1 ນິມິດຂອງເອຊາຢາຜູ້ເປັນບຸດຊາຍຂອງອາໂມດ, ທີ່ລາວໄດ້ເຫັນກ່ຽວກັບຢູດາ ແລະ ນະຄອນ ເຢຣູຊາເລັມ, ໃນການປົກຄອງຂອງອຸດຊີຢາ, ໂຢທາມ, ອາຮາດ, ແລະ ເຮເຊກີຢາ, ບັນດາກະສັດຂອງຢູດາ. 2 ຟ້າສະຫວັນເອີຍ, ຈົ່ງຟັງ, ແຜ່ນດິນໂລກເອີຍ; ຈົ່ງງ່ຽງຫູຟັງເພາະພຣະຢາເວໄດ້ກ່າວວ່າ: "ເຮົາໄດ້ຖະຫນຸຖະຫນອມ ແລະ ລ້ຽງດູລູກໆ, ແຕ່ພວກເຂົາໄດ້ກະບົດຕໍ່ເຮົາ. 3 ງົວຍັງຮູ້ຈັກເຈົ້າຂອງມັນ, ແລະ ລາຍັງຮູ້ຮາງຫຍ້າຂອງນາຍຂອງມັນ, ແຕ່ອິດສະຣາເອນບໍ່ຮູ້ຈັກ, ອິດສະຣາເອນບໍ່ເຂົ້າໃຈ." 4 ວິບັດ! ແກ່ປະເທດ, ພວກຄົນບາບ, ຊົນຊາດທີ່ແບກພາລະຫນັກດ້ວຍຄວາມຊົ່ວຊ້າ, ລູກຫລານຂອງຄົນຊົ່ວຮ້າຍ, ພວກບຸດຊາຍຂອງຜູ້ທີ່ເຮັດຄວາມເຊື່ອມເສຍ! ພວກເຂົາໄດ້ປະຖິ້ມພຣະຢາເວ, ພວກເຂົາໄດ້ດູຫມິ່ນອົງບໍຣິສຸດຂອງອິດສະຣາເອນ, ພວກເຂົາໄດ້ເຮັດໂຕອອກຫ່າງຈາກພຣະອົງ. 5 ເປັນຫຍັງພວກທ່ານຍັງຖືກຂ້ຽນຕີຢູ່ອີກ? ເປັນຫຍັງພວກທ່ານຈຶ່ງຖືກກະບົດຂຶ້ນເລື້ອຍໆ? ທັງຫົວກໍເຈັບໄປຫມົດ, ທັງຈິດໃຈກໍອ່ອນແອ. 6 ຕັ້ງແຕ່ຝາຕີນຈົນຮອດຫົວບໍ່ມີພາກສ່ວນໃດທີ່ບໍ່ໄດ້ຮັບບາດເຈັບເລີຍ; ມີແຕ່ບາດແຜ, ແລະຮອຍຟົກຊ້ຳ, ແລະບາດແຜທີ່ຍັງບໍ່ເຊົາດີເທື່ອ; ບາດແຜເຫລົ່ານັ້ນບໍ່ໄດ້ຖືກປິດໄວ້, ບໍ່ໄດ້ເຮັດຄວາມສະອາດ, ບໍ່ໄດ້ຫໍ່ຜ້າ ຫລື ໄດ້ຮັບການຮັກສາດ້ວຍນ້ຳມັນ. 7 ປະເທດຂອງພວກເຈົ້າກໍຖືກທຳລາຍ; ບັນດາເມືອງຂອງພວກເຈົ້າກໍຖືກເຜົາໄຫມ້; ສ່ວນທົ່ງນາຂອງ—ພວກເຈົ້າ, ພວກຊາວຕ່າງດ້າວກໍຈະທຳລາຍ—ໄປຕໍ່ຫນ້າພວກເຈົ້າຖືກປະຖິ້ມໃຫ້ເປົ່າຮ້າງ, ແລະຖືກທຳລາຍໂດຍພວກຊາວຕ່າງດ້າວ. 8 ບຸດສາວຂອງຊີໂອນໄດ້ຖືກຖີ້ມໄວ້ຄືກັບຕູບໃນສວນອະງຸ່ນ, ຄືກັບຖຽງໄຮ່ໃນສວນຫມາກແຕງ, ຄືກັບເມືອງທີ່ຖືກປິດລ້ອມໄວ້. 9 ຖ້າຫາກພຣະຢາເວຈອມໂຢທາບໍ່ໄດ້ຊົງປະປ່ອຍຄົນສ່ວນເລັກນ້ອຍໄວ້ໃຫ້ກັບພວກເຮົາ, ພວກເຮົາກໍຈະເປັນຄືກັບເມືອງໂຊໂດມ, ພວກເຮົາຈະເປັນຄືກັບເມືອງໂກໂມຣາ. 10 ພວກຜູ້ປົກຄອງເມືອງໂຊໂດມ; ຈົ່ງຟັງຄຳເວົ້າຂອງພຣະຢາເວ, ພວກຊາວເມືອງໂກໂມຣາ: ຈົ່ງຟັງກົດບັນຍັດຂອງພຣະເຈົ້າຂອງພວກເຮົາ, 11 ພຣະຢາເວກ່າວວ່າ. "ເຄື່ອງບູຊາຫລວງຫລາຍຂອງພວກເຈົ້າທີ່ຖວາຍແກ່ເຮົາມີຫຍັງແດ່?" "ເຮົາໄດ້ມີແກະໂຕຜູ້, ແລະ ໄຂມັນຂອງສັດຕຸ້ຍພີເປັນເຄື່ອງເຜົາຖວາຍບູຊາພຽງພໍແລ້ວ; ແລະເຮົາບໍ່ພໍໃຈໃນເລືອດຂອງບັນດາງົວຫນຸ່ມ, ແກະໂຕຜູ້, ຫລືແບ້. 12 ເມື່ອພວກເຈົ້າມາເຂົ້າເຝົ້າຢູ່ຕໍ່ຫນ້າເຮົາ, ໃຜໄດ້ຮຽກຮ້ອງສິ່ງນີ້ຈາກເຈົ້າ, ໃຫ້ຢຽບຢຳ່ເຂົ້າມາໃນພື້ນທີ່ຂອງເຮົາ? 13 ຢ່ານຳເອົາເຄື່ອງບູຊາທີ່ບໍ່ມີຄ່າຫຍັງມາອີກ; ເຄື່ອງຫອມກໍເປັນສິ່ງທີ່ຫນ້າກຽດຊັງສຳລັບເຮົາ; ເຮົາບໍ່ອາດທົນທານຕໍ່ການຊຸມນຸມທີ່ຊົ່ວຮ້າຍເຫລົ່ານີ້ໄດ້ຄືການຊຸມນຸມຂອງມື້ເທດສະການການສະຫລອງວັນເດືອນອອກໃຫມ່ ແລະ ວັນຊະບາໂຕ. 14 ເຮົາກຽດຊັງເທດສະການສະລ້ຽງວັນອອກໃຫມ່ ແລະ ເທດສະການລ້ຽງສະຫລອງຕາມກຳນົດຂອງພວກເຈົ້າ; ການຊຸມນຸມເຫລົ່ານັ້ນເປັນພາລະແກ່ເຮົາ; ເຮົາອິດເຫມື່ອຍເຫລືອທີ່ຈະອົດທົນກັບເທດສະການເຫລົ່ານັ້ນແລ້ວ. 15 ດ້ວຍເຫດນີ້ເມື່ອໃດທີ່ພວກເຈົ້າແບມືຂອງພວກເຈົ້າອອກໃນການອະທິຖານ, ເຮົາຈະປິດຕາຂອງເຮົາຈາກພວກເຈົ້າ; ເຖິງແມ່ນວ່າພວກເຈົ້າຈະຖວາຍຄຳອະທິຖານຫລວງຫລາຍ, ເຮົາກໍຈະບໍ່ຟັງ; ມືຂອງພວກເຈົ້າເຕັມໄປດ້ວຍເລືອດ. 16 ຈົ່ງຊະລ້າງ, ຈົ່ງລ້າງຮ່າງກາຍຂອງເຈົ້າໃຫ້ສະອາດ; ຈົ່ງເອົາການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າອອກໄປໃຫ້ພົ້ນຈາກສາຍຕາຂອງເຮົາ; ຈົ່ງຢ່າເຮັດຄວາມຊົ່ວ; 17 ຈົ່ງຮຽນຮູ້ທີ່ຈະເຮັດສິ່ງທີ່ດີ; ຈົ່ງຊອກຫາຄວາມຍຸດຕິທຳ, ຈົ່ງຊ່ວຍເຫລືອຜູ້ທີ່ຖືກກົດຂີ່, ຈົ່ງໃຫ້ຄວາມຍຸດຕິທຳຕໍ່ລູກທີ່ກຳພ້າພໍ່, ແລະ ປົກປ້ອງແມ່ຫມ້າຍ.” 18 ພຣະຢາເວກ່າວວ່າ; “ມາເຖີດ, ແລະໃຫ້ພວກເຮົາມາເວົ້າຄວາມກັນ,“ “ເຖິງແມ່ນວ່າບາບຂອງເຈົ້າຈະເປັນຄືກັບສີແດງເຂັ້ມ, ມັນກໍຈະຂາວຄືກັບຫິມະ; ເຖິງແມ່ນວ່າຈະເປັນສີແດງຄືກັບຜ້າແດງເຂັ້ມ, ກໍຈະຂາວເທົ່າກັບຂົນແກະ. 19 ຖ້າພວກເຈົ້າເຕັມໃຈ ແລະ ເຊື່ອຟັງ, ພວກເຈົ້າກໍຈະໄດ້ກິນອາຫານທີ່ດີແຫ່ງແຜ່ນດິນ, 20 ແຕ່ຖ້າພວກເຈົ້າປະຕິເສດ ແລະ ກະບົດ, ດາບກໍຈະລ້າງຜານພວກເຈົ້າ,” ເພາະວ່າພຣະໂອດຂອງພຣະຢາເວໄດ້ກ່າວໄວ້ແລ້ວ. 21 ເມືອງທີ່ສັດຊື່ໄດ້ກາຍເປັນເມືອງໂສເພນີໄດ້ແນວໃດຫລື! ເມືອງທີ່ເຄີຍເຕັມແຕ່ຄວາມຍຸຕິທຳ—ເມືອງທີ່ເຕັມດ້ວຍຄວາມຊອບທຳ, ແຕ່ຕອນນີ້ເມືອງນັ້ນເຕັມໄປດ້ວຍພວກຄາດຕະກອນ. 22 ເງິນຂອງພວກເຈົ້າບໍ່ບໍຣິສຸດ, ເຫລົ້າອະງຸ່ນຂອງພວກເຈົ້າກໍປະສົມດ້ວຍນ້ຳ. 23 ພວກເຈົ້ານາຍຂອງພວກເຈົ້າກໍເປັນພວກກະບົດ ແລະ ເປັນສ່ວນຫນຶ່ງຂອງພວກໂຈນ; ທຸກໆຄົນມັກຮັບສິນບົນ ແລະ ແລ່ນນຳຜົນຕອບແທນ. ພວກເຂົາບໍ່ປົກປ້ອງລູກທີ່ກຳພ້າພໍ່, ຫລືຄະດີຂອງແມ່ຫມ້າຍກໍບໍ່ໄດ້ມາຢູ່ຕໍ່ຫນ້າພວກເຂົາ. 24 ເພາະສະນັ້ນ ນີ້ແມ່ນການປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າຈອມໂຢທາ, ອົງຜູ້ຊົງຣິດແຫ່ງອິດສະຣາເອນ: “ວິບັດຈົ່ງມີແກ່ພວກເຂົາ! ເຮົາຈະແກ້ແຄ້ນຕໍ່ສັດຕູຂອງເຮົາ, ແລະ ລ້າງແຄ້ນຕໍ່ສັດຕູຂອງເຮົາດ້ວຍຕົວເຮົາເອງ; 25 ຮົາຈະຢື່ນມືຂອງເຮົາມາຕໍ່ສູ້ພວກເຈົ້າ, ເພື່ອຊະລ້າງສິ່ງສົກກະປົກຂອງເຈົ້າອອກໄປຄືກັບຊະລ້າງດ້ວຍນ້ຳດ່າງ, ແລະເອົາສິ່ງສົກກະປົກທັງຫມົດຂອງເຈົ້າອອກໄປ. 26 ເຮົາຈະເຮັດໃຫ້ພວກຜູ້ພິພາກສາຂອງພວກເຈົ້າເປັນຄືກັນກັບແຕ່ກ່ອນ, ແລະ ພວກທີ່ປຶກສາຂອງພວກເຈົ້າເປັນຄືກັບຕອນເລີ່ມຕົ້ນ; ຫລັງຈາກທີ່ພວກເຈົ້າຈະໄດ້ຖືກເອີ້ນວ່າເມືອງແຫ່ງຄວາມຊອບທຳ, ເມືອງສັດຊື່." 27 ຊີໂອນຈະໄດ້ຮັບການຖືກໄຖ່ດ້ວຍຄວາມຍຸດຕິທຳ, ແລະ ຜູ້ທີ່ກັບໃຈໃນເມືອງນັ້ນດ້ວຍຄວາມຊອບທຳ. 28 ພວກກະບົດ ແລະ ພວກຄົນບາບຈະຖືກທຳລາຍໄປພ້ອມກັນ, ແລະ ຄົນເຫລົ່ານັ້ນທີ່ປະຖິ້ມພຣະຢາເວກໍຈະຖືກທຳລາຍໄປເຊັ່ນກັນ. 29 “ເພາະວ່າພວກເຈົ້າຈະໄດ້ຮັບຄວາມອັບອາຍໃນຕົ້ນໂອກສັກສິດທີ່ພວກເຈົ້າປາຖະຫນາ, ແລະ ພວກເຈົ້າຈະມີຄວາມອັບອາຍໃນສວນທີ່ພວກເຈົ້າໄດ້ເລືອກ. 30 ເພາະວ່າພວກເຈົ້າຈະເປັນຄືກັບຕົ້ນໄມ້ໂອກທີ່ໃບຫ່ຽວແຫ້ງໄປ, ແລະ ຄືກັບສວນທີ່ບໍ່ມີນ້ຳ. 31 ຄົນທີ່ແຂງແຮງກໍຈະຄືກັບເຊື້ອໄຟ, ແລະ ວຽກງານຂອງລາວກໍຈະຄືກັບປະກາຍໄຟ; ທັງສອງຢ່າງກໍຈະເຜົາໄຫມ້ໄປພ້ອມກັນ, ແລະ ບໍ່ມີໃຜສາມາດດັບມັນໄດ້."