1 ພຣະຢາເວໄດ້ບອກໂມເຊທີ່ຫໍເຕັນບ່ອນຊຸມນຸມທີ່ຖິ່ນແຫ້ງແລ້ງກັນດານຊີນາຍວ່າ,ເຫດການນີ້ໄດ້ເກີດຂຶ້ນໃນມື້ທີຫນຶ່ງຂອງເດືອນທີສອງໃນຊ່ວງປີທີສອງຫລັງຈາກທີ່ຄົນອິດສະຣາເອນໄດ້ອອກມາຈາກແຜ່ນດິນເອຢິບ ພຣະຢາເວກ່າວວ່າ, 2 "ຈົ່ງເຮັດສຳມະໂນຄົວຂອງຜູ້ຊາຍອິດສະຣາເອນທຸກຄົນຕາມແຕ່ລະຕະກຸນ ແລະ ຕາມຄອບຄົວຂອງພໍ່ຂອງພວກເຂົາ. ຈົ່ງນັບພວກເຂົາຕາມລາຍຊື່ຜູ້ຊາຍທັງຫມົດ. 3 ແຕ່ອາຍຸຊາວປີຂຶ້ນໄປ, ຈົ່ງນັບທຸກຄົນທີ່ສາມາດອອກຮົບເປັນທະຫານໄດ້ໃຫ້ກັບອິດສະຣາເອນໄດ້. ເຈົ້າກັບອາໂລນ ຕ້ອງຈົດບັນທຶກຈຳນວນຂອງຜູ້ຊາຍໃນກຸ່ມທີ່ມີອາວຸດຂອງພວກເຂົາ. 4 ຜູ້ຊາຍທີ່ເປັນຫົວຫນ້າຕະກຸນຈາກແຕ່ລະເຜົ່າ, ຕ້ອງມາຮັບໃຊ້ກັບພວກເຈົ້າໃນຖານະເປັນຜູ້ນຳເຜົ່າຂອງເຂົາ. ຜູ້ນຳແຕ່ລະຄົນຕ້ອງນຳຜູ້ຊາຍທີ່ຈະສູ້ຮົບເພື່ອເຜົ່າຂອງເຂົາມາ. 5 ເຫລົ່ານີ້ເປັນລາຍຊື່ຂອງຜູ້ນຳທີ່ຕ້ອງສູ້ຮົບຮ່ວມກັບເຈົ້າຄື: ເອລີຊູ, ລູກຊາຍຂອງເຊເດ ຈາກເຜົ່າຣູເບັນ. 6 ເຊລູມີເອນ, ລູກຊາຍຂອງຊູຣິດຊັດດາຍ ຈາກເຜົ່າຊີເມໂອນ; 7 ນາໂຊນ, ລູກຊາຍຂອງອຳມີນາດາບຈາກເຜົ່າຢູດາ. 8 ເນທາເນນ, ລູກຊາຍຂອງຊູອາຈາກເຜົ່າອິດຊາຄາ. 9 ເອລີອາບ, ລູກຊາຍຂອງເຮໂລນຈາກເຜົ່າເຊບູໂລນ. 10 ເອລີຊາມາ, ລູກຊາຍຂອງອາມມີຮຸດຈາກເຜົ່າເອຟຣາອິມລູກຊາຍຂອງໂຢເຊັບ; ກາມານີເອນ, ລູກຊາຍຂອງເປນາຊູຈາກເຜົ່າມານາເຊ; 11 ອາບີດານ, ລູກຊາຍຂອງເກດີໂອນີຈາກເຜົ່າເບັນຢາມິນ; 12 ອາຮີເຢເຊ, ລູກຊາຍຂອງອຳມີຊັດດາຍຈາກເຜົ່າດານ; 13 ປາກີເອນ, ລູກຊາຍຂອງອົກກະຣັນຈາກເຜົ່າອາເຊ; 14 ເອລີອາສັບ, ລູກຊາຍຂອງດູເອນຈາກເຜົ່າກາດ; 15 ອາຮີຣາ, ລູກເອນັນຈາກເຜົ່າເນັບທາລີ." 16 ຄົນເຫລົ່ານີ້ເປັນພວກຜູ້ຊາຍທີ່ໄດ້ຮັບການແຕ່ງຕັ້ງຈາກປະຊາຊົນ. ພວກເຂົາໄດ້ນຳເຜົ່າຂອງບັນພະບູລຸດຂອງພວກເຂົາ, ພວກເຂົາເປັນຜູ້ນຳໃນອິດສະຣາເອນ. 17 ໂມເຊ ແລະ ອາໂລນໄດ້ນຳຄົນເຫລົ່ານີ້, ທີ່ໄດ້ຈົດບັນທຶກຕາມລາຍຊື່. 18 ແລະ ທ່ານທັງສອງພ້ອມກັບຄົນເsລົ່ານີ້ທັງຫມົດໄດ້ປະຊຸມຜູ້ຊາຍອິດສະຣາເອນທຸກຄົນໃນມື້ທີຫນຶ່ງເດືອນສອງ. ຈາກນັ້ນຜູ້ຊາຍແຕ່ລະຄົນທີ່ມີອາຍຸແຕ່ຊາວປີຂຶ້ນໄປໄດ້ຖືກຈົດຊື່ບັນພະບູລຸດຂອງເຂົາ. ເຂົາຕ້ອງບອກຊື່ຕະກຸນ ແລະຄອບຄົວທີ່ສືບເຊື້ອສາຍມາຈາກບັນພະບູລຸດຂອງເຂົາ. 19 ຫລັງຈາກທີ່ໂມເຊໄດ້ຈົດບັນທຶກໄດ້ຈົດບັນທຶກຈຳນວນຂອງພວກເຂົາໃນຖິ່ນແຫ້ງແລ້ງກັນດານຊີນາຍ, ຕາມທີ່ພຣະຢາເວໄດ້ສັ່ງໄວ້ໃຫ້ທ່ານເຮັດແລ້ວ. 20 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າຣູເບັນ, ລູກຊາຍກົກຂອງອິດສະຣາເອນ, ແລະຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້ຈາກການຈົດບັນທຶກຂອງຕະກຸນແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 21 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າຣູເບັນໄດ້ 46,500ຄົນ. 22 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າຊີເມໂອນ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການຈົດບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 23 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າຊີເມໂອນໄດ້ 59,300ຄົນ. 24 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າ ກາດ ແລະ ຜູ້ຊາຍທີ່ມີອາຍຸແຕ່ຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 25 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າກາດໄດ້45,650ຄົນ. 26 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າຢູດາ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸແຕ່ຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 27 ພວກເຂົານັບໄດ້ຈຳນວນຜູ້ຊາຍຈາກເຜົ່າຢູດາໄດ້ 74,600ຄົນ. 28 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າອິດຊາຄາ ແລະຜູ້ຊາຍທຸກຄົນທີ່ມີ ອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນແລະຄອບຄົວຂອງບັນພະບູລຸດຂອງພວກເຂົາ. 29 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າອິດຊາຄາໄດ້ 54,400ຄົນ. 30 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າເຊບູໂລນ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກສູ້ຮົບໄດ້, ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 31 ພວກເຂົານັບໄດ້ຈຳນວນຜູ້ຊາຍຈາກເຜົ່າ ເຊບູໂລນໄດ້ 57,400ຄົນ. 32 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າເອຟຣາອິມລູກຊາຍຂອງໂຢເຊັບ ແລະຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນແລະຄອບຄົວຂອງບັນພະບູລຸດຂອງພວກເຂົາ. 33 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າເອຟຣາອິມໄດ້ 40,500ຄົນ. 34 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າ ມານັດເຊລູກຊາຍໂຢເຊບ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້ ຈາກການບັນທຶກຂອງຕະກຸນແລະຄອບຄົວຂອງບັນພະບູລຸດຂອງພວກເຂົາ. 35 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າມານັດເຊໄດ້ 32,200ຄົນ. 36 ລາຍຊື່ຂອງແຕ່ລະຄົນທີ່ນັດໄດ້ຈາກເຜົ່າ ເບັນຢາມິນ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້ຈາກການບັນທຶກຂອງຕະກຸນແລະຄອບຄົວຂອງບັນພະບູລຸດຂອງພວກເຂົາ. 37 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າເບັນຢາມິນໄດ້ 35,400ຄົນ. 38 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າດານ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 39 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າດານໄດ້ 62,700ຄົນ. 40 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າ ອາເຊ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 41 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າອາເຊໄດ້ 41,500ຄົນ. 42 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່ານັບທາລີ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 43 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າ ນັບທາລີໄດ້ 53,400ຄົນ. 44 ໂມເຊແລະອາໂຣນນັບພວກຜູ້ຊາຍເຫລົ່ານີ້ທຸກຄົນລວມທັງຜູ້ຊາຍສິບສອງຄົນທີ່ເປັນຜູ້ນຳຂອງສິບສອງເຜົ່າຂອງອິດສະຣາເອນ. 45 ເພາະສະນັ້ນຜູ້ຊາຍອິດສະຣາເອນທຸກຄົນທີ່ມີອາຍຸຊາວປີຂຶ້ນໄປ, ທີ່ສາມາດອອກຮົບໄດ້, ທີ່ໄດ້ນັບໃນແຕ່ລະຄອບຄົວຂອງພວກເຂົາ. 46 ພວກເຂົານັບຈຳນວນຜູ້ຊາຍໄດ້ 603,550. 47 ແຕ່ບໍ່ໄດ້ນັບພວກຜູ້ຊາຍທີ່ສືບເຊື້ອສາຍຈາກເລວີ. 48 ເພາະພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ, 49 “ ເຈົ້າບໍ່ຕ້ອງນັບຈຳນວນພົນ ເຜົ່າເລວີຫລືລວມພວກເຂົາໃນຈຳນວນລວມທັງຫມົດຂອງຄົນອິດສະຣາເອນ, 50 ແທນທີ່ຈະເຮັດແບບນັ້ນຈົ່ງມອບມາຍໃຫ້ພວກເລວີເບິ່ງແຍງຫໍເຕັນສັກສິດແຫ່ງພັນທະສັນຍາ, ແລະ ເບິ່ງແຍງເຄື່ອງໃຊ້ທຸກຢ່າງໃນຫໍເຕັນສັກສິດ ແລະ ເບິ່ງແຍງທຸກສິ່ງທີ່ຢູ່ໃນຫໍເຕັນສັກສິດນັ້ນ, ພວກເລວີຕ້ອງຂົນເຕັນສັກສິດຕະຫລອດທັງຮັບໃຊ້ຢູ່ໃນທີ່ນັ້ນ ແລະຕັ້ງທີ່ພັກອ້ອມຮອບທີ່ນັ້ນດ້ວຍ. 51 ພວກເລວີກໍຈະມ້າງຫໍເຕັນສັກສິດລົງເມື່ອມີການຕັ້ງຫໍເຕັນຂຶ້ນພວກເລວີຕ້ອງຕັ້ງຫໍເຕັນຂຶ້ນ. ຄົນແປກຫນ້າຄົນໃດທີ່ເຂົ້າມາໃກ້ຫໍເຕັນສັກສິດຈະໄດ້ຮັບໂທດເຖິງຕາຍ. 52 ສ່ວນຊາວອິດສະຣາເອນຕັ້ງຄ້າຍພັກຂອງພວກຕົນຜູ້ຊາຍແຕ່ລະຄົນຕ້ອງຕັ້ງຄ້າຍພັກໃກ້ກັບທຸງທີ່ເປັນຂອງກຸ່ມມີອາວຸດຂອງຕົນ. 53 ຢ່າງໃດກໍຕາມ, ພວກເລວີຕ້ອງຕັ້ງຄ້າຍຂອງພວກເຂົາຢູ່ອ້ອມຮອບຫໍເຕັນສັກສິດແຫ່ງພັນທະສັນຍາໄວ້ເພື່ອທີ່ຄວາມໂກດຮ້າຍຈະບໍ່ລົງມາເຫນືອຊຸມຊົນອິດສະຣາເອນໄດ້. ພວກເລວີຕ້ອງເຝົ້າຮັກສາຫໍເຕັນສັກສິດແຫ່ງພັນທະສັນຍາໄວ້." 54 ປະຊາຊົນອິດສະຣາເອນຈຶ່ງໄດ້ເຮັດທຸກໆສິ່ງເຫລົ່ານີ້. ພວກເຂົາເຮັດທຸກຢ່າງຕາມທີ່ພຣະຢາເວໄດ້ສັ່ງຜ່ານທາງໂມເຊ.