະທັງສອງເປັນຄົນຫາປາ.
17
ພຣະເຢຊູເຈົ້າ ຊົງກ່າວວ່າ, “ມາ, ຈົ່ງຕາມເຮົາມາ, ແລ້ວເຮົາຈະໃຫ້ທ່ານເປັນຜູ້ຫາຄົນ.”
18
ທັງສອງກໍປະມອງ ແລະ ເຮືອຂອງຕົນໄວ້ ແລ້ວຕິດຕາມ ພຣະເຢຊູເຈົ້າໄປທັນທີ.
19
ເມື່ອພຣະເຢຊູເຈົ້າເດີນຕໍ່ໄປອີກຫນ້ອຍຫນຶ່ງພຣະອົງກໍເຫັນຢາໂກໂບລູກຊາຍຂອງເຊເບດາຍແລະໂຢຮັນ ນ້ອງຊາຍຂອງເຂົາ ສອງຄົນນີ້ກຳລັງແປງມອງຂອງຕົນຢູ່ໃນເຮືອ.
20
ພຣະເຢຊູເຈົ້າຈຶ່ງເອີ້ນໃຫ້ທັງສອງ ຕິດຕາມພຣະອົງ ທັງສອງຈຶ່ງປະພໍ່ຂອງຕົນ ຄື ເຊເບດາຍ ກັບລູກຈ້າງໄວ້ໃນເຮືອ ແລະ ຕິດຕາມພຣະອົງໄປ.
21
ແລະພວກເພິ່ນພາກັນໄປທີ່ ເມືອງກາເປນາອູມ ແລະໃນວັນສະບາໂຕ ພຣະເຢຊູເຈົ້າໄດ້ເຂົ້າໄປໃນ ທັມະສາລາ ແລະ ພຣະອົງໄດ້ຕັ້ງຕົ້ນສັ່ງສອນຢູ່ທີ່ນັ້ນ.
22
ຜູ້ຄົນປະຫລາດໃຈໃນຄຳສອນຂອງພຣະເຢຊູເຈົ້າ, ເພາະພຣະອົງ ບໍ່ໄດ້ສອນເຫມືອນພວກທັມະຈານ ແລະ ແຕ່ເປັນຢ່າງຜູ້ມີສິດອຳນາດ.
23
ໃນເວລານັ້ນ ມີຊາຍຄົນຫນຶ່ງໃນທັມະສາລາ ທີ່ມີຜີຊົ່ວຮ້າຍສິງຢູ່ ແລະ ຮ້ອງຂຶ້ນວ່າ,
24
“ພຣະເຢຊູໄທນາຊາເຣັດເອີຍ ພຣະອົງມາຫຍຸ້ງກ່ຽວນຳພວກເຮົາເຮັດຫຍັງ? ພຣະອົງມາທີ່ນີ້ ເພື່ອທຳລາຍພວກເຮົາບໍ? ພວກເຮົາຮູ້ແລ້ວວ່າພຮະອົງເປັນຜູ້ໃດ. ພຣະອົງກໍເປັນຜູ້ບໍຣິສຸດຂອງພຣະເຈົ້າ!”
25
ພຣະເຢຊູເຈົ້າ ສັ່ງຫ້າມຜີຊົ່ວຮ້າຍ ນັ້ນວ່າ, “ມິດແມ ແລະ ອອກຈາກຊາຍຄົນນີ້ສາ!”
26
ວິນຍານຮ້າຍນັ້ນໄດ້ເຮັດໃຫ້ລາວຊັກດິ້ນຢ່າງແຮງ ແລະ ມັນກໍອອກຈາກຮ່າງຂອງເຂົາ ດ້ວຍສຽງຮ້ອງດັງ.
27
ຄົນທັງຫລາຍກໍງຶດປະຫລາດໃຈ, ດັ່ງນັ້ນພວກເຂົາຈຶ່ງຖາມກັນ ແລະ ກັນວ່າ, “ນີ້ແມ່ນຫຍັງ? ຄຳສອນແບບໃຫມ່ຢ່າງມີສິດທິອຳນາດຢ່າງນັ້ນບໍ? ພຣະອົງສາມາດສັ່ງໃຫ້ວິນຍານຊົ່ວຮ້າຍອອກໄປ ແລະ ມັນກໍຍອມຟັງພຣະອົງ!”
28
ແລ້ວຊື່ສຽງ ຂອງພຣະເຢຊູເຈົ້າ ຈຶ່ງຊ່າລືໄປທົ່ວທຸກທີ່ທຸກບ່ອນໃນແຂວງຄາລີເລ.
29
ຫລັງຈາກທີ່ອອກມາຈາກ ທັມະສາລາແລ້ວ, ພວກເຂົາກໍພາກັນໄປທີ່ເຮືອນຂອງຊີໂມນ ແລະ ອັນເດອາ, ໂດຍມີຢາໂກໂບ ແລະ ໂຢຮັນໄປນຳ.
30
ເວລານັ້ນ ແມ່ເມັຽຂອງຊີໂມນ ກຳລັງນອນປ່ວຍດ້ວຍໄຂ້ສູງ, ແລະ ພວກເຂົາຈຶ່ງບອກເລື່ອງຂອງນາງກັບພຣະເຢຊູເຈົ້າ.
31
ດັ່ງນັ້ນພຣະອົງຈຶ່ງໄປຫາ, ແລະ ຈັບມືນາງໃຫ້ລຸກຂຶ້ນ; ໃນທັນໃດນັ້ນໄຂ້ກໍຫາຍ, ແລະ ນາງກໍຄອຍບົວລະບັດຮັບໃຊ້ພຣະອົງ ແລະ ພວກ ສາວົກ.
32
ໃນຕອນຄ້າຍແລງ, ພໍຕາເວັນຕົກດິນ, ປະຊາຊົນກໍພາທຸກຄົນທີ່ເຈັບປ່ວຍທັງຫມົດ ແລະ ຄົນທີ່ຖືກຜີມານຮ້າຍສິງມາຫາພຣະເຢຊູເຈົ້າ.
33
ປະຊາຊົນໃນເມືອງທັງຫມົດ ໄດ້ມາອັ່ງອໍໂຮມກັນຢູ່ປະຕູ.
34
ພຣະເຢຊູເຈົ້າ ໄດ້ຮັກສາຢຽວຢາຄົນປ່ວຍຈຳນວນຫລວງຫລາຍ ໃຫ້ຫາຍຈາກໂຣກພັຍຕ່າງໆ ແລະ ຂັບໄລ່ວິນຍານຜີມານຮ້າຍຈຳນວນຫລາຍອອກຈາກຄົນ, ແຕ່ພຣະອົງບໍ່ຊົງອະນຸຍາດໃຫ້ຜີຮ້າຍເວົ້າຫຍັງ ເພາະພວກມັນຮູ້ວ່າພຣະອົງເປັນຜູ້ໃດ.
35
ພຣະເຢຊູເຈົ້າຕື່ນແຕ່ເຊົ້າ, ຂະນະທີ່ຍັງມືດຢູ່; ພຣະເຢຊູເຈົ້າໄດ້ອອກຈາກບ້ານແລະໄປຍັງສະຖານທີ່ງຽບສະຫງັດແລ້ວອະທິຖານຢູ່ທີ່ນັ້ນ.
36
ຊີໂມນກັບ ບັນດາຄົນທີ່ຢູ່ກັບເຂົາກໍພາກັນອອກໄປຊອກຫາພຣະອົງ,
37
ເມື່ອພວກເຂົາພົບພຣະອົງກໍເວົ້າວ່າ, “ທຸກຄົນກຳລັງຊອກຫາ ພຣະອົງຢູ່.”
38
ພຣະເຢຊູເຈົ້າ ຕອບວ່າ, “ໃຫ້ພວກເຮົາ ໄປບ່ອນອື່ນໄປຍັງເມືອງທີ່ຢູ່ໃກ້ຄຽງເຖີດ, ເພື່ອວ່າເຮົາຈະໄດ້ປະກາດໃຫ້ແກ່ເຂົາ, ເພາະນີ້ຄືເຫດທີ່ເຮົາ ໄດ້ອອກມາທີ່ນີ້.”
39
ພຣະອົງອອກໄປທົ່ວແຂວງຄາລີເລ, ເຂົ້າໄປສັ່ງສອນໃນທັມະສາລາ ແລະຂັບໄລ່ວິນຍານຊົ່ວຮ້າຍອອກຈາກຄົນ.
40
ມີຊາຍທີ່ເປັນພະຍາດຂີ້ທູດຜູ້ຫນຶ່ງ ມາຫາພຣະເຢຊູເຈົ້າ, ລາວຄຸເຂົ່າລົງ ເເລະ ຂໍກັບພຣະອົງວ່າ “ຖ້າຫາກພຣະອົງພໍໃຈ, ກໍຈະເຮັດໃຫ້ ຂ້ານ້ອຍສະອາດດີໄດ້.”
41
ພຣະເຢຊູເຈົ້າເກີດມີໃຈສົງສານ, ຈຶ່ງເດ່ມືອອກໄປແຕະຕ້ອງຕົວລາວ ແລະກ່າວວ່າ,“ເຮົາພໍໃຈໃຫ້ທ່ານຫາຍແລ້ວ ຈົ່ງດີສະອາດສາ.”
42
ພະຍາດຂີ້ທູດກໍຫາຍໄປຈາກຊາຍຄົນນີ້, ແລະ ກາຍເປັນຄົນປົກກະຕິໃນທັນທີ.
43
ພຣະເຢຊູເຈົ້າກຳຊັບເຂົາຢ່າງເຄັ່ງຄັດ ແລະບອກລາວໃຫ້ຫນີໄປ.
44
ພຣະອົງກ່າວກັບລາວວ່າ, “ຢ່າບອກເລື່ອງນີ້ສູ່ຜູ້ໃດຟັງເປັນອັນຂາດ, ແຕ່ຈົ່ງໄປຫາປະໂລຫິດແລ້ວຖວາຍເຄື່ອງບູຊາຕາມທີ່ໂມເຊສັ່ງ, ເພື່ອເປັນພະຍານໃຫ້ກັບຄົນເຫລົ່ານັ້ນ”
45
ແຕ່ເມື່ອຊາຍຄົນນີ້ອອກໄປແລ້ວນັ້ນກໍເລີ້ມປະກາດຂ່າວນີ້ໃຫ້ຄົນອື່ນຮູ້ຈົນພຣະເຢຊູເຈົ້າບໍ່ອາດ ເຂົ້າໃນເມືອງໄດ້ຢ່າງເປີດເຜີຍອີກຕໍ່ໄປ. ດັ່ງນັ້ນພຣະອົງໄດ້ໄປອາສັຍຢູ່ໃນບ່ອນປ່ຽວ ແລ້ວກໍຍັງມີຄົນຈາກທຸກທີ່ທຸກບ່ອນມາຫາພຣະອົງ.