ບົດທີ 1

1 ໂປໂລ, ຜູ້ທີ່ເປັນອັກຄະສາວົກ ຂອງພຣະເຢຊູຄຣິດເຈົ້າຕາມນ້ຳ​ພ​ຣະ​ໄທຂອງພຣະເຈົ້າ, ແລະ ຕີໂມທຽວນ້ອງຊາຍຂອງ​ເຮົາ. 2 ຮຽນ​ບັນ​ດາ​ຜູ້​ທີ່​ເຊື່ອ ແລະ ພິ​ນ້ອງ​ທີ່​ຊື່​ສັດ​​ໃນ​ພ​ຣະ​ເຢ​ຊູ​ຄ​ຣິ​ດເຈົ້າທີ່​ຢູ່​ໃນ​ເມືອງ​ໂກ​ໂລ​ຊາຍ. ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຊຶ່ງມາຈາກພຣະເຈົ້າ ພຣະບິດາຂອງເຮົາ​ຢູ່ກັບ​ທ່ານທັງຫລາຍເທີ້ນ. 3 ເຮົາ​ຂອບ​ພ​ຣະ​ຄຸນ​ພ​ຣະເຈົ້າ, ຜູ້ຊ​ົງ​ເປັນພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ​ສະ​ເໝີ ແລະ ເຮົາ​ອະ​ທິ​ຖານ​ເພື່ອ​ທ່ານ​ທັງຫຼາຍຢູ່ສະເໝີ. 4 ເພາະເຮົາໄດ້ຍິນເຖິງຄວາມເຊື່ອຂອງທ່ານໃນພຣະເຢຊູຄຣິດເຈົ້າ ແລະ ເລື່ອງຄວາມຮັກ​ຊື່ງ​ທ່ານ​ມີ​ຕໍ່ບັນ​ດາ​ຜູ້​ບໍ​ລິ​ສຸດຂອງພວກ​ເຈົ້າ. 5 ເຫດທີ່ທ່ານມີຄວາມຮັກນີ້ເປັນເພາະຄວາມຫມັ້ນໃຈໃນຄວາມຫວັງທີ່ໄດ້ຖືກເກັບຮັກສາໄວ້ເພື່ອທ່ານໃນສະຫວັນ. ຊຶ່ງເມື່ອກ່ອນທ່ານເຄີຍໄດ້ຍິນເລື່ອງຄວາມຫມັ້ນໃຈໃນຄວາມຫວັງນີ້ມາແລ້ວໃນຄຳແຫ່ງຄວາມຈິງ, ຄືຂ່າວປະເສີດ 6 ແລະ ໄດ້ມາເຖິງທ່ານ. ຂ່າວປະເສີດນີ້ກຳລັງເກີດຜົນ ແລະ ເຕີບໂຕໄປທົ່ວທັ້ງໂລກເຊັ່ນດຽວກັບທີ່ກຳລັງເກີດຜົນໃນທ່າມກາງ ພວກທ່ານທັງຫລາຍດ້ວຍ ຕັ້ງແຕ່ວັນທີ່ພວກທ່ານໄດ້ຍິນ ແລະໄດ້ຮຽນຮູ້ກຽ່ວກັບພຣະຄຸນຂອງພຣະເຈົ້າຕາມຄວາມຈິງນັ້ນ. 7 ນີ້ຄືຂ່າວປະເສີດດັ່ງທີ່ທ່ານໄດ້ຮຽນຮູ້ ຈາກ​ເອປາ​ຟຣັ​ດ, ຊຶ່ງເປັນເພື່ອນຮ່ວມງານທີ່ ຮັກຂອງເຮົາ, ເຂົາເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພຣະເຢ​ຊູຄຣິດເຈົ້າທີ່ຮັບໃຊ້ທ່ານແທນເຮົາ 8 ເອປາຟຣັດ ໄດ້ເລົ່າໃຫ້ເຮົາຟັງເຖິງຄວາມຮັກທີ່ທ່ານມີໃນພຣະວິນຍານດ້ວຍ. 9 ເປັນເພາະຄວາມຮັກນີ້, ນັບຕັ້ງແຕ່ມື້ທີ່ເຮົາໄດ້ຍິນເລື່ອງນີ້ເຮົາກໍບໍ່ໄດ້ຢຸດໃນການພາວັນນາອະທິຖານເພື່ອທ່ານທັງຫລາຍ. ເຮົາໄດ້ທູນຂໍໃຫ້ທ່ານເຕັມລົ້ນດ້ວຍຄວາມຮອບຮູ້ ເຖິງນໍ້າພຣະໄທຂອງພຣະອົງໃນພຣະປັນຍາທັງຫມົດ ແລະ ໃນຄວາມເຂົ້າໃຈ ຝ່າຍວິນຍານ. 10 ພວກເຮົາພາວັນນາອະທິຖານເພື່ອທ່ານຈະມີຊີວິດຕາມທີ່ສົມຄວນໃນອົງພຣະຜູ້ເປັນເຈົ້າໃນວິທີທາງອັນເປັນທີ່ພໍພຣະໄທຂອງພຣະເຈົ້າ. ເຮົາອະທິຖານທີ່ທ່ານຈະເກີດຜົນໃນການດີທຸກຢ່າງ ແລະ ເພື່ອທ່ານຈະເຕີບໂຕຂຶ້ນໃນຄວາມຮອບຮູ້ຂອງພຣະເຈົ້າ. 11 ເຮົາອະທິຖານຂໍໃຫ້ທ່ານມີ ກຳລັງຫລາຍຂຶ້ນທີ່​ມີ​ຄວາມ​ຂະ​ຫຍັນ​ພາກ​ພຽນ ​ແລະ ມື​ຄວາມ​ອົດ​ທົນ​ໃນ​ທຸກ​ຢ່າງ ໃນຄວາມຂະຫຍັນພາກພຽນ ແລະ ຄວາມອົດທົນທຸກຢ່າງ​ຕາມ​ລິດ​ທາ​ນຸ​ພາບ​ແຫ່ງ​ພ​ຣະ​ສິ​ຣິ​ຂອງ​ພ​ຣະ​ອົງ. 12 ເຮົາອະທິຖານຂໍໃຫ້ທ່ານມີຄວາມຊື່ນຊົມຍິນດີ ໃນການຂອບພຣະຄຸນ ພຣະບິດາເຈົ້າ, ຜູ້ຊົງໃຫ້ທ່ານທັງຫລາຍ ໄດ້ມີສ່ວນຮ່ວມໄດ້ຮັບມໍຣະດົກດ້ວຍກັນກັບ ພວກໄພ່ພົນທັງຫລາຍທີ່ຢູ່ໃນຄວາມສະຫວ່າງ. 13 ພຣະອົງໄດ້ຊົງຊ່ວຍເຮົາໃຫ້ພົ້ນຈາກອຳນາດຄອບ​ຄອງ​ຂອງຄວາມມືດ ແລະ ໄດ້ຍ້າຍເຮົາມາສູ່ຣາ​ຊາອານາຈັກແຫ່ງພຣະບຸດທີ່ຮັກຂອງພຣະອົງ, 14 ໃນພຣະບຸດນັ້ນເຮົາ ຈຶ່ງໄດ້ຮັບການໄຖ່ໃຫ້ພົ້ນ ແລະ ການຊົງຍົກໂທດບາບທັງຫລາຍ. 15 ພຣະບຸດຊົງເປັນພາບລັກສະນະຂອງພຣະເຈົ້າ ຜູ້ຊຶ່ງເບິ່ງບໍ່ເຫັນໄດ້ດ້ວຍຕາ. ພຣະອົງຊົງເປັນບຸດຫົວ​ປີຂອງ​ທຸກສິ່ງທີ່ພຣະເຈົ້າສ້າງ. 16 ເພາະວ່າທຸກສິ່ງໄດ້ຖືກສ້າງ ຂຶ້ນມາໂດຍພຣະອົງ, ບໍ່ວ່າເປັນສິ່ງທີ່ຢູ່ໃນສະຫວັນ ແລະ ສິ່ງທີ່ຢູ່ເທິງແຜ່ນດິນໂລກ, ທັງສິ່ງທີ່ເບິ່ງເຫັນດ້ວຍຕາ ແລະ ບໍ່ວ່າສິ່ງທີ່ບໍ່ສາມາດເຫັນໄດ້ດ້ວຍຕາ. ບໍ່ວ່າຈະເປັນ ພຣະທີ່ນັ່ງ ຫລື ອານຸພາບ ຫລື ບັນດາຜູ້ຄອບຄອງ ແລະ ບັນດາຜູ້ມີສິດອຳນາດທັງຫມົດນີ້ ຕ່າງຖືກສ້າງໂດຍທາງພຣະອົງ ແລະ ສຳລັບພຣະອົງ. 17 ພຣະອົງຊົງເປັນຢູ່ກ່ອນສິ່ງທັງປວງ ແລະ ສິ່ງທັງປວງກໍດຳລົງຢູ່ດ້ວຍກັນໄດ້ໃນພຣະອົງ. 18 ແລະ ພຣະອົງຊົງເປັນຫົວຂອງຮ່າງກາຍ, ຄືຄຣິສຕະຈັກ. ພຣະອົງຊົງເປັນຜູ້ຕັ້ງຕົ້ນ ແລະ ເປັນລູກກົກຈາກທ່າມກາງພວກຄົນຕາຍ, ດັ່ງນັ້ນພຣະອົງ ຈິ່ງໄດ້ເປັນ ເອກໃນສັບພະສິ່ງທັງປວງ. 19 ເພາະວ່າ ພຣະເຈົ້າຊົງພໍພຣະໄທທີ່ຈະໃຫ້ຄວາມບໍລິບູນທັງສີ້ນ ຂອງພຣະອົງສະຖິດຢູ່ໃນພຣະອົງ. 20 ແລະ ໃຫ້ສິ່ງສາລະພັດກັບຄືນດີກັບພຣະອົງເອງ ໂດຍຜ່ານທາງພຣະບຸດພຣະເຈົ້າ ໄດ້ເຮັດໃຫ້ມີສັນຕິສຸກ ຜ່ານທາງພຣະໂລຫິດ ແຫ່ງໄມ້ກາງແຂນຂອງພຣະອົງ. ພຣະອົງເຮັດໃຫ້ທຸກສິ່ງໄດ້ກັບຄືນດີກັບພຣະອົງບໍ່ວ່າຈະເປັນສິ່ງທັງຫລາຍທີ່ຢູ່ເທິງແຜ່ນດິນໂລກ ຫລື ໃນສະຫວັນ. 21 ແລະ ພວກທ່ານກໍເຊັ່ນກັນ, ຄັ້ງຫນຶ່ງທ່ານເຄີຍເປັນຄົນແປກຫນ້າຕໍ່ພຣະເຈົ້າ ແລະ ເປັນສັດຕູ ຕໍ່ພຣະເຈົ້າໃນທາງດ້ານຄວາມຄິດ ແລະ ໃນການຊົ່ວຮ້າຍຕ່າງໆ. 22 ແຕ່ບັດນີ້ ພຣະອົງໄດ້ໃຫ້ຄືນດີກັບພຣະອົງຜ່ານທາງຄວາມຕາຍ ແຫ່ງພຣະກາຍ ຄື ເນື້ອຫນັງຂອງພຣະອົງພຣະເຈົ້າໄດ້ຊົງເຮັດຢ່າງນີ້ເພື່ອຈະໄດ້ຖວາຍທ່ານ ໃຫ້ເປັນຜູ້ບໍຣິສຸດ ແລະ ບໍ່ມີທີ່ຕິຕຽນຢູ່ຊ້ອງຫນ້າພຣະອົງ, 23 ຖ້າທ່ານຍັງຕັ້ງຫມັ້ນຢູ່ຕໍ່ໄປໃນຄວາມເຊື່ອ ແລະ ບໍ່ຍົກຍ້າຍໄປຈາກຄວາມຫມັ້ນໃຈໃນຄວາມຫວັງໃຈ ແຫ່ງຂ່າວປະເສີດຊຶ່ງທ່ານເຄີຍໄດ້ຍິນມາແລ້ວນັ້ນ. ນີ້ຄືຂ່າວປະເສີດທີ່ໄດ້ປະກາດແກ່ທຸກຄົນທີ່ພຣະເຈົ້າສ້າງ ໃຫ້ຢູ່ໃຕ້ຟ້າ. ນີ້ຄືຂ່າວປະເສີດ, ທີ່ຂ້າພະເຈົ້າໂປໂລ, ໄດ້ກາຍເປັນຜູ້ຮັບໃຊ້. 24 ບັດນີ້ ຂ້າພະເຈົ້າຊື່ນຊົມຍິນດີໃນການທົນທຸກຂອງຂ້າພະເຈົ້າ ເພື່ອພວກທ່ານ, ແລະ ຂ້າພະເຈົ້າກໍເຕີມໃຫ້ເຕັມໃນເນື້ອຫນັງຂອງຂ້າພະເຈົ້າໃນການທົນທຸກຂອງພຣະເຢ​ຊູຄຣິດເຈົ້າທີ່ຍັງຂາດຢູ່ນັ້ນ ເພື່ອເຫັນແກ່ພຣະກາຍ, ກໍຄືຄຣິສຕະຈັກ. 25 ຂ້າພະເຈົ້າໄດ້ ມາເປັນຜູ້ຮັບໃຊ້ຂອງຄຣິສຕະຈັກນີ້ ຕາມຄວາມຮັບຜິດຊອບທີ່ພຣະເຈົ້າໄດ້ຊົງມອບຫມາຍໃຫ້ຂ້າພະເຈົ້າເພື່ອທ່ານ, ຈະໄດ້ກ່າວພຣະຄຳຂອງພຣະເຈົ້າຢ່າງ ຄົບຖ້ວນ. 26 ນິ້ເປັນຂໍ້ຄວາມອັນເລິກລັບທີ່ພຣະອົງໄດ້ເຊື່ອງຊ້ອນໄວ້ ຢູ່ຫລາຍຍຸກ ແລະ ຫລາຍຊົ່ວອາຍຸນັ້ນ. ແຕ່ບັດນີ້ໄດ້ຖືກເປີດເຜີຍໃຫ້ແກ່ຜູ້ທີ່ເຊື່ອໃນພຣະອົງ . 27 ພຣະເຈົ້າຊົງຕ້ອງການ ໃຫ້ພວກເຂົາໄດ້ ຮູ້ຈັກຄວາມຮັ່ງມີແຫ່ງສະຫງ່າຣາສີຂອງຄວາມຈິງ ທີ່ເລິກລັບນີ້ໃນທ່າມກາງຄົນຕ່າງຊາດ. ຄືການທີ່ພຣະເຢ​ຊູຄຣິດເຈົ້າ ຊົງ ສະຖິດຢູ່ໃນທ່ານ, ອັນເປັນຄວາມຫມັ້ນໃຈແຫ່ງສະຫງ່າຣາສີໃນອານາຄົດ 28 ພຣະອົງນີ້ແຫຼະຄືຜູ້ທີ່ເຮົາປະກາດຢູ່. ໂດຍເຕືອນສະຕິທຸກຄົນ, ແລະ ສັ່ງສອນທຸກຄົນດ້ວຍສະຕິປັນຍາທຸກຢ່າງ, ເພື່ອເຮົາຈະໄດ້ຖວາຍແກ່ທຸກຄົນໃຫ້ເປັນຜູ້ທີ່ສົມບູນໃນພຣະເຢ​ຊູຄຣິດເຈົ້າ. 29 ເພື່ອເຫດນີ້ເອງຂ້າພະເຈົ້າຈຶ່ງທົນທຸກ ແລະ ສູ້ການຫນັກຫນ່ວງດ້ວຍພຣະກຳລັງຂອງພຣະອົງ ທີ່ຊົງທຳງານຢູ່ໃນຕົວຂ້າພະເຈົ້າ.