ບົດທີ 1

1 ນີ້ແມ່ນເລື່ອງກ່ຽວກັບອິດສະຣາເອນທີ່ອາໂມດ, ຜູ້ລ້ຽງແກະຄົນຫນຶ່ງໃນເມືອງເຕໂກອາ, ໄດ້ຮັບການຊົງເປີດເຜີຍ. ທ່ານໄດ້ຮັບສິ່ງເຫລົ່ານີ້ໃນສະໄຫມຂອງອຸດຊີຢາ ກະສັດຂອງຊາວຢູດາ, ແລະ ໃນຣາຊະການທີ່ເຢໂຣໂບອາມ ລູກຊາຍຂອງໂຢອາດ ກະສັດແຫ່ງອິດສະຣາເອນ, ກ່ອນແຜ່ນດິນໄຫວສອງປີ. 2 ທ່ານກ່າວວ່າ, “ພຣະຢາເວຈະຊົງເປັ່ງສຽງຮ້ອງມາຈາກພູຊີໂອນ; ພຣະສຸລະສຽງຂອງພຣະອົງຍັງດັງກ້ອງຈາກນະຄອນເຢຣູຊາເລັມ. ປ່າຫຍ້າທັງຫລາຍຂອງບັນດາຜູ້ລ້ຽງແກະກໍຫ່ຽວແຫ້ງໄປ; ຍອດພູກາເມນ ກໍຈະຫ່ຽວແຫ້ງ.” 3 ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວວ່າ: “ເພາະຄວາມຜິດບາບຂອງຊາວດາມາເຊທັງສາມເທື່ອ, ແມ້ແຕ່ສີ່ເທື່ອ, ເຮົາຈະບໍ່ຫັນຈາກການລົງໂທດ, ເພາະພວກເຂົາໄດ້ນວດກິເລອາດດ້ວຍເຄື່ອງນວດເຫລັກ. 4 ເຮົາຈະສົ່ງໄຟເຂົ້າໄປໃນເຮືອນຂອງຊາວດາມາເຊ, ແລະ ໄຟຈະເຜົາໄຫມ້ປ້ອມປາການຂອງເບັນຮາດັດ. 5 ເຮົາຈະຫັກກອນປະຕູຂອງດາມາເຊ ແລະຕັດພວກທີ່ອາໄສຢູ່ຕາມຮ່ອມພູອາເວນ, ແລະຜູ້ທີ່ຖືໄມ້ຄ້ອນເທົ້າໃນເບັດເອເດັນ. ປະຊາຊົນຂອງອາຣາມຈະໄປເປັນຊະເລີຍຢູ່ເມືອງກີເຣ,” ພຣະຢາເວກ່າວດັ່ງນີ້ແຫລະ. 6 ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວວ່າ: “ເພາະຄວາມຜິດບາບຂອງພວກຄາຊາທັງສາມເທື່ອ, ແມ້ແຕ່ສີ່ເທື່ອ, ເຮົາຈະບໍ່ຫັນຈາກການລົງໂທດ, ເພາະພວກເຂົາກວາດເອົາປະຊາຊົນທັງຫມົດໄປເປັນຊະເລີຍ, ແລ້ວມອບຊະເລີຍທັງຫມົດໃຫ້ແກ່ເອໂດມ. 7 ເຮົາຈະສົ່ງໄຟມາເທິງກຳແພງເມືອງຂອງຄາຊາ, ແລະໄຟນັ້ນຈະເຜົາໄຫມ້ປ້ອມປາການທັງຫລາຍຂອງເມືອງນັ້ນ. 8 ເຮົາຈະຕັດຜູ້ທີ່ອາໃສຢູ່ໃນເມືອງອາຊະໂດດ ແລະ ຜູ້ທີ່ຖືໄມ້ຄ້ອນເທົ້າຈາກເມືອງອາຊະກາໂລນອອກໄປ. ເຮົາຈະຫັນມືຂອງເຮົາໄປຕໍ່ສູ້ກັບເມືອງເອັກໂຣນ, ແລະຄົນເມືອງຟີລິດສະຕີນທີ່ຍັງເຫລືອຈະພິນາດ,” ພຣະຢາເວອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ. 9 ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວວ່າ: “ເພາະຄວາມຜິດບາບຂອງຊາວເມືອງຕີເຣໄດ້ທັງສາມເທື່ອ, ແມ້ແຕ່ສີ່ເທື່ອ, ເຮົາຈະບໍ່ຫັນຈາກການລົງໂທດ, ເພາະພວກເຂົາໄດ້ມອບປະຊາຊົນທັງຫມົດໃຫ້ແກ່ເອໂດມ, ແລະ ພວກເຂົາໄດ້ຫັກພັນທະສັນຍາແຫ່ງຄວາມເປັນພີ່ນ້ອງກັນ. 10 ເຮົາຈະສົ່ງໄຟລົງມາເທິງກຳແພງເມືອງໄທຣະ, ແລະ ໄຟຈະເຜົາໄຫມ້ປ້ອມປາການທັງຫລາຍຂອງເມືອງນັ້ນ.” 11 ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວວ່າ, “ເພາະຄວາມຜິດບາບຂອງຊາວເອໂດມທັງສາມເທື່ອ, ແມ້ແຕ່ສີ່ເທື່ອ, ເຮົາຈະບໍ່ຫັນຈາກການລົງໂທດ, ເພາະເຂົາໄດ້ໄລ່ຂ້ານ້ອງຊາຍດ້ວຍດາບ ແລະປະຄວາມສົງສານທັງຫມົດຖີ້ມໄປ. ຄວາມຄຽດຊັງຂອງເຂົາລຸຮ້ອນຢູ່ຕະຫລອດເວລາ, ແລະຄວາມໂມໂຫຂອງເຂົາກໍມີຢູ່ສະເຫມີ. 12 ເຮົາຈະສົ່ງໄຟລົງມາເຫນືອເຕມານ, ແລະໄຟນັ້ນຈະເຜົາໄຫມ້ພຣະຣາຊະວັງທັງຫລາຍຂອງເມືອງໂບຊະລາ.” 13 ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວວ່າ, “ເພາະຄວາມຜິດບາບຂອງຊາວອຳໂມນທັງສາມເທື່ອ, ແມ້ແຕ່ສີ່ເທື່ອ, ເຮົາຈະບໍ່ຫັນຈາກການລົງໂທດ, ເພາະພວກເຂົາໄດ້ຜ່າທ້ອງແມ່ມານຂອງເມືອງກິເລອາດ, ເພື່ອພວກເຂົາຈະໄດ້ຂະຫຍາຍອານາເຂດແດນຂອງພວກເຂົາ. 14 ເຮົາຈະຈູດກຳແພງເມືອງຣັບບາ, ແລະ ໄຟນັ້ນຈະເຜົາໄຫມ້ພຣະຣາຊະວັງທັງຫລາຍ, ພ້ອມກັບສຽງໂຫ່ຮ້ອງໃນມື້ເສິກສົງຄາມ, ດ້ວຍຄວາມປັ່ນປ່ວນໃນວັນທີ່ມີພາຍຸຫມຸນ. 15 ກະສັດຂອງພວກເຂົາກໍຈະຕົກໄປເປັນຊະເລີຍ, ທັງຕົວກະສັດ ພ້ອມບັນດາຂ້າຣາດຊະການຂອງກະສັດນຳ,” ພຣະຢາເວຊົງກ່າວດັ່ງນີ້ແຫລະ.