ບົດທີ 1

1 ເຫລົ່ານີີ້ຄືບັນດາຖ້ອຍຄຳຂອງໂມເຊທີ່ກ່າວຕໍ່ຊາວອິດສະຣາເອນທັງຫມົດ ທີ່ອີກຟາກຫນຶ່ງຂອງເເມ່ນ້ຳຈໍເເດນໃນຖິ່ນທຸລະກັນດານ, ໃນທົ່ງພຽງຂອງພູເຂົາເເມ່ນ້ຳຈໍເເດນເຊິ່ງຢູ່ກົງກັນຂ້າມກັບເມືອງ ຊູຟະ, ລະຫວ່າງເມືອງປາຣານ, ໂຕເຟນ, ລາບານ, ຮາເຊໂຣດ, ເເລະ ດີຊາຮາບ. 2 ຈາກໂຮເຣບໄປທາງພູເຂົາຊີນາຍເພື່ອຈະໄປເຖິງເມືອງຄາເດັດບາເນຍ, ຕ້ອງໃຊ້ເວລາເດີນທາງສິບເອັດມື້ 3 ເຫດການນີ້ເກີດຂຶ້ນໃນປີທີສີ່ສິບ, ໃນເດືອນທີສິບເອັດ, ໃນມື້ທຳອິດຂອງເດືອນ, ທີ່ໂມເຊໄດ້ເວົ້າຕໍ່ປະຊາຊົນອິດສະຣາເອນເຖິງທຸກສິ່ງທີ່ພຣະຢາເວໄດ້ຊົງບັນຊາໂມເຊກ່ຽວກັບພວກເຂົາ. 4 ນີ້ເເມ່ນຫລັງຈາກທີ່ພຣະຢາເວໄດ້ໂຈມຕີສີໂຫນກະສັດຂອງຄົນອາໂມຣິດ, ຊຶ່ງອາໄສຢູ່ໃນເຮັດຊະໂບນ, ເເລະ ໂອກກະສັດເເຫ່ງບາຊານ, ຊຶ່ງອາໄສຢູ່ໃນອັດຊະຕາໂຣດ ເເລະເອັດເຣອີ. 5 ທາງອີກຟາກຫນຶ່ງຂອງເເມ່ນ້ຳຈໍເເດນ, ໃນດິນເເດນໂມອາບ, ໂມເຊເລີ່ມຕົ້ນປະກາດຄຳສັ່ງສອນເຫລົ່ານີ້ວ່າ, 6 "ພຣະຢາເວພຣະເຈົ້າຂອງພວກເຮົາໄດ້ກ່າວກັບພວກເຮົາທີ່ໂຮເຣັບ, ວ່າ, 'ພວກເຈົ້າໄດ້ອາໄສຢູ່ໃນປະເທດຮ່ອມພູເຂົານີ້ດົນນານພໍເເລ້ວ. 7 ກັບໄປ ແລະ ເລີ່ມການເດີນທາງຂອງເຈົ້າ, ແລະໄປເຖິງປະເທດຮ່ອມພູແຫ່ງອາໂມຣິດ ເເລະໄປເຖິງສະຖານທີ່ໃກ້ຄຽງໃນເຂດທົ່ງພຽງຂອງຮ່ອມພູແຫ່ງເເມ່ນ້ຳຈໍເເດນ, ໃນປະເທດຮ່ອມພູເຂົາ, ໃນທີ່ພູພຽງຕ່ຳ, ໃນເນເກບ, ເເລະ ຕາມຊາຍຝັ່ງທະເລ - ໃນດິນເເດນການາອານ, ເເລະ ໃນເລບານອນຈົນເຖິງເເມ່ນ້ຳໃຫຍ່ເອີຟຣັດ, 8 ເບິ່ງສາ, ເຮົາໄດ້ຕັ້ງດິນເເດນນັ້ນເອົາໄວ້ຕໍ່ຫນ້າພວກເຈົ້າ; ຈົ່ງເຂົ້າໄປ ເເລະ ຢຶດຄອງດິນເເດນນັ້ນເອົາໄວ້ຕໍ່ຫນ້າພວກເຈົ້າ; ຈົ່ງເຂົ້າໄປຢຶດຄອງດິນເເດນນັ້ນທີ່ພຣະຢາເວໄດ້ຊົງສັນຍາໄວ້ເເກ່ບັນດາບັນພະບູລຸດຂອງພວກເຈົ້າ ຄື ອັບຣາຮາມ, ອີຊາກ, ເເລະ ຢາໂຄບ - ເພື່ອເອົາໃຫ້ເເກ່ພວກເຂົາ ແລະ ເຊື້ອສາຍຂອງພວກເຂົາທີ່ພາຍຫລັງຈາກພວກເຂົານັ້ນ.​' 9 ຂ້ານ້ອຍໄດ້ເວົ້າກັບທ່ານໃນເວລານັ້ນວ່າ, 'ຂ້ານ້ອຍບໍ່ສາມາດເເບກພວກທ່ານໄວ້ພຽງຄົນດຽວໄດ້. 10 ພຣະຢາເວ ພຣະເຈົ້າຂອງພວກທ່ານໄດ້ຊົງເພີ່ມທະວີຄູນພວກທ່ານ, ເເລະ ເບິ່ງສາ, ໃນວັນນີ້ພວກທ່ານມີຈຳນວນຫລາຍດັ່ງດວງດາວໃນຟ້າສະຫວັນ. 11 ຂໍພຣະຢາເວ, ພຣະເຈົ້າຂອງບັນພະບູລຸດຂອງພວກທ່ານ, ຊົງເຮັດໃຫ້ພວກທ່ານເພີ່ມພູນຫລາຍຂຶ້ນອີກເປັນພັນເທົ່າ, ເເລະ ຂໍຊົງອວຍພອນພວກທ່ານຕາມທີ່ຊົງສັນຍາເອົາໄວ້ກັບພວກທ່ານ! 12 ເຮົາຈະສາມາດແບກຫາບພາລະຫນັກ, ເເລະ ຂໍ້ພິພາກຕ່າງໆ ຂອງພວກທ່ານໄດ້ເເນວໃດ? 13 ຈົ່ງເລືອກບັນດາຄົນທີ່ສະຫລາດ, ຄົນທີ່ມີຄວາມເຂົ້າໃຈ, ເເລະ ຄົນທີ່ມີຊື່ສຽງດີຈາກເເຕ່ລະເຜົ່າ, ເເລະ ຂ້ານ້ອຍຈະເຮັດໃຫ້ພວກເຂົາເປັນຫົວຫນ້າປົກຄອງເຫນືອພວກທ່ານ.' 14 ພວກທ່ານໄດ້ຕອບຂ້ານ້ອຍວ່າ, 'ສິ່ງທີ່ທ່ານໄດ້ກ່າວນັ້ນເປັນສິ່ງທີ່ດີທີ່ພວກເຮົາສົມຄວນເຮັດ.' 15 ດັ່ງນັ້ນຂ້ານ້ອຍຈຶ່ງໄດ້ເລືອກບັນດາຫົວຫນ້າອອກມາຈາກເຜົ່າຕ່າງໆຂອງພວກທ່ານ, ຄືຄົນທີ່ສະຫລາດ, ເເລະ ຄົນທີ່ມີຊື່ສຽງດີ, ເເລະ ເເຕ່ງຕັ້ງພວກເຂົາໃຫ້ເປັນຫົວຫນ້າປົກຄອງດູເເລພວກທ່ານ, ເປັນຫົວຫນ້າຄວບຄຸມຄົນຫນຶ່ງພັນຄົນ, ເປັນຫົວຫນ້າຄວບຄຸມຄົນຫນຶ່ງຮ້ອຍຄົນ, ເປັນຫົວຫນ້າຄວບຄຸມຄົນຫ້າຫມື່ນຄົນ,​ ເປັນຫົວຫນ້າຄວບຄຸມຄົນສິບຄົນ, ເເລະ ເເຕ່ງຕັ້ງບັນດາເຈົ້າຫນ້າທີ່ປະຈຳເຜົ່າເເຕ່ລະເຜົ່າ. 16 ຂ້ານ້ອຍໄດ້ສັ່ງບັນດາຜູ້ພິພາກສາຂອງພວກທ່ານໃນຄັ້ງນັ້ນວ່າ 'ຈົ່ງຟັງຂໍ້ພິພາກສາຕ່າງໆລະຫວ່າງພີ່ນ້ອງຂອງພວກທ່ານ, ເເລະ ຈົ່ງຕັດສິນຢ່າງຊອບທຳລະຫວ່າງຄົນຫນຶ່ງ ເເລະ ພີ່ນ້ອງຂອງເຂົາ, ເເລະ ກັບຄົນຕ່າງຊາດທີ່ຢູ່ກັບເຂົານັ້ນ. 17 ພວກທ່ານຈະບໍ່ສະເເດງຄວາມລຳອຽງຕໍ່ຜູ້ໃດໃນຂໍ້ພິພາກສາ; ພວກທ່ານຈະຟັງສຽງຄົນເລັກນ້ອຍ ແລະ ເຫມືອນກັບສຽງຄົນທີ່ຍິ່ງໃຫຍ່. ພວກທ່ານບໍໍ່ຢ້ານກົວຫນ້າຂອງຜູ້ໃດ, ເພາະການພິພາກສາເປັນຂອງພຣະເຈົ້າ. ຂໍ້ພິພາກສາທີ່ຍາກແກ່ພວກທ່ານຈະຕັດສິນໄດ້ນັ້ນ, ພວກທ່ານຈະນຳມາຫາຂ້ານ້ອຍ, ເເລະ ຂ້ານ້ອຍຈະຟັງຂໍ້ພິພາກສານັ້ນ. 18 ຂ້ານ້ອຍສັ່ງພວກທ່ານໃນຄັ້ງນັ້ນເຖິງທຸກສິ່ງທີ່ພວກທ່ານສົມຄວນເຮັດ. 19 ພວກເຮົາໄດ້ເດີນທາງອອກຈາກໂຮເຣັບເເລະ ໄດ້ຜ່ານເຂົ້າໄປໃນຖິ່ນທຸລະກັນດານອັນກວ້າງໃຫຍ່ ເເລະ ເປັນຕາຢ້ານຕາມທີ່ພວກທ່ານໄດ້ເຫັນນັ້ນ, ຊຶ່ງຢູ່ລະຫວ່າງທາງທີ່ພວກເຮົາຈະໄປຍັງປະເທດຮ່ອມພູເຂົາຂອງຄົນອາໂມຣິດ, ຕາມທີ່ພຣະຢາເວພຣະເຈົ້າຂອງພວກເຮົາໄດ້ຊົງສັ່ງພວກເຮົາ; ເເລະ ພວກເຮົາໄດ້ມາເຖິງທີ່ຄາເດັດບາເນຍ. 20 ຂ້ານ້ອຍກ່າວເເກ່ພວກທ່ານວ່າ, 'ພວກທ່ານໄດ້ມາຮອດປະເທດຮ່ອມພູເຂົາຂອງຄົນອາໂມຣິດຕາມທີ່ພຣະຢາເວພຣະເຈົ້າຂອງເຮົາໄດ້ປະທານໃຫ້ເເກ່ພວກທ່ານ. 21 ເບິ່ງສາ, ພຣະຢາເວພຣະເຈົ້າຂອງພວກທ່ານ ໄດ້ຊົງຕັ້ງດິນເເດນນີ້ເອົາໄວ້ຕໍ່ຫນ້າພວກທ່ານເເລ້ວ; ຈົ່ງຂຶ້ນໄປ ເເລະ ຢຶດຄອງດັ່ງທີ່ພຣະຢາເວ ພຣະເຈົ້າເເຫ່ງບັນພະບູລຸດຂອງພວກທ່ານໄດ້ກ່າວໄວ້ກັບພວກທ່ານ; ຢ່າຢ້ານ, ຫລື ທໍ້ຖ້ອຍໃຈເລີຍ.' 22 ພວກທ່ານໄດ້ມາຫາພວກຂ້ານ້ອຍ ເເລະໄດ້ເວົ້າວ່າ, 'ໃຫ້ພວກເຮົາສົ່ງຜູ້ຊາຍໄປຂ້າງຫນ້າພວກເຮົາ, ເພື່ອພວກເຂົາຈະສອດເເນມເບິ່ງດິນເເດນນັ້ນໃຫ້ເເກ່ພວກເຮົາ, ເເລະ ນຳຖ້ອຍຄຳມາລາຍງານເຖິງວິທີການທີ່ພວກເຮົາຈະໂຈມຕີ, ເເລະກ່ຽວກັບເມືອງນັ້ນທີ່ພວກເຮົາຈະມາ.' 23 ຄຳເເນະນຳນັ້ນເປັນທີ່ພໍໃຈຂອງຂ້ານ້ອຍຢ່າງຫລາຍ; ຂ້ານ້ອຍຈຶ່ງຕັ້ັງຊາຍສິບສອງຄົນ, ຄົນຫນຶ່ງຈາກທຸກເຜົ່າ. 24 ພວກເຂົາຈຶ່ງຫັນຫນ້າແລະ ມຸ່ງໄປທີ່ປະເທດຮ່ອມພູເຂົາ, ມາເຖິງຮ່ອມພູເຂົາເເຫ່ງເອັດຊະໂຄນ, ເເລະ ສອດເເນມເບິ່ງດິນເເດນນັ້ນ. 25 ພວກເຂົານຳຜົນຜະລິດທີ່ເກີດຈາກແຜ່ນດິນນັ້ນ ຖືມາໃນມືຂອງພວກເຂົາ ເເລະ ໄດ້ນຳລົງມາໃຫ້ເເກ່ພວກເຮົາ. ພວກເຂົາຍັງກັບມາລາຍງານພວກເຮົາອີກດ້ວຍວ່າ, 'ທີ່ນັ້ນເປັນດິນເເດນທີ່ດີທີ່ພຣະຢາເວພຣະເຈົ້າຂອງພວກເຮົາ ຊົງປະທານໃຫ້ເເກ່ພວກເຮົາ.' 26 ເເຕ່ພວກທ່ານປະຕິເສດທີ່ຈະໂຈມຕີ, ເເລະ ຍັງກະບົດຕໍ່ພຣະບັນຊາຕໍ່ພຣະຢາເວພຣະເຈົ້າຂອງເຈົ້າ. 27 ພວກທ່ານໄດ້ຈົ່ມວ່າໃນເຕັນຂອງພວກທ່ານ ແລະ ໄດ້ກ່າວວ່າ, 'ນີ້ເປັນເພາະພຣະຢາເວ ຊົງກຽດຊັງພວກເຮົາ ພຣະອົງຈຶ່ງໄດ້ນຳພວກເຮົາອອກມາຈາກດິນເເດນເອຢິບ, ເພື່ອມອບພວກເຮົາເອົາໄວ້ໃນມືຂອງຄົນອາໂມຣິດໃຫ້ທຳລາຍພວກເຮົາເສຍ. 28 ພວກເຮົາສາມາດໄປທີ່ໃດໃນເວລານີ້? ພວກອ້າຍນ້ອງຂອງພວກເຮົາ ໄດ້ເຮັດໃຫ້ຫົວໃຈພີ່ນ້ອງຂອງເຮົາສະຫລາຍ, ໂດຍກ່າວວ່າ, 'ຄົນພວກນັ້ນໂຕໃຫຍ່ກວ່າ ເເລະ ສູງກວ່າເຮົາຫລາຍ; ບັນດາເມືອງຂອງພວກເຂົາກໍ ໃຫຍ່ໂຕ ເເລະ ມີກຳລັງຫລາຍຈົນເຖິງສະຫວັນ; ຍິ່ງກວ່ານັ້ນ ພວກເຮົາໄດ້ເຫັນພວກລູກຊາຍຂອງອານາຄິມຢູ່ທີ່ນັ້ນດ້ວຍ.'" 29 ແລ້ວເຮົາກໍໄດ້ບອກເຈົ້າວ່າ, 'ຢ່າຢ້ານກົວ,​ຢ່າຢ້ານພວກເຂົາເລີຍ, 30 ພຣະຢາເວພຣະເຈົ້າຂອງພວກທ່ານ, ຜູ້ຊົງນຳຫນ້າພວກທ່ານ, ພຣະອົງຈະຊົງຕໍ່ສູ້ເພື່ອພວກທ່ານ, ດັ່ງທີ່ພຣະອົງໄດ້ຊົງເຮັດທຸກສິ່ງເພື່ອພວກທ່ານໃນເອຢິບຕໍ່ຫນ້າຕໍ່ຕາພວກທ່ານ, 31 ເເລະ ເຊັ່ນກັນໃນຖິ່ນແຫ້ງແລ້ງທຸລະກັນດານ, ທີ່ພວກທ່ານໄດ້ເຫັນເເລ້ວພຣະຢາເວພຣະເຈົ້າຂອງທ່ານ ຊົງອຸ້ມຊູພວກທ່ານ, ຄືກັບຊາຍຄົນຫນຶ່ງອຸ້ມຊູລູກຊາຍຂອງເຂົາໃນທຸກທີ່ທຸກເເຫ່ງທີ່ພວກທ່ານໄປຈົນພວກທ່ານມາສະຖານທີ່ເເຫ່ງນີ້. 32 ເເຕ່ເຖິງຢ່າງໃດຈາກຖ້ອຍຄຳນີ້ ພວກທ່ານກໍຍັງບໍ່ເຊື່ອພຣະຢາເວພຣະເຈົ້າຂອງພວກທ່ານ, 33 ຜູ້ຊົງນຳທາງໄປທາງຫນ້າພວກທ່ານ ເພື່ອຊອກຫາທີ່ຢູ່ອາໄສຫນຶ່ງ, ດ້ວຍໄຟໃນເວລາກາງຄືນ ເເລະ ດ້ວຍເມກໃນເວລາກາງເວັນເພື່ຶອຫາສະຖານທີ່ຫນຶ່ງໃຫ້ກັບພວກທ່ານສຳລັບຕັ້ງຄ້າຍ 34 ພຣະຢາເວຊົງໄດ້ຍິນສຽງຖ້ອຍຄຳຂອງພວກທ່ານ ເເລະ ຊົງພຣະພິໂຣດ; ພຣະອົງຊົງສັນຍາ ເເລະກ່າວວ່າ 35 ເເນ່ນອນຈະບໍ່ມີຄົນໃດທ່າມກາງຄົນເລົ່ານີ້ຊຶ່ງເປັນຄົນລຸ້ນທີ່ຊົ່ວຊ້າຈະໄດ້ເຫັນດິນເເດນອັນປະເສີດຕາມທີ່ເຮົາໄດ້ສັນຍາເອົາໄວ້ຈະປະທ່ານໃຫ້ເເກ່ບັນພະບູລຸດຂອງພວກເຂົາ 36 ຍົກເວັ້ນກາເລັບລູກຂອງເຢຟຸນເນ ເຂົາຈະໄດ້ດິນເເດນນັ້ນ ເຮົາຈະປະທານດິນເເດນທີ່ເຂົາໄດ້ຢຽບຢ່າງນັ້ນເເກ່ເຂົາ ເເລະເເກ່ບັນດາລູກຫລານຂອງເຂົາ ເພາະເຂົາໄດ້ຕິດຕາມພຣະຢາເວຢ່າງເຕັມທີ່ 37 ເຊັ່ນດຽວກັນກັບພຣະເຈົ້າຢາເວຊົງພຣະພິໂຣດຕໍ່ຂ້ານ້ອຍເຫດເພາະພວກທ່ານດ້ວຍ, ພຣະອົງກ່າວວ່າ, 'ເຈົ້າເອງກໍຈະບໍ່ໄດ້ເຂົ້າໄປດິນເເດນນັ້ນເຊັ່ນກັນ; 38 ໂຢຊວຍລູກຂອງນູນ, ຜູ້ຢືນຕໍ່ຫນ້າເຈົ້ານິີ້, ເຂົາຈະໄດ້ເຂົ້າໄປທີ່ນັ້ນ; ຈົ່ງຫນູນໃຈເຂົາ, ເພາະເຂົາຈະເປັນຜູ້ນຳອິດສະຣາເອນໃຫ້ຮັບດິນເເດນນັ້ນເປັນກຳມະສິດ. 39 ຍິ່ງກວ່ານັ້ນ, ບັນດາເດັກນ້ອຍໆຂອງພວກເຈົ້າ, ຄືບັນດາຄົນທີ່ພວກເຈົ້າກ່າວວ່າພວກເຂົາຈະຕົກເປັນເຫຍື່ອ, ຜູ້ຊຶ່ງໃນວັນນີ້ບໍ່ມີຄວາມຮູ້ສຶກເຖິງສິ່ງດີ ຫລື ຊົ່ວ - ພວກເຂົາຈະໄປທີ່ນັ້ນ. ເຮົາຈະມອບດິນເເດນນັ້ນໃຫ້ເເກ່ພວກເຂົາ ເເລະພວກເຂົາຈະຄອບຄອງດິນເເດນນັ້ນໃຫ້ເເກ່ພວກເຂົາ, ເເລະ ພວກເຂົາຈະຄອບຄອງດິນເເດນນັ້ນ. 40 ເເຕ່ສຳລັບພວກເຈົ້າ, ຈົ່ງຫັນກັບ ເເລະ ເດີນທາງເຂົ້າໄປຖິ່ນທຸລະກັນດານຕາມທາງທີ່ຈະໄປທະເລເເດງ.' 41 ເເລ້ວພວກທ່ານຕອບເເກ່ຂ້ານ້ອຍວ່າ, ' ພວກເຮົາໄດ້ເຮັດບາບຕໍ່ພຣະຢາເວເເລ້ວ; ພວກເຮົາຈະຂຶ້ນໄປ ເເລະຕໍ່ສູ້, ເເລະ ພວກເຮົາຈະເຮັດຕາມທຸກສິ່ງພຣະຢາເວພຣະເຈົ້າຂອງພວກເຮົາໄດ້ຊົງສັ່ງໃຫ້ພວກເຮົາເຮັດ.' ຜູ້ຊາຍທຸກຄົນໃນທ່າມກາງພວກທ່ານຕ່າງກໍເຮັດອາວຸດສຳລັບເຮັດສົງຄາມ, ເເລະ ພວກທ່ານພ້ອມຈະເຂົ້າໂຈມຕີປະເທດຮ່ອມພູເຂົານັ້ນ 42 ພຣະຢາເວໄດ້ກ່າວວ່າ, 'ຈົ່ງບອກເເກ່ພວກເຂົາວ່າ, ຢ່າເຂົ້າໂຈມຕີ ເເລະຕໍ່ສູ້ ເພາະເຮົາຈະບໍ່ຢູ່ກັບພວກເຈົ້າ, ເເລະ ພວກເຈົ້າຈະເອົາຊະນະສັດຕູ.' 43 ຂ້ານ້ອຍກ່າວເເກ່ພວກທ່ານເເນວນີ້, ເເຕ່ພວກທ່ານບໍ່ຍອມຟັງ. ພວກທ່ານຫັກຫລັງຕໍ່ຄຳສັ່ງຂອງພຣະຢາເວ; ພວກທ່ານເຂົ້າໂຈມຕີປະເທດຮ່ອມພູເຂົານັ້ນ. 44 ເເຕ່ຊາວອາໂມຣິດ, ຜູ້ອາໄສຢູ່ປະເທດຮ່ອມພູເຂົານັ້ນໄດ້ອອກມາຕໍ່ສູ້ກັບພວກທ່ານ ເເລະ ໄດ້ຂັບໄລ່ພວກທ່ານຄືຝູງເຜິ້ງ,​ ແລະ ໂຈມຕີພວກທ່ານໄລ່ລົງມາຈາກເຊຣະ, ຈົນເຖິງໂຮມາ. 45 ພວກທ່ານກັບຄືນເເລະຮ້ອງໄຫ້ຕໍ່ພຣະຢາເວ; ເເຕ່ພຣະຢາເວບໍ່ຟັງສຽງພວກທ່ານ, ບໍ່ສົນໃຈພວກທ່ານເລີຍ. 46 ດັ່ງນັ້ນພວກທ່ານຈຶ່ງຕ້ອງພັກອາໄສຢູ່ ທີ່ກາເດັດເປັນເວລາຫລາຍວັນ, ຕະຫລອດເວລາທີ່ພວກທ່ານອາໄສຢູ່ທີ່ນັ້ນ