ບົດທີ 1

1 ບັນທຶກລຳດັບບັນພະບຸຣຸດຂອງພຣະເຢຊູຄຣິດເຈົ້າ ຜູ້ເປັນເຊື້ອສາຍຂອງກະສັດດາວິດ ຜູ້ສືບເຊື້ອສາຍມາຈາກອັບຣາຮາມ. 2 ອັບຣາຮາມເປັນພໍ່ຂອງອີຊາກ ແລະ ອີຊາກເປັນພໍ່ຂອງຢາໂຄບ ແລະ ຢາໂຄບເປັນພໍ່ຂອງຢູດາ ກັບບັນດາພີ່ນ້ອງຂອງລາວ. 3 ຢູດາເປັນພໍ່ຂອງເປເຣັດ ກັບເຊຣາ ເຊິ່ງເກີດມາຈາກນາງ ຕາມາ, ສ່ວນເປເຣັດເປັນພໍ່ຂອງເຮຊະໂຣນ, ແລະ ເຮຊະໂຣນເປັນພໍ່ຂອງຣາມ. 4 ຣາມເປັນພໍ່ຂອງອຳມີນາດາບ, ອຳມີນາດາບເປັນພໍ່ຂອງນາໂຊນ, ແລະ ນາໂຊນເປັນພໍ່ຂອງຊັນໂມນ. 5 ຊັນໂມນເປັນພໍ່ຂອງໂບອາດ ເຊິ່ງເກີດຈາກນາງຣາຮາບ, ໂບອາດເປັນພໍ່ຂອງໂອເບັດ ເຊິ່ງເກີດຈາກນາງຣຸດ, ໂອເບັດເປັນພໍ່ຂອງເຢຊີ. 6 ເຢຊີເປັນພໍ່ຂອງດາວິດ ຜູ້ຊົງເປັນກະສັດ. ດາວິດເປັນພໍ່ຂອງຊາໂລມອນ ເຊິ່ງເກີດຈາກເມັຽຂອງອຸຣິຍາ. 7 ກະສັດໂຊໂລໂມນເປັນບິດາເຣໂຮໂບອາມ, ເຣໂຮໂບອາມເປັນພໍ່ຂອງອະບີຢາ, ອະບີຢາເປັນພໍ່ຂອງອາຊາ. 8 ອາຊາເປັນພໍ່ຂອງເຢໂຮຊາຟັດ, ເຢໂຮຊາຟັດເປັນພໍ່ຂອງໂຢຣາມ, ແລະ ໂຢຣາມເປັນພໍ່ອຸດຊີຢາ. 9 ອຸດຊີຢາເປັນພໍ່ໍຂອງໂຢທາມ, ໂຢທາມເປັນພໍ່ຂອງອາຮາດ, ອາຮາດເປັນພໍ່ຂອງເຮເຊກີຢາ. 10 ເຮເຊກີຢາເປັນພໍ່ຂອງມານາເຊ, ມານາເຊເປັນພໍ່ຂອງອາໂມນ, ແລະ ອາໂມນເປັນພໍ່ຂອງໂຢສີຢາ. 11 ໂຢສີຢາເປັນພໍ່ຂອງເຢໂຮຢາກິນ ແລະ ອ້າຍນ້ອງຂອງລາວ ໃນເວລາຖືກກວາດໄປຍັງນະຄອນບາບີໂລນ.` 12 ພາຍຫລັງຖືກກວາດໄປຍັງນະຄອນບາບີໂລນແລ້ວ, ເຢໂຮຍອາກິນກໍກາຍເປັນພໍ່ຂອງເຊອານຕີເອນ, ເຊອານຕີເອນເປັນບັນພະບູຣຸດຂອງເຊຣຸບບາເບນ. 13 ເຊຣຸບບາເບນເປັນພໍ່ຂອງອາບີອຸດ, ອາບີອຸດເປັນພໍ່ຂອງເອລີອາກິມ, ແລະ ເອລີອາກິມເປັນພໍ່ຂອງອາເຊີ, 14 ແລະ ອາເຊີເປັນພໍ່ຂອງຊາດົກ, ຊາດົກເປັນພໍ່ຂອງອາກີມ,​ ແລະ ອາກີມເປັນພໍ່ຂອງເອລີອຸດ. 15 ເອລີອຸດເປັນພໍ່ຂອງເອເລອາຊາ, ເອເລອາຊາເປັນພໍ່ຂອງມັດທານ, ແລະ ມັດທານເປັນພໍ່ຂອງຢາໂຄບ. 16 ຢາໂຄບເປັນພໍ່ຂອງໂຢເຊັບ ສາມີຂອງນາງມາຣິອາ, ເຊິ່ງເປັນຜູ້ທີ່ພຣະເຢຊູຄຣິດເຈົ້າຊົງບັງເກີດດ້ວຍ, ທີ່ຊົງຖືກເອີ້ນວ່າເປັນພຣະຄຣິດເຈົ້າ. 17 ນັບຕັ້ງແຕ່ດາວິດຈົນເຖິງຄາວຖືກກວາດໄປຍັງກຸງບາບີໂລນ ເປັນເວລາສິບສີ່ຊົ່ວຄົນ ແລະ ນັບຕັ້ງແຕ່ຄາວຖືກກວາດໄປຍັງນະຄອນບາບີໂລນຈົນເຖິງພຣະຄຣິດເຈົ້າ ເປັນເວລາສິບສີ່ຊົ່ວຄົນ. 18 ເລື່ອງພຣະກຳເນີດຂອງພຣະເຢຊູຄຣິດເຈົ້າເປັນດັ່ງນີ້. ມານດາຂອງພຣະອົງ, ມາຣີອາ, ໄດ້ຖືກຫມັ້ນຫມາຍເພື່ອແຕ່ງງານກັບໂຢເຊັບ, ແຕ່ກ່ອນເວລາເຂົາໄດ້ເປັນຄູ່ຜົວເມັຽກັນ, ກໍປະກົດວ່ານາງມີທ້ອງແລ້ວດ້ວຍຣິດເດດພຣະວິນຍານບໍຣິສຸດເຈົ້າ. 19 ສາມີຂອງນາງ, ໂຢເຊັບ, ເປັນຄົນມີສິລະທັມ, ແລະ ເພິ່ນບໍ່ຢາກໃຫ້ເລື່ອງນີ້ເປັນທີ່ອັບອາຍຂາຍຫນ້ານາງຕໍ່ຜູ້ຄົນ. ດັ່ງນັ້ນ ເພິ່ນຈິ່ງໄດ້ວາງແຜນວ່າຈະຖອນຫມັ້ນນາງຢ່າງລັບໆ. 20 ແຕ່ເມື່ອໂຢເຊັບຍັງຄິດໃນເລື່ອງນີ້ຢູ່, ກໍມີເທວະດາຕົນຫນຶ່ງຂອງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ໂຢເຊັບໃນຄວາມຝັນ, ກ່າວວ່າ “ໂຢເຊັບ, ບຸດດາວິດເອີຍ, ຢ່າຊູ່ຢ້ານທີ່ຈະຮັບນາງມາຣິອາມາເປັນເມັຽຂອງເຈົ້າ, ເພາະວ່າຜູ້ຊຶ່ງປະຕິສົນທິໃນທ້ອງຂອງນາງກໍເປັນໂດຍຣິດເດດພຣະວິນຍານບໍຣິສຸດເຈົ້າ. 21 ນາງຈະໃຫ້ກຳເນີດລູກຊາຍ, ແລະ ເຈົ້າຈົ່ງເອີ້ນຊື່ເພິ່ນວ່າ ‘ເຢຊູ’ ເພາະວ່າທ່ານຜູ້ນີ້ແຫລະ, ຈະເປັນຜູ້ໂຜດໄພ່ພົນຂອງຕົນໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາ. 22 ສິ່ງທັງປວງນີ້ເກີດຂຶ້ນເພື່ອຈະໃຫ້ສຳເລັດ ຕາມພຣະຄັມຂອງພຣະເຈົ້າໄດ້ຊົງກ່າວໄວ້ໂດຍຜູ້ປະກາດພຣະທັມ, ກ່າວວ່າ, 23 "ເບິ່ງແມ, ຍິງພົມມະຈາຣີຄົນຫນຶ່ງຈະຖືພາ ແລະ ຈະປະສູດລູກຊາຍຄົນຫນຶ່ງ, ແລະ ເຂົາຈະເອີ້ນຊື່ລູກນັ້ນວ່າ "ເອມານູເອນ" - ເຊິ່ງມີຄວາມໝາຍວ່າ, “ພຣະເຈົ້າຊົງສະຖິດຢູ່ກັບພວກເຮົາ". 24 ເມື່ອໂຢເຊັບຕື່ນຂຶ້ນ ແລະ ກໍໄດ້ເຮັດຕາມຄຳທີ່ທູດສະຫວັນຂອງພຣະຜູ້ເປັນເຈົ້າສັ່ງລາວ ແລະ ລາວໄດ້ຮັບເອົານາງມາຣິອາ ມາເປັນພັນຣະຍາຂອງຕົນ. 25 ແຕ່ລາວບໍ່ໄດ້ສົມສູ່ຢູ່ກັບນາງຈົນນາງໄດ້ປະສູດບຸດຊາຍແລ້ວ. ແລ້ວໂຢເຊັບໄດ້ເອີ້ນຊື່ບຸດນັ້ນວ່າ “ເຢຊູ”.